spot_img
Homeຂ່າວພາຍ​ໃນ9 ເດືອນຕົ້ນປີ ດ່ານສາກົນພູເກືອ ເກັບພາສີອາກອນລາຍຮັບໄດ້ 29 ຕື້ກວ່າກີບ

9 ເດືອນຕົ້ນປີ ດ່ານສາກົນພູເກືອ ເກັບພາສີອາກອນລາຍຮັບໄດ້ 29 ຕື້ກວ່າກີບ

Published on

ເມື່ອບໍ່ດົນມານີ້, ທ່ານ ພູວັນ ພົມມະຈັນ ຄະນະປະຈໍາສະພາປະຊາຊົນ ແຂວງອັດຕະປື (ສພຂ) ຮອງປະທານຄະນະກຳມະການເສດຖະກິດ, ແຜນການ ແລະ ການເງິນ (ຄສຜງ) ສພຂ ພ້ອມຄະນະລົງເຄື່ອນໄຫວ ຕິດຕາມກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດລັດຖະທຳມະນູນ, ກົດໝາຍ, ມະຕິຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ ໃນຂົງເຂດເສດຖະກິດ, ແຜນການ ແລະ ການເງິນຢູ່ດ່ານສາກົນພູເກືອ.

ໂດຍເຂົ້າຮ່ວມມີ ທ່ານ ພັທ ໂພໄຊ ສຸລິວົງສາ ຫົວໜ້າຄະນະຄຸ້ມຄອງດ່ານສາກົນພູເກືອ, ມີບັນດາທ່ານຂະແໜງພາສີ ແລະ ຂະແໜງການປະຈຳດ່ານທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ພັທ ໂພໄຊ ສຸລິວົງສາ ໄດ້ລາຍງານການຈັດຕັ້ງປະຕິບັດວຽກງານຢູ່ດ່ານສາກົນພູເກືອໂດຍຫຍໍ້ໃຫ້ຊາບວ່າ: ດ່ານສາກົນພູເກືອ ຕັ້ງຢູ່ເມືອງພູວົງ ແຂວງອັດຕະປື ຫ່າງຈາກເທດສະບານເມືອງສາມັກຄີໄຊ 113 ກິໂລແມັດ ຕາມເສັ້ນທາງ 18 ເບ ຕິດກັບດ່ານສາກົນ ເບີອີ ເມືອງງອກໂຫ້ຍ ແຂວງກອນຕູມ (ສສ ຫວຽດນາມ) ຊຶ່ງມີຄວາມສຳຄັນດ້ານຍຸດທະສາດ, ທາງດ້ານການເມືອງ, ເສດຖະກິດ-ສັງຄົມ ແລະ ການຕ່າງປະເທດ.

ໃນໄລຍະ 9 ເດືອນຕົ້ນປີ 2021ນີ້, ຂະແໜງພາສີພ້ອມດ້ວຍວິຊາການໄດ້ເອົາໃຈໃສ່ຢ່າງເປັນປົກກະຕິໃນການກວດກາສິນຄ້າກ່ອນການສົ່ງອອກ-ນຳເຂົ້າໂດຍສົມທົບກັບພາກສ່ວນທີ່ກ່ຽວຂ້ອງຂອງແຂວງ, ພ້ອມໄດ້ສ້າງໃຫ້ແກ່ຜູ້ປະກອບການ ແລະ ນັກລົງທຶນຫັນເຂົ້າມາໃຊ້ບໍລິການພາຍໃນດ່ານໃຫ້ນັບມື້ນັບຫຼາຍເພື່ອຊອກຫາແຫຼ່ງລາຍຮັບໃຫ້ໄດ້ບັນລຸຕາມແຜນ, 9 ເດືອນຕົ້ນປີຜ່ານມາສາມາດເກັບລາຍຮັບພາສີອາກອນໄດ້ທັງໝົດ 29.033.781.341 ກີບ ທຽບໃສ່ແຜນປີໄດ້ 92,17%.

ຈາກນັ້ນທ່ານຮອງປະທານ ຄສຜງ ໄດ້ມີຄຳຖາມເຈາະຈີ້ມເພີ່ມເຕີມ ແລະ ເນັ້ນໃຫ້ເຈົ້າໜ້າທີ່ ແລະ ຂະ ແໜງການປະຈຳດ່ານ ເອົາໃຈໃສ່ຄຸ່ມຄອງ ກວດກາຈັດຕັ້ງເຄື່ອນໄຫວວຽກງານໃຫ້ຖືກຕ້ອງສອດຄ່ອງຕາມລະບຽບກົດໝາຍ ແລະ ນິຕິກຳຕ່າງທີ່ກ່ຽວຂ້ອງ ພ້ອມເກັບລາຍຮັບໃຫ້ໄດ້ລື່ນຕາມແຜນການທີ່ວາງໄວ້.

ແຫຼ່ງຂ່າວ: ປະຊາຊົນ (ພາບ-ຂ່າວ: ວິນັດ)

ບົດຄວາມຫຼ້າສຸດ

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ຍທຂ ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ

ຍທຂ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງ. ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ...

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ພິທີໂຮມຊຸມນຸມ ສະເຫລີມສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ໄດ້ຈັດຂຶ້ນໃນວັນທີ...

ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ

ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ ວັນທີ 8 ສິງຫາ 2025 ນີ້, ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກ ແລະ ປກສ...