spot_img
Homeຂ່າວຕ່າງປະເທດຈີນສຳເລັດການທົດລອງນຳໃຊ້ ດວງຕາເວັນທຽມ ທີ່ມີອຸນຫະພູມສູງເຖິງ 70 ລ້ານອົງສາ

ຈີນສຳເລັດການທົດລອງນຳໃຊ້ ດວງຕາເວັນທຽມ ທີ່ມີອຸນຫະພູມສູງເຖິງ 70 ລ້ານອົງສາ

Published on

ຈີນທົດລອງນຳໃຊ້ ດວງຕາເວັນທຽມ ເຊິ່ງທົດສອບວັດອຸນຫະພູມສູງກວ່າດວງຕາເວັນຂອງແທ້ເຖິງ 5 ເທົ່າ ແລະ ທົດລອງເດີນເຄື່ອງສາມາດຢູ່ໄດ້ດົນເຖິງ 17 ນາທີ ຈຶ່ງກາຍເປັນຄວາມຫວັງສຳຫຼັບແຫຼ່ງກຳເນີດພະລັງງານໃໝ່.

ຈາກການລາຍງານຂອງສຳນັກຂ່າວຕ່າງປະເທດໄດ້ລະບຸວ່າ: ໃນວັນທີ 3 ເດືອນມັງກອນ  2022 ທີ່ຜ່ານມາ ສະຖາບັນຟີຊິກພາສມາ ສັງກັດຢູ່ສະຖາບັນບັນດິດວິທະຍາສາດຈີນ ໄດ້ມີການທົດລອງນຳໃຊ້ ດວງຕາເວັນທຽມ ຢູ່ເມືອງອັນຫຸຍ ທາງດ້ານຕະວັນອອກຂອງປະເທດຈີນ ເຊິ່ງການທົດລອງດັ່ງກ່າວແມ່ນການຈຳລອງການເກີດປະຕິກິລິຍາ ນິວເຄຍ ທີ່ຄ້າຍຄື ກັບປະຕິກິລິຍາທີ່ ເກິດຢູ່ເທິງດວງຕາເວັນແທ້ ໂດຍພົບວ່າສາມາດສ້າງອຸນຫະພູມໄດ້ສູງເຖິງ 70  ລ້ານອົງສາ ແລະ ເຮັດວຽກຕໍ່ເນື່ອງ ເປັນເວລາດົນເຖິງ 1.056 ຫຼື ປະມານ 17 ນາທີ ຖືວ່າເປັນການເປີດໃຊ້ງານທີ່ຍາວນານທີ່ສຸດ.

ໂດຍການທົດລອງໃນຄັ້ງນີ້ນັກວິໄຈລະບຸວ່າຕົວເລກ 70 ລ້ານອົງສາເປັນອຸນຫະພູມທີ່ຮ້ອນກວ່າແກນກາງຂອງດວງຕາເວັນຂອງແທ້ເຖິງ 5 ເທົ່າ ເຊິ່ງການທົດລອງຕ້ອງໃຊ້ພະລັງງານຈາກ ດິວເທີຣຽມ ຫຼື ທາດຮີໂດແຊນໜັກ ເຊິ່ງມີຫຼາຍໃນທະເລ. ຈີນຄິດວ່ານີ້ອາດຈະເປັນພະລັງງານທີ່ສາມາດທົດແທນພະລັງງານຂອງມະນຸດຕໍ່ໄປໃນອານາຄົດ.

ແຫຼ່ງຂ່າວ: Thairath

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...