spot_img
Homeຂ່າວພາຍ​ໃນຊຸດທຳອິດໄດ້ຮັບການຢັ້ງຢືນ ລາວເຊຟ (LaoSafe)

ຊຸດທຳອິດໄດ້ຮັບການຢັ້ງຢືນ ລາວເຊຟ (LaoSafe)

Published on

ໃນ​ວັນ​ທີ 3 ມີ​ນາ, ໂຄ​ງ​ການ​ລາວ​ເຊ​ຟ ຫຼື ປອດ​ໄພ​ລາວ ໄດ້ມອບ​ໃບ​ຢັ້ງ​ຢືນ​ໃຫ້​ແກ່ ພະ​ນັກ​ງານ​ນຳ​ທ່ຽວ ​ຈຳ​ນວນ 45 ທ່ານ ແລະ ພະ​ນັກ​ງານ​ຂັບ​ລົດ​ຂົນ​ສົ່ງ​ນັກ​ທ່ອງ​ທ່ຽວ 30 ທ່ານ ໂດຍ​ພິ​ທີ​ມອບ​ຮັບ​​ໄດ້ຈັດ​ຂຶ້ນ​ທີ່ ນະ​ຄອນຫຼວງວຽງ​ຈັນ. ເປົ້າ​ໝາຍ​ຂອງ​ໂຄງ​ການ​ລາວ​ເຊ​ຟ ແມ່ນ​ເພື່ອປັບ​ປຸງ​ຄຸນ​ນະ​ພາບ​ມາດ​ຕະ​ຖານ​ການ​ປະ​ຕິ​ບັດ​ ດ້ານ​ສຸ​ຂະ​ພາບ ແລະ ສຸ​ຂະ​​ນາ​ໄມ ຄຽງ​ຄູ່​ກັບ​ການ​ສ້າງ​ຄວາມ​ໝັ້ນ​ໃຈ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ ຕໍ່ ສ​ປ​ປ ລາວ ໃຫ້​ເປັນ​ແຫຼ່ງ​ທ່ອງ​ທ່ຽວ​ທີ່​ປອດ​ໄພ.

ພະ​ນັກ​ງານ​ນຳ​ທ່ຽວ ຫຼັງ​ຈາກ​ທີ່​ໄດ້​ມອບ​ໃບ​ຢັ້ງ​ຢືນ​ລາວ​ເຊ​ຟ ໃຫ້​ແກ່ ມື​ອາ​ຊີບ ແລະ ຫົວ​ໜ່ວຍ​ທຸ​ລະ​ກິດຫຼາຍກວ່າ 40 ພາກ​ສ່ວນ​ໃນ​ວັນ​ທີ 28 ກຸມ​ພາ, ທ່ານ ໄຊສົມບັດ ບຸນນະຜົນ, ຮອງຫົວໜ້າກົມຄຸ້ມຄອງການທ່ອງທ່ຽວ ຂອງກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ກໍ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ມາ​ຍັງ ພະ​ນັກ​ງານ​ນຳ​ທ່ຽວ ແລະ ພະ​ນັກ​ງານ​ຂັບ​ລົດ​ຂົ​ນ​ສົ່ງ​ນັກ​ທ່ອງ​ທ່ຽວ ທີ່​ໄດ້​ຜ່ານ​ການ​ປະ​ເມີນ ແລະ ຢັ້ງຢືນ ລາວເຊຟ ພ້ອມທັງມີຄວາມ​ໝາຍ​ໝັ້ນ​ໃນ​ການ​ສະ​ໜອງ​ສະ​ພາບ​ແວດ​ລ້ອມ​ທີ່​ປອດ​ໄພ​ ໃຫ້​ແກ່ນັກ​ທ່ອງ​ທ່ຽວ​ທັງ​ພາຍ​ໃນ ແລະ ຕ່າງ​ປະ​ເທດ.

ພາຍ​ໃຕ້​ມາດ​ຕະ​ການ​ປ້ອງ​ກັນ​ໂຄວິດ ໃນ​ການ​ຄຸ້ມ​ຄອງນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​ທີ່​ເດີນ​ທາງ​ເຂົ້າ​ມາ ສ​ປ​ປ ລາວ, ພະ​ນັກ​ງານ​ນຳ​ທ່ຽວ ແລະ ພະ​ນັກ​ງາ​ນ​ຂັບ​ລົດ​ຂົນ​ສົ່ງ​ນັກ​ທ່ອງ​ທ່ຽວນັ້ນ ​ຖື​ວ່າ​ເປັນຈຸດ​ພົວ​ພັນຕົ້ນ​ຕໍ ​ສຳ​ລັບ​ນັກ​ທ່ອງ​ທ່ຽວ. ທ່ານ​ໄຊສົມບັດ ບຸນນະຜົນໄດ້​ກ່າວ​ວ່າ: ‘​ໃນ​ປັດ​ຈຸ​ບັນ ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ ສາ​ມາດ​ເດີນ​ທາງ​ເຂົ້າ​ມາ​ປະ​ເທດ​ໂດຍ​ຜ່ານ​ບໍ​ລິ​ສັດທ່ອງ​ທ່ຽວ​ເທົ່າ​ນັ້ນ, ດ້ວຍເຫດນັ້ນ ມື​ອາ​ຊີບ​ເຊັ່ນ​ທ່ານ​ທຸກ​ຄົນ ຈຶ່ງ​ມີ​​ບົດ​ບາດ​ໜ້າ​ທີ່​ສຳ​ຄັນ​ຍິ່ງ ເພື່ອ​ໃຫ້​ປະ​ເທດຊາດ ແລະ ນັກ​ທ່ອງ​ທ່ຽວ​ທີ່​ເດີນ​ທາງ​ເຂົ້າ​ມາ​ນັ້ນ ​ມີຄວາມເຊື່ອໝັ້ນຕໍ່ທ່ານ ໃນຖານະເປັນຜູ້​ທີ່​ຍຶດ​ໝັ້ນ​ຕໍ່ມາດ​ຕະ​ຖານ​ສູງ​ ດ້ານ​ສຸ​ຂະ​​ນາ​ໄມ​ຕະຫຼອດ​ເວ​ລາ.

ທ່ານ ເກດທະວີ ສີສະຫວັດ, ໜຶ່ງ​ໃນ​ພະ​ນັກ​ງານ​ນຳ​ທ່ຽວ​ທີ່​ໄດ້​ຮັບ​ການ​ຢັ້ງ​ຢືນ​ລາວ​ເຊ​ຟ ໄດ້​ອະ​ທິ​ບາຍ​ວ່າ: ພວ​ກ​ເຮົາ​ທຸກ​ຄົນກໍ​ມີ​ຄວາມ​ເຂົ້າ​ໃຈ​ພື້ນ​ຖານ​ ກ່ຽວ​ກັບລະ​ບຽບ​ຂັ້ນ​ຕອນ ແລະ ມາດ​ຕະ​ຖານ​ດ້ານ​ສຸ​ຂະ​​ນາ​ໄມ​ທີ່​ກ່ຽວ​ຂ້ອງ, ແຕ່​ວ່າ ການ​ຝຶກ​ອົບ​ຮົມ​ໄດ້ເຮັດ​ໃຫ້​ພວກ​ເຮົາ​ຮູ້ ເຫດ​ການ​ສົມ​ມຸດ ແລະ​ ພາກ​ປະ​ຕິ​ບັດ ​ທີ່​ພວກ​ເຮົາ​ບໍ່​ເຄີຍ​ຄິດ​ເຖິງ​ມາ​ກ່ອນ’. ທ່ານ ສີອໍາພອນ ຄຳພະວົງສາ ທີ່ໄດ້​ຮັບ​ໃບ​ຢັ້ງ​ຢືນລາວ​ເຊ​ຟ​ ສຳ​ລັບ​ພະ​ນັກ​ງານ​ຂັບ​ລົດຂົນ​ສົ່ງ​ນັກ​ທ່ອງ​ທ່ຽວ ກໍ​ໄດ້​ສະ​ແດງ​ຄວາມ​ເຫັນ​ຄ້າຍ​ຄື​ກັນ​ນີ້​ຄື: ‘‘ການ​ຝຶກ​ອົບ​ຮົມ ​ແມ່ນໄດ້​ລົງ​ພາກ​ປະ​ຕິ​ບັດ​ຕົວ​ຈິງ​ ທີ່​ສາ​ມາດ​​ນຳເອົາ​ໄປໃຊ້​ໃນ​ຕົວ​ຈິງ​ໄດ້ຫຼາຍ ເຊິ່ງ ປະ​ກອບ​ດ້ວຍ​ເຫດ​ການ​ຈຳ​ລອງ​ຕ່າງໆ ເຊັ່ນ ການ​ຮັບ​ມື​ກັບ​ຂ່າວ​ທີ່​ວ່າ​ຕົນ​ໄດ້​ໄປ​ສຳ​ຜັດ​ກັບ ຜູ້​ໂດຍ​ສານ​ທີ່​ຕິດ​ເຊື້ອ​ໂຄວິດ ແລະ ການ​ປະ​ຕິ​ບັດ​ຕາມ​ລະ​ບຽບ​ຂັ້ນ​ຕອນ​ທີ່​ຖືກ​ຕ້ອງ’’.

ທ່ານ ໄຊສົມບັດ ບຸນນະຜົນ, ທີ່ ໃຫ້​ກຽດ​ມອບ​ໃບ​ຢັ້ງ​ຢືນລາວ​ເຊ​ຟ​ໃຫ້​ແກ່ ພະ​ນັກ​ງານ​ນຳ​ທ່ຽວ ແລະ ພະ​ນັກ​ງານ​ຂັບ​ລົດ​ຂົນ​ສົ່ງ​ນັກ​ທ່ອງ​ທ່ຽວ​ນັ້ນ ໄດ້​ກ່າວ​ຕື່ມ​ວ່າ: ‘ນັບ​ມື້ນັບ​ມີ​ຄວາມ​ຕ້ອງ​ການຫຼາຍ​ຂຶ້ນຈາກ​ພາກ​ເອ​ກະ​ຊົນ ໃນ​ການ​ຖືກ​ຢັ້ງ​ຢືນ​ຮັບ​ຮອງ​ໂດຍ​ລາວ​ເຊ​ຟ.

ໃນ​ປັດ​ຈຸບັນ ​ແມ່ນ​ພວກ​ເຮົາ​ສຸມ​ໃສ່​ຮັກ​ສາຈັງ​ຫວະ ແລະ ແຮງ​ຜັກ​ດັນ​ນີ້​ໄວ້ ໂດຍ ຕອບ​ສະ​ໜອງ​ຕໍ່​ຄຳ​ຮຽກ​​ຮ້ອງ​ທີ່​ເພີ່ມ​ຂຶ້ນ ແລະ ຂະ​ຫຍາຍ​ການ​ຝຶກ​ອົບ​ຮົມ​ສຳ​ລັບ​ພະ​ນັກ​ງານ​ນຳ​ທ່ຽວ ແລະ ພະ​ນັກ​ງານ​ຂັບ​ລົດ​ຂົນ​ສົ່ງ​ນັກ​ທ່ອງ​ທ່ຽວ ຢູ່ ແຂວງ​ສຳ​ຄັນ​ອື່ນໆ​ອີກ ເຊັ່ນ ຫຼວງ​ພະ​ບາງ ແລະ ແຂວງວຽງ​ຈັນ’’.

ສືບຕໍ່​ຈາກ ຫົວ​ໜ່ວຍ​ທຸ​ລະ​ກິດ 22 ຫົວ​ໜ່ວຍ, ພະ​ນັກ​ງານ​ນຳ​ທ່ຽວ 45 ຄົນ ແລະ ພະ​ນັກ​ງານ​ຂັບ​ລົດ​ຂົນ​ສົ່ງ​ນັກ​ທ່ອງ​ທ່ຽວ 30 ຄົນ ​ທີ່​ໄດ້​ຮັບ​ການ​ຢັ້​ງ​ຢືນ​ໄປ​ແລ້ວ, ໂຄງ​ການ​ຍັງ​ກໍາລັງ​ກະ​ກຽມ​ຄູ​ຝຶກ ແລະ ຜູ້​ປະ​ເມີນ​ເພີ່ມ​ຕື່ມ ສຳ​ລັບຂະ​ແໜງ​ການ​ຍ່ອຍ​ທຸ​ລະ​ກິດ​ສະ​ຖານ​ທີ່​ພັກ​ແຮມ ເຊິ່ງ​ມີຫຼາຍ​ໂຮງ​ແຮມ​ທົ່ວ​ປະ​ເທດ​ທີ່​ມີ​ຄວາມ​ສົນ​ໃຈ​ຖືກ​ຮັບ​ຮອງ​ຢັ້ງ​ຢືນ​ໂດຍ​ລາວ​ເຊ​ຟ.

ໃນ​ຊຸມ​ອາ​ທິດ ແລະ ຊຸມ​ເດືອນ​ຕໍ່​ໜ້າ ​ຈະ​ມີພະ​ນັກ​ງານ​ນຳ​ທ່ຽວ, ພະ​ນັກ​ງານ​ຂັບ​ລົດ​ຂົນ​ສົ່ງ​ນັກ​ທ່ອງ​ທ່ຽວ ອີກຫຼາຍ​ຄົນ ແລະ ຫົວ​ໜ່ວຍ​ທຸ​ລະ​ກິດ​ອີກຫຼາຍ​ຫົວ​ໜ່ວຍ ທີ່​ຈະ​ໄດ້​ຮັບ​ການ​ຢັ້ງ​ຢືນ ແລະ ຈັດ​ພິ​ທີ​ມອບ​ຮັບ​ໃບ​ຢັ້ງ​ຢືນ ຢູ່ນະ​ຄອນ ຫຼວງວຽງ​ຈັນ ແລະ ແຂວງຫຼວງ​ພະ​ບາງ.

ລາວ​ເຊ​ຟ ເປັນ ໂຄງ​ການ​ດ້ານ​ສຸ​ຂະ​ພາບ ແລະ ສຸ​ຂະ​​ນາ​ໄມ​ທີ່​ໄດ້​ຮັບ​ການ​ອະ​ນຸ​ມັດ​ໂດຍ ກະ​ຊວງ​ສາ​ທາ​ລະ​ນະ​ສຸກ (ສ​ທ) ແລະ ຖວ​ທ ແລະ ປະ​ກອບ​ດ້ວຍ​ມາດ​ຕະ​ຖານ​ດ້ານ​ສຸ​ຂະ​ພາບ ແລະ ສຸ​ຂະ​ນາ​ໄມ​ຕ່າງໆ​ສຳ​ລັບ​ຂະ​ແໜງ​ການ​ຍ່ອຍ​ ໃນຂະ​ແໜງ​ການ​ທ່ອງ​ທ່ຽວ ແລະ ການ​ໂຮງ​ແຮມ ລວມ​ທັງ ຜູ້​ສະ​ໜອງ​ສະ​ຖານ​ທີ່​ພັກ​ແຮມ, ທຸ​ລະ​ກິດ​ບໍ​ລິ​ການ​ອາ​ຫານ ແລະ ເຄື່ອງ​ດື່ມ (F&B), ທຸ​ລະ​ກິດ​ການ​ບິນ, ພະ​ນັກ​ງານ​ນຳ​ທ່ຽວ ແລະ ພະນັກງານ​ຂັບ​ລົດ​ຂົນ​ສົ່ງ​ນັກ​ທ່ອງ​ທ່ຽວ.

ໂຄງ​ການ​ລາວ​ເຊ​ຟ ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ໂດຍ ໂຄງ​ການ​​ທັກ​ສະ​ສຳລັບວຽກງານ​ການ​ທ່ອງ​ທ່ຽວ (LAO/029), ເຊິ່ງ​ເປັນ​ການ​ສະ​ໜອງ​ທຶນ​ຮ່ວມ​ໂດຍ ລັດ​ຖະ​ບານ​ແຫ່ງ ສ​ປ​ປ ລາວ, ລັດ​ຖະ​ບານ​ລຸກ​ຊໍາບວກ ແລະ ສະ​ວິດ​ເຊີ​ແລນ ແລະ ຈັດ​ຕັ້ງ​ປະ​ຕິ​ບັດ​ໂດຍ ກະ​ຊວງ​ສຶກ​ສາ​ທິ​ການ ແລະ ກິ​ລາ ແລະ ອົງ​ການ LuxDev, ອົງ​ການ​ຮ່ວມ​ມື​ເພື່ອ​ການ​ພັດ​ທະ​ນາ​ແຫ່ງ​ລຸກຊໍາບວກ.

ຂໍ້​ມູນ​ເພີ່ມ​ຕື່ມ​ກ່ຽວ​ກັບ​ລາວ​ເຊ​ຟ ແມ່ນ​ສາ​ມາດ​ເອົາ​ໄດ້​ທີ່: www.tourismlaos.org ຫຼື ອີ​ເມ​ລ laosafe@luxdev.lu.

ບົດຄວາມຫຼ້າສຸດ

ກິນສົ້ມໝູດິບ ອັນຕະລາຍທີ່ສຸດສຳລັບຄົນຖືພາ ອາດຈະເຮັດໃຫ້ລູກໃນທ້ອງບໍ່ສົມບູນ

ຂອງມັກໃຜ? ດັ່ງທີ່ເຮົາຮູ້, ຊີ້ນໝູສົດບໍ່ສາມາດກິນດິບໄດ້ ແຕ່ກໍຍັງມີອາຫານບາງຊະນິດທີ່ນໍາຊີ້ນໝູສົດໄປແປຮູບເປັນອາຫານ ເຊັ່ນ: ສົ້ມໝູ ໂດຍຄົນບາງກຸ່ມ ກໍຍັງມີວິທີການກິນໂດຍບໍ່ໄດ້ຜ່ານການປຸງສຸກ. ສົ້ມໝູແມ່ນອາຫານທີ່ເຮັດຈາກຊີ້ນໝູສົດທີ່ຜ່ານການໝັກດ້ວຍເຂົ້າ, ກະທຽມ ແລະ ເກືອ ເຮັດໃຫ້ມີລົດຊາດສົ້ມ ເຮັດໃຫ້ເກີດຈາກສານເເລັກຕິກ...

ພ້ອມໃຫ້ບໍລິການ 40 ຈຸດທົ່ວປະເທດ! ສະຖານີສາກລົດໄຟຟ້າ BlueDot ຈາກບໍລິສັດ ລາວທານີ ທີ່ມາພ້ອມກັບມາດຕະຖານ ແລະ ຄວາມປອດໄພຂັ້ນສູງ

ສະຖານີສາກລົດໄຟຟ້າ BlueDot ຈາກບໍລິສັດລາວທານີ ທີ່ມາພ້ອມກັບມາດຕະຖານ ແລະ ມີຈຸດສາກລົດຫຼາຍກວ່າ 40 ຈຸດທົ່ວປະເທດ. ໃນຍຸກປັດຈຸບັນ, ການເດີນທາງດ້ວຍລົດຍົນໄຟຟ້າກໍາລັງໄດ້ຮັບຄວາມນິຍົມຫຼາຍຂຶ້ນເລື້ອຍໆ ໃນ ສປປ ລາວ ດັ່ງນັ້ນ, “ສະຖານີສາກລົດໄຟຟ້າ”...

ລາວ-ກູບາ ສືບຕໍ່ຮັດແໜ້ນສາຍພົວພັນ ແລະ ການຮ່ວມມືສອງຝ່າຍ

ລາວ-ກູບາ ພົບປະສອງຝ່າຍຢ່າງເປັນທາງການ ເພື່ອຕີລາຄາ, ຖອດຖອນບົດຮຽນ, ປຶກສາຫາລືດ້ານຍຸດທະສາດ ແລະ ກໍານົດທິດທາງການຮ່ວມມື ໃຫ້ກ້າວເຂົ້າສູ່ລວງເລິກ ເພື່ອຜົນປະໂຫຍດລວມຂອງປະຊາຊົນສອງຊາດ. ໂດຍຕອບສະໜອງຕາມຄໍາເຊີນຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ,...

ເຮືອໂດຍສານຫຼົ້ມ ທີ່ປະເທດໄນຈີເຣຍ ເສຍຊີວິດ 60 ຄົນ ເຊິ່ງມີການບັນຈຸຜູ້ໂດຍສານຫຼາຍກວ່າ 100 ຄົນ

ເສຍຊີວິດ 60 ຄົນ ເຫດການເຮືອໂດນສານຫຼົ້ມທີ່ປະເທດໄນຈີເຣຍ ຜູ້ເສຍຊີວິດສ່ວນຫຼາຍແມ່ນຜູ້ຍິງ ແລະ ເດັກນ້ອຍ. ໃນວັນທີ 02 ກັນຍາ 2025 ທີ່ຜ່ານມາ, ເກີດເຫດເຮືອໂດຍສານຫຼົ້ມ ປະເທດໄນຈີເຣຍ, ເນື່ອງຈາກເຮືອໄດ້ຕໍາກັບຕໍໄມ້ທີ່ຢູ່ໃນນ້ໍ້າ...