spot_img
Homeຂ່າວພາຍ​ໃນບົດຖະແຫຼງຂ່າວຂອງຄະນະສະເພາະກິດ ປະຈໍາວັນທີ 15 ມັງກອນ 2022

ບົດຖະແຫຼງຂ່າວຂອງຄະນະສະເພາະກິດ ປະຈໍາວັນທີ 15 ມັງກອນ 2022

Published on

ສະພາບການການຕິດເຊື້ອພະຍາດໂຄວິດ19 ຢູ່ປະເທດເຮົາ ໃນມື້ວານ ວັນທີ 14ມັງກອນ 2022, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊື້ອໂຄວິດ-19 ທັງໝົດ 5.124 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອ ທັງໝົດ 900 ຄົນ (ຕິດເຊື້ອພາຍໃນ ມີ 897 ຄົນ ແລະ ຕິດເຊື້ອນໍາເຂົ້າ 03 ຄົນ) ດັ່ງນັ້ນຜູ້ຕິດເຊຶ້ອ ພະຍາດໂຄວີດ 19 ສະສົມໃນ ສປປ ລາວ ຮອດປະຈຸບັນ ແມ່ນ124.193 ຄົນ,  ເສຍຊີວິດສະສົມ 488 ຄົນ (ໃນນີ້ເສຍຊີວິດ ໃໝ່ 12 ຄົນ), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 419 ຄົນ, ກໍາລັງປິ່ນປົວ 7.980 ຄົນ (ຜູ້ຕິດເຊື້ອໂຄວິດ ປະຈຸບັນ ) .

ຈຳນວນຕົວເລກ ການຕິດເຊື້ອໃໝ່ພາຍໃນປະເທດມື້ວານນີ້  ທັງໝົດມີ 897ຄົນ ຈາກ ນະຄອນຫຼວງວຽງຈັນ ແລະ 17 ແຂວງ ມີ ດັ່ງນີ້:

  1. ນະຄອນຫຼວງ 213 ຄົນ
  2. ບໍລິຄໍາໄຊ 137 ຄົນ
  3. ໄຊຍະບູລີ 69 ຄົນ
  4. ຫົວພັນ 64 ຄົນ
  5. ຊຽງຂວາງ 49 ຄົນ
  6. ຜົ້ງສາລີ 48 ຄົນ
  7. ເຊກອງ 40 ຄົນ
  8. ສາລະວັນ 39 ຄົນ
  9. ວຽງຈັນ 38 ຄົນ
  10. ອຸດົມໄຊ 38 ຄົນ
  11. ຄໍາມ່ວນ 31 ຄົນ
  12. ຫຼວງພະບາງ 30 ຄົນ
  13. ບໍ່ແກ້ວ 30 ຄົນ
  14. ຫຼວງນໍ້າທາ 21 ຄົນ
  15. ອັດຕະປື 20 ຄົນ
  16. ຈໍາປາສັກ 12 ຄົນ
  17. ໄຊສົມບູນ 11 ຄົນ
  18. ສະຫັວນນະເຂດ 7 ຄົນ

ສ່ວນການຕິດເຊື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດ ມີ 03 ຄົນ ຈາກນະຄອນຫຼວງວຽງຈັນ, ທຸກຄົນໄດ້ເກັບຕົວຢ່າງ ແລະ ເຂົ້າຈຳກັດບໍລິເວນໃນສະຖານທີ່ຄະນະສະເພາະກິດກຳນົດໄວ້ກ່ອນຈະກວດພົບເຊື້ອ.

ສຳລັບຄົນທີ່ເສຍຊີວິດໃໝ່ 12 ຄົນ ຈາກ: ນະຄອນຫຼວງວຽງຈັນ 7 ຄົນ, ແຂວງວຽງຈັນ 02 ຄົນ, ແຂວງຫຼວງນໍ້າທາ 01 ຄົນ ແຂວງເຊກອງ 01 ຄົນ ແລະ ໄຊສົມບູນ 01 ຄົນ.

ບົດຄວາມຫຼ້າສຸດ

ເຫດການຄາຕະກຳ! ເຂີຍໂຫດບໍ່ພໍໃຈເມຍແຊຣໂພສລົງເຟສບຸກ ໃຊ້ອາວຸດປືນຍິງຄອບຄົວ ພ້ອມຈົບຊີວິດຕົນເອງ ລວມທົງໝົດ 5 ສົບ

ເຂີຍໂຫດບໍ່ພໍໃຈເມຍ ທີ່ແຊຣລົງເຟສບຸກ ຈຶ່ງກໍ່ເຫດຄາຕະກຳ ແລ້ວຈົບຊີວິດຕົນເອງຕາມ ປກສ ແຂວງຊຽງຂວາງ ລາຍງານວ່າ: ວັນທີ 15 ກໍລະກົດ 2025 ຜ່ານມານີ້, ເຈົ້າໜ້າທີ່ກອງບັນຊາການ ປ້ອງກັບຄວາມສະຫງົບ ແຂວງຊຽງຂວາງໄດ້ຮັບລາຍງານ...

ເດັກນ້ອຍອາຍຸ 11 ປີ ຊາວບຣາຊິນ ມີແຂ້ວ 81 ເຫຼັ້ມ

ແພດສຸດອຶ້ງ! ເດັກນ້ອຍຜູ້ຍິງອາຍຸ 11 ປີ ຊາວບຣາຊິນ ໄປຖອນແຂ້ວຢູ່ຄລີນິກ ແຕ່ຜົນສະແກນພົບວ່າມີແຂ້ວຫຼາຍເຖິງ 81 ເຫຼັ້ມ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກໍລະກົດ 2025 ຜ່ານມາ, ກ່ຽວກັບເລື່ອງລາວສຸດອຶ້ງເມື່ອມີເດັກນ້ອຍຜູ້ຍິງຊາວບຣາຊິນ...

ນາຍົກລັດຖະມົນຕີ ຕ້ອນຮັບທິມນັກກິລາ ສະໂມສອນບານເຕະ WIG Naga

ນາຍົກລັດຖະມົນຕີ ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຄູຝຶກ ແລະ ນັກກິລາ ຈາກສະໂມສອນ WIG Naga ທີ່ຄວ້າແຊັມບານເຕະ ລາຍການ IBER Cup 2025 ຮຸ່ນອາຍຸບໍ່ເກີນ...

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...