spot_img
Homeຂ່າວການສຶກສາສະມາຊິກສະພາແຫ່ງຊາດ ຊີ້ ຮຽນອອນລາຍໄດ້ຮູບການ ຫຼາຍກວ່າຄຸນນະພາບ

ສະມາຊິກສະພາແຫ່ງຊາດ ຊີ້ ຮຽນອອນລາຍໄດ້ຮູບການ ຫຼາຍກວ່າຄຸນນະພາບ

Published on

ໃນວາລະປະກອບຄໍາເຫັນຂອງສະມາຊິກສະພາແຫ່ງຊາດ (ສສຊ) ຕໍ່ການ ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປະຈໍາປີ 2021 ຂອງລັດ ຖະບານ ໃນກອງຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ທີ່ດໍາເນີນໃນປັດຈຸບັນນີ້. ໜຶ່ງໃນບັນຫາພົ້ນເດັ່ນທີ່ ສສຊ ຫລາຍເຂດເລືອກ ຕັ້ງໄດ້ມີຄວາມເປັນຫ່ວງ ແລະ ຢີບຍົກຂຶ້ນມາສະເໜີໃນທີ່ປະຊຸມ ເພື່ອໃຫ້ ລັດຖະບານເບິ່ງຄືນ ກໍແມ່ນການຮຽນ-ການສອນ ໃນຮູບແບບທາງໄກ (ອອນລາຍ) ໃນໄລຍະທີ່ມີການລະບາດຂອງພະຍາດໂຄວິດ-19, ໂດຍສ່ວນ ຫລາຍເຫັນວ່າການຮຽນຜ່ານອອນລາຍ ຈະໄດ້ແຕ່ຮູບການຫຼາຍກວ່າຄຸນພາບ.

ດັ່ງຄໍາເຫັນຂອງທ່ານ ແດງ ປະທຸມທອງ ສສຊ ເຂດເລກຕັ້ງທີ 18 ແຂວງ ໄຊສົມບູນ ຍົກໃຫ້ເຫັນວ່າ: ສະພາບການຮຽນ-ການສອນ ຜ່ານອອນລາຍຄືດັ່ງ ໄດ້ປະຕິບັດໃນປັດຈຸບັນນີ້, ເຫັນວ່າຍັງບໍ່ທັນມີຄວາມເປັນເອກະພາບກັນ, ໂດຍລວມເຫັນວ່າ ໄດ້ພຽງຮູບການ, ແຕ່ຄຸນນະພາບໃນການຮັບຮູ້ເຂົ້າໃຈຂອງນັກຮຽນ ແລະ ການເອົາໃຈໃສ່ຂອງຄູອາຈານແມ່ນບໍ່ສູງ, ບໍ່ມີປະສິດທິພາບ. ຂະນະດຽວກັນ, ຂະແໜງການກ່ຽວຂ້ອງຍັງບໍ່ສາມາດສະຫລຸບໝາກຜົນ ຫຼື ປະເມີນທາງດ້ານຄຸນນະພາບຂອງການຮຽນ-ການສອນໃນຮູບແບບດັ່ງກ່າວ ໄດ້ເປັນທີ່ຊັດເຈນ, ໂດຍສະເພາະຕົວເລກຂອງອັດຕາການເຂົ້າຮຽນຂອງ ນັກຮຽນ, ຄວາມສະດວກ ແລະ ຂໍ້ຫຍຸ້ງຍາກໃນການສິດສອນລະຫວ່າງຕົວ ເມືອງກັບເຂດຊົນນະບົດຫ່າງໄກສອກຫລີກ, ຂະນະທີ່ ຍັງມີຫລາຍທ້ອງຖິ່ນ ບໍ່ທັນມີສັນຍານໂທລະສັບ ຫລື ອິນເຕີເນັດ ໄປຮອດໄປເຖິງ. ສະນັ້ນ ຂໍສະເໜີໃຫ້ລັດຖະບານ ຈົ່ງໄດ້ກວດກາ ແລະ ຊີ້ນໍາຂະແໜງການກ່ຽວຂ້ອງຕື່ມ ເພື່ອຄົ້ນຄວ້າ ແລະ ປະເມີນວ່າຄວນສືບຕໍ່ດໍາເນີນການຮຽນອອນລາຍ ຫຼື ຈະຫັນໄປນໍາໃຊ້ຮູບແບບການຮຽນວິທີອື່ນທີ່ເໝາະສົມ ເພື່ອໃຫ້ຮັບປະກັນ ທາງດ້ານຄຸນນະພາບ ແລະ ປະສິດທິພາບຂອງການສຶກສາໃຫ້ແກ່ລູກຫຼານ ຂອງພວກເຮົາໃນຕໍ່ໜ້າ.

ສ່ວນທ່ານ ຄໍາແສນ ສີສະວົງ ສສຊ ເຂດເລືອກຕັ້ງທີ 9 ແຂວງຊຽງຂວາງ ໄດ້ມີຄໍາເຫັນວ່າ: ເຖິງວ່າກະຊວງສຶກສາທິການ ແລະ ກິລາ ໄດ້ອອກຄໍາສັ່ງແນະນໍາກ່ຽວກັບການຮຽນ-ການສອນ ໃນໄລຍະເກີດການລະບາດຂອງພະຍາດ ໂຄວິດ-19 ນີ້ ໃຫ້ຮຽນຜ່ານລະບົບອອນລາຍ, ເຊິ່ງໃນຄວາມເປັນຈິງແລ້ວ ການຮຽນຮູບແບບດັ່ງກ່າວ ກໍມີຫຼາຍປະເທດນໍາໃຊ້ໄດ້ຢ່າງມີປະສິດທິຜົນ, ເນື່ອງຈາກວ່າ ຖ້າຫາກພວກເຮົາສາມາດໝູນໃຊ້ລະບົບການສື່ສານທີ່ທັນສະໄໝນີ້ໄດ້ຢ່າງເຕັມສ່ວນ ກໍຈະເປັນໂອກາດໃໝ່ທີ່ຊ່ວຍເສີມສ້າງທາງດ້ານທັກສະ ແລະ ພັດທະນາຄວາມຮູ້ໃນດ້ານຕ່າງໆໃຫ້ແກ່ນັກຮຽນ-ນັກສຶກສາໄດ້ຢ່າງເລີກເຊິ່ງ ແລະ ກວ້າງຂວາງ, ແຕ່ບັນຫາຫຍຸ້ງຍາກຕໍ່ການຮຽນດັ່ງກ່າວນີ້ ກໍຍັງມີ ຫຼາຍດ້ານຫຍຸ້ງຍາກ ແລະ ຂໍ້ຈໍາກັດຫຼາຍດ້ານ ເປັນຕົ້ນແມ່ນການຂາດເຂີນ ອຸປະກອນ (ໂທລະສັບ-ຄອມພິວເຕີ) ຂອງນັກຮຽນ, ການຮຽນທີ່ບໍ່ປົກກະຕິ, ຜູ້ປົກຄອງນັກຮຽນຈໍານວນບໍ່ໜ້ອຍບໍ່ມີເວລາບອກສອນລູກຫຼານໃນການຮຽນ ດັ່ງກ່າວ. ພ້ອມທັງສະເໜີ ໃຫ້ລັດຖະບານຄົ້ນຄວ້ານະໂຍບາຍຊ່ວຍເຫລືອ ທາງດ້ານຄ່າຊົມໃຊ້ອິນເຕີເນັດໃຫ້ແກ່ຄູອາຈານ ແລະ ນັກຮຽນໄດ້ຍິ່ງເປັນການດີ.

ແນວໃດກໍຕາມ, ຄໍາເຫັນຂອງ ສສຊ ສ່ວນຫຼາຍໂດຍລວມແລ້ວເຫັນວ່າ ສອດຄ່ອງກັບການຕີລາຄາຂອງຄະນະປະຈໍາສະພາແຫ່ງຊາດ, ທີ່ສະເໜີ ໂດຍທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ ທີ່ເຫັນວ່າການຮຽນຜ່ານລະບົບທາງໄກ ຍັງບໍ່ມີປະສິດທິຜົນເທົ່າທີ່ຄວນ, ພ້ອມທັງແນະນໍາໃຫ້ລັດຖະບານສືບຕໍ່ສ້າງ ແລະ ປັບປຸງນິຕິກໍາ ເພື່ອຄຸ້ມຄອງການຮຽນ-ການສອນແບບທາງໄກ, ພັດທະນາຫລັກສູດ ແລະ ສະໜອງອຸປະກອນການຮຽນ-ການສອນໃນທຸກຊັ້ນ, ທຸກສາຍ ເພື່ອໃຫ້ສາມາດຕອບສະໜອງໃຫ້ແກ່ການພັດທະນາຊັບພະຍາ ກອນມະນຸດໃນຍຸກ 4.0 ໃຫ້ມີຄຸນະພາບ.

ບົດຄວາມຫຼ້າສຸດ

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ...

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...

ໄລຍະ 3 ເດືອນ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ສາມາດດຶງດູດການລົງທຶນໄດ້ 1 ຕື້ກວ່າໂດລາ

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ລົງຊີ້ນຳວຽກງານ ຫ້ອງການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ. ໃນຕອນເຊົ້າຂອງ ວັນທີ 13...