spot_img
Homeຂ່າວພາຍ​ໃນຫົວໜ່ວຍທຸລະກິດ ໄດ້ຮັບ ການຢັ້ງຢືນ ລາວເຊຟ

ຫົວໜ່ວຍທຸລະກິດ ໄດ້ຮັບ ການຢັ້ງຢືນ ລາວເຊຟ

Published on

ໃນວັນຈັນ ທີ 28 ກຸມພາ, ໂຄງການລາວເຊຟ ຫຼື ລາວປອດໄພ ໄດ້ຈັດພິທີມອບໃບຢັ້ງຢືນຄັ້ງທຳອິດ ຢູ່ທີ່ ນະຄອນຫຼວງວຽງຈັນ ໂດຍການໃຫ້ກຽດເຂົ້າຮ່າວມຂອງ ຮອງລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ), ຫົວໜ້າກົມອາຊີວະສຶກສາ, ສະຖານທູດລັກຊຳເບີກ ແລະ ທ່ານ ຄຣິສຕຽນ ແອງເກຼີ, ຮອງຫົວໜ້າອົງການຮ່ວມມືເພື່ອການພັດທະນາແຫ່ງປະເທດສະວິດເຊີແລນ, ມີຈຳນວນ 19 ທ່ານທີ່ໄດ້ຮັບການຢັ້ງຢືນເປັນຄູຝຶກ ແລະ ຜູ້ປະເມີນລາວເຊຟ ພ້ອມທັງ ຫົວໜ່ວຍທຸລະກິດ 22 ຫົວໜ່ວຍທີ່ໄດ້ຮັບ ໃບຢັ້ງຢືນລາວເຊຟ.

ລາວເຊຟ ເປັນ ໂຄງການດ້ານສຸຂະພາບ ແລະ ສຸຂະອະນາໄມທີ່ໄດ້ຮັບການອະນຸມັດໂດຍ ກະຊວງສາທາລະນະສຸກ (ສທ) ແລະ ຖວທ ແລະ ປະກອບດ້ວຍມາດຕະຖານດ້ານສຸຂະພາບ ແລະ ສຸຂະອະນາໄມຕ່າງໆສຳລັບຂະແໜງການຍ່ອຍຂອງ ຂະແໜງການທ່ອງທ່ຽວ ແລະ ການໂຮງແຮມ ລວມທັງ ຜູ້ສະໜອງສະຖານທີ່ພັກແຮມ, ທຸລະກິດບໍລິການອາຫານ ແລະ ເຄື່ອງດື່ມ (F&B), ທຸລະກິດການບິນ, ພະນັກງານນຳທ່ຽວ ແລະ ຂັບລົດຂົນສົ່ງນັກທ່ອງທ່ຽວ ຄຽງຄູ່ກັບ ການສ້າງຄວາມໝັ້ນໃຈໃຫ້ແກ່ນັກທ່ອງທ່ຽວ ຕໍ ສປປ ລາວ ໃຫ້ເປັນ ແຫຼ່ງທ່ອງທ່ຽວທີ່ປອດໄພ.

ຮອງລັດຖະມົນຕີ ຖວທ ໄດ້ກ່າວໃນພິທີມອບໃບຢັ້ງຢືນເຖິງຄວາມຄືບໜ້າທີ່ ໂຄງການລາວເຊຟ ສາມາດບັນລຸມາໄດ້ ຕັ້ງແຕ່ໄດ້ເລີ່ມຈັດຕັ້ງປະຕິບັດທົດລອງຢ່າງເປັນທາງການຢູ່ ນະຄອນຫຼວງວຽງຈັນ ຕັ້ງແຕ່ເດືອນຜ່ານມາ. ທ່ານອະທິບາຍວ່າ: ‘’ຫຼັງຈາກຂະບວນການກະກຽມທີ່ເຂັ້ມຂຸ້ນມາສົມຄວນ, ພວກເຮົາກໍໄດ້ບັນລຸຂີດໝາຍສຳຄັນທຳອິດຂອງໂຄງການ ເຊິ່ງເປັນການ ອອກໃບຢັ້ງຢືນໃຫ້ແກ່ ຄູຝຶກ ແລະ ຜູ້ປະເມີນ ສຳລັບຂະແໜງການຍ່ອຍ ບໍລິການອາຫານ ແລະ ເຄື່ອງດື່ມ, ພະນັກງານນຳທ່ຽວ ແລະ ພະນັກງານຂັບລົດຂົນສົ່ງນັກທ່ອງທ່ຽວ’’. ຄູຝຶກ ແລະ ຜູ້ປະເມີນສຳລັບຂະແໜງສະຖານທີ່ພັກແຮມ ແມ່ນພວມຢູ່ໃນໄລຍະການກະກຽມ.’

ຄູຝຶກລາວເຊຟ ເຫຼົ່ານີ້ ແມ່ນໄດ້ຮັບການຢັ້ງຢືນຢ່າງເປັນທາງການເພື່ອ ຝຶກທຸລະກິດບໍລິການອາຫານ ແລະ ເຄື່ອງດື່ມ ພ້ອມທັງ ພະນັກງານນຳທ່ຽວ ແລະ ພະນັກງານຂັບລົດຂົນສົ່ງນັກທ່ອງທ່ຽວ ເພື່ອກະກຽມຂະບວນການປະເມີນລາວເຊຟ ຂອງພວກເຂົາເຈົ້າ ເຊິ່ງ ໄດ້ມີທີມງານຜູ້ປະເມີນທີ່ມີທັກສະ, ຄວາມຮູ້ ແລະ ຄວາມສາມາດໃນການດຳເນີນການກວດກາພາກສະໜາມ ກໍຄື ພາກປະຕິບັດຕົວຈິງ. ໃນໄລຍະການກະກຽມຂອງພວກເຂົາ, ຄູຝຶກ ແລະ ຜູ້ປະເມີນ ກໍໄດ້ມີໂອກາດຝຶກທັກສະໂດຍກົງ ດ້ວຍການຝຶກສອນ ແລະ ປະເມີນ ຫົວໜ່ວຍທຸລະກິດຈຳນວນໜຶ່ງ ທີ່ໄດ້ສະແດງຄວາມສົນໃຈໃນການເຂົ້າຮ່ວມຮັບການຢັ້ງຢືນລາວເຊຟ.

ທ່ານນາງ ດາລາພອນ ພົນເສນາ, ຜູ້ອຳນວຍການໃຫຍ່ຂອງ ຮ້ານອາຫານຄົວລາວ ໄດ້ກ່າວວ່າ: ‘’ການຝຶກອົບຮົມໂດຍຄູຝຶກຂອງ ໂຄງການລາວເຊຟ ບໍ່ພຽງແຕ່ມີຄວາມສຳຄັນຫຼາຍ ພ້ອມທັງຍັງເປັນການບຳລຸງ ແລະ ຂະຫຍາຍຄວາມເຂົ້າໃຈຂອງພະນັກງານຂອງພວກເຮົາກ່ຽວກັບ ລະບຽບຂັ້ນຕອນດ້ານສຸຂະອະນາໄມທີ່ກ່ຽວຂ້ອງເພື່ອປ້ອງກັນພະຍາດໂຄວິດ ເທົ່ານັ້ນ, ແຕ່ຍັງສ້າງຄວາມໝັ້ນໃຈໃຫ້ແກ່ພວກເຮົາວ່າຈະສາມາດຜ່ານການປະເມີນທີ່ເຄັ່ງຄັດເພື່ອໃຫ້ໄດ້ຮັບການຢັ້ງຢືນລາວເຊຟ.’’
ທ່ານນາງ ດາຣານີ ພົມມະວົງສາ, ຫົວໜ້າກົມຄຸ້ມຄອງການທ່ອງທ່ຽວ ຖວທ ໄດ້ກ່າວຕື່ມວ່າ: ‘ເປັນທີ່ໜ້າພາກພູມໃຈ ທີ່ໄດ້ເຫັນທຸລະກິດ ແລະ ມືອາຊີບຂອງຂະແໜງການທ່ອງທ່ຽວ ແລະ ໂຮງແຮມ ມີຄວາມສົນໃຈ ໃນການໄດ້ຮັບການຢັ້ງຢືນລາວເຊຟ. ຍ້ອນເຫດຜົນດັ່ງກ່າວນີ້, ຈຶ່ງມີແຜນການຝຶກອົບຮົມ ແລະ ປະເມີນຫຼາຍຊຸດ ຢູ່ ນະຄອນຫຼວງວຽງຈັນ ແລະ ຫຼວງພະບາງ’.
ໃນຕົວຈິງແມ່ນມີຫຼາຍຫົວໜ່ວຍທຸລະກິດ ນັບແຕ່ ສາຍການບິນແຫ່ງຊາດ ເຊິ່ງໄດ້ຮັບໃບຢັ້ງຢືນໃນພິທີມອບຮັບຄັ້ງນີ້ ຕະຫຼອດເຖິງ ທຸລະກິດສະຖານທີ່ພັກແຮມ ເຊັ່ນ ໂຮງແຮມຄຣາວພຼາຊາ ທີ່ເຂົ້າໃຈ ຄວາມຈຳເປັນທີຕ້ອງເຮັດໃຫ້ ລູກຄ້າພາຍໃນ ແລະ ຕ່າງປະເທດຮູ້ສຶກອຸ່ນໃຈວ່າໄດ້ຮັບການເບິ່ງແຍງທີ່ດີ.

ທ່ານນາງ ພາເທຣຍ ພາລັງກາ, ຜູ້ຈັດການໃຫຍ່ ຂອງ ໂຮງແຮມ ຄຣາວ ພຼາຊາ ໄດ້ເໜັ້ນວ່າ: ‘’ພວກເຮົາມີໜ້າທີ່ຕ້ອງເຮັດໃຫ້ແຂກຂອງພວກເຮົາ ຮູ້ສຶກປອດໄພຢ່າງເຕັມທີ່ໃນເວລາທີ່ຢູ່ສະຖານທີ່ພັກແຮມຂອງພວກເຮົາ. ເມື່ອດ່ານເປີດຄືນ, ພວກເຮົາຕ້ອງການສະແດງໃຫ້ແຂກເຫັນວ່າ ພວກເຮົາໄດ້ເຮັດທຸກສິ່ງທຸກຢ່າງທີ່ຈະເຮັດໄດ້ເພື່ອຮັບປະກັນວ່າ ທຸກກິດຈະການຂອງພວກເຮົາ ແມ່ນດຳເນີນດ້ວຍການອຸທິດທີ່ໜັກແໜ້ນ ຕໍ່ ມາດຕະຖານສູງດ້ານສຸຂະອະນາໄມ.’’.
ໃນຊຸມເດືອນຕໍ່ໜ້າ ແມ່ນມີແຜນ ຝຶກ ແລະ ປະເມີນພະນັກງານທຳທ່ຽວ, ພະນັກງານຂັບລົດຂົນສົ່ງນັກທ່ອງທ່ຽວ ອີກຫຼາຍຄົນ ກໍຄື ຫຼາຍຫົວໜ່ວຍທຸລະກິດ ຢູ່ ສະຖານທີ່ຕ່າງໆຂອງປະເທດ. ນອກຈາກນັ້ນກໍຍັງມີແຜນ ຈັດພິທີມອບຮັບໃບຢັ້ງຢືນຕື່ມ ຢູ່ ນະຄອງຫຼວງວຽງຈັນ ແລະ ແຂວງຫຼວງພະບາງ ໃນຊຸມອາທິດຕໍ່ໜ້າ.

ໂຄງການລາວເຊຟ ໄດ້ຮັບການສະໜັບສະໜູນໂດຍ ໂຄງການເສີມສ້າງທັກສະເພື່ອການທ່ອງທ່ຽວ (LAO/029), ເຊິ່ງເປັນການສະໜອງທຶນຮ່ວມໂດຍ ລັດຖະບານແຫ່ງ ສປປ ລາວ, ລັດຖະບານລັກຊັມເບີກ ແລະ ສະວິດເຊີແລນ ແລະ ຈັດຕັ້ງປະຕິບັດໂດຍ ກະຊວງສຶກສາທິການ ແລະ ກິລາ ແລະ ອົງການ LuxDev, ອົງການຮ່ວມມືເພື່ອການພັດທະນາແຫ່ງລັກຊັມເບີກ.

ຂໍ້ມູນເພີ່ມຕື່ມກ່ຽວກັບລາວເຊຟ ແມ່ນສາມາດເອົາໄດ້ທີ່: www.tourismlaos.org ຫຼື ອີເມລ laosafe@luxdev.lu. ທ່ານສາມາດເບິ່ງລາຍຊື່ຫົວໜ່ວຍທຸລະກິດໄດ້ຮັບໃບຍັ້ງຢືນໄດ້ທີ່ນີ້: https://www.tourismlaos.org/laosafe-certified-businesses/

ບົດຄວາມຫຼ້າສຸດ

ກິນສົ້ມໝູດິບ ອັນຕະລາຍທີ່ສຸດສຳລັບຄົນຖືພາ ອາດຈະເຮັດໃຫ້ລູກໃນທ້ອງບໍ່ສົມບູນ

ຂອງມັກໃຜ? ດັ່ງທີ່ເຮົາຮູ້, ຊີ້ນໝູສົດບໍ່ສາມາດກິນດິບໄດ້ ແຕ່ກໍຍັງມີອາຫານບາງຊະນິດທີ່ນໍາຊີ້ນໝູສົດໄປແປຮູບເປັນອາຫານ ເຊັ່ນ: ສົ້ມໝູ ໂດຍຄົນບາງກຸ່ມ ກໍຍັງມີວິທີການກິນໂດຍບໍ່ໄດ້ຜ່ານການປຸງສຸກ. ສົ້ມໝູແມ່ນອາຫານທີ່ເຮັດຈາກຊີ້ນໝູສົດທີ່ຜ່ານການໝັກດ້ວຍເຂົ້າ, ກະທຽມ ແລະ ເກືອ ເຮັດໃຫ້ມີລົດຊາດສົ້ມ ເຮັດໃຫ້ເກີດຈາກສານເເລັກຕິກ...

ພ້ອມໃຫ້ບໍລິການ 40 ຈຸດທົ່ວປະເທດ! ສະຖານີສາກລົດໄຟຟ້າ BlueDot ຈາກບໍລິສັດ ລາວທານີ ທີ່ມາພ້ອມກັບມາດຕະຖານ ແລະ ຄວາມປອດໄພຂັ້ນສູງ

ສະຖານີສາກລົດໄຟຟ້າ BlueDot ຈາກບໍລິສັດລາວທານີ ທີ່ມາພ້ອມກັບມາດຕະຖານ ແລະ ມີຈຸດສາກລົດຫຼາຍກວ່າ 40 ຈຸດທົ່ວປະເທດ. ໃນຍຸກປັດຈຸບັນ, ການເດີນທາງດ້ວຍລົດຍົນໄຟຟ້າກໍາລັງໄດ້ຮັບຄວາມນິຍົມຫຼາຍຂຶ້ນເລື້ອຍໆ ໃນ ສປປ ລາວ ດັ່ງນັ້ນ, “ສະຖານີສາກລົດໄຟຟ້າ”...

ລາວ-ກູບາ ສືບຕໍ່ຮັດແໜ້ນສາຍພົວພັນ ແລະ ການຮ່ວມມືສອງຝ່າຍ

ລາວ-ກູບາ ພົບປະສອງຝ່າຍຢ່າງເປັນທາງການ ເພື່ອຕີລາຄາ, ຖອດຖອນບົດຮຽນ, ປຶກສາຫາລືດ້ານຍຸດທະສາດ ແລະ ກໍານົດທິດທາງການຮ່ວມມື ໃຫ້ກ້າວເຂົ້າສູ່ລວງເລິກ ເພື່ອຜົນປະໂຫຍດລວມຂອງປະຊາຊົນສອງຊາດ. ໂດຍຕອບສະໜອງຕາມຄໍາເຊີນຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ,...

ເຮືອໂດຍສານຫຼົ້ມ ທີ່ປະເທດໄນຈີເຣຍ ເສຍຊີວິດ 60 ຄົນ ເຊິ່ງມີການບັນຈຸຜູ້ໂດຍສານຫຼາຍກວ່າ 100 ຄົນ

ເສຍຊີວິດ 60 ຄົນ ເຫດການເຮືອໂດນສານຫຼົ້ມທີ່ປະເທດໄນຈີເຣຍ ຜູ້ເສຍຊີວິດສ່ວນຫຼາຍແມ່ນຜູ້ຍິງ ແລະ ເດັກນ້ອຍ. ໃນວັນທີ 02 ກັນຍາ 2025 ທີ່ຜ່ານມາ, ເກີດເຫດເຮືອໂດຍສານຫຼົ້ມ ປະເທດໄນຈີເຣຍ, ເນື່ອງຈາກເຮືອໄດ້ຕໍາກັບຕໍໄມ້ທີ່ຢູ່ໃນນ້ໍ້າ...