spot_img
Homeນານາສາລະເປັນຫຍັງເຮົາຕ້ອງປຽບທຽບຕົນເອງກັບຜູ້ອື່ນ?

ເປັນຫຍັງເຮົາຕ້ອງປຽບທຽບຕົນເອງກັບຜູ້ອື່ນ?

Published on

ມະນຸດເຮົານັ້ນມັກຈະປຽບທຽບຕົນເອງກັບຜູ້ອື່ນຢູ່ສະເໝີ ບໍ່ວ່າຈະຕັ້ງໃຈ ຫຼື ບໍ່ຕັ້ງໃຈກໍຕາມ, ເພາະການປຽບທຽບນັ້ນເອີ້ນໄດ້ວ່າເປັນໂຕກະຕຸ້ນຂັ້ນພື້ນຖານທີ່ສຸດຂອງມະນຸດເລີຍກໍວ່າໄດ້ ໂດຍສະເພາະໃນຍຸກທີ່ມີສື່ອອນລາຍ Social media ກໍຈະເຮັດໃຫ້ໄດ້ເຫັນຊີວິດຂອງຄົນອື່ນຫຼາຍຂຶ້ນ ແລະ ຄົນສ່ວນໃຫຍ່ກໍເລືອກທີ່ຈະໂພສໃນສິ່ງທີ່ມີຄວາມສຸກ ແລະ ດ້ານດີໆຂອງຊີວິດ, ເຮັດໃຫ້ຄົນທີ່ເຫັນບາງຄັ້ງກໍອົດໃຈບໍ່ໄດ້ທີ່ຈະເອົາມາປຽບທຽບຕົນເອງ.

ທິດສະດີການປຽບທຽບທາງສັງຄົມ (Social comparison theory) ໄດ້ຖືກພັດທະນາ ແລະ ສຶກສາ ຄັ້ງທໍາອິດໃນປີ 1954 ໂດຍນັກຈິດຕະວິທະຍາທີ່ມີຊື່ວ່າ Leon Festinger ໂດຍໄດ້ຕັ້ງຂໍ້ສົມມຸດຖານ ເພື່ອອະທິບາຍວ່າ ເຮົາບໍ່ໄດ້ມັກການປຽບທຽບ ແຕ່ມັນເປັນສິ່ງທີ່ຫຼີກລ່ຽງບໍ່ໄດ້ ໂດຍມີຄໍາອະທິບາຍທີ່ໜ້າສົນໃຈເຊັ່ນ

  1. ເຮົາມີສິ່ງກະຕຸ້ນໃຫ້ປຽບທຽບຄວາມສາມາດ ຫຼື ຄວາມຄິດເຫັນເຮົາກັບຄົນອື່ນ ເພື່ອການຢູ່ລອດຂອງຊີວິດ. ໃນສະໄໝກ່ອນ ມະນຸດດໍາລົງຊີວິດແບບຢູ່ກັນເປັນຝູງ ເຊິ່ງຖ້າເຮົາມີຄວາມຄິດເຫັນທີ່ແຕກຕ່າງຫຼາຍເກີນໄປ ມີຄວາມເປັນໄປໄດ້ສູງທີ່ເຮົາຈະຕາຍຈາກຄວາມໂຫດຮ້າຍຂອງທໍາມະຊາດ.

2. ເຮົາຈະອີງກັບການປຽບທຽບທາງສັງຄົມຫຼາຍຂຶ້ນ ເມື່ອສິ່ງທີ່ເຮົາຕ້ອງການປຽບທຽບນັ້ນ ບໍ່ມີມາດຕະຖານ ຫຼື ຂໍ້ອ້າງອີງ, ຜົນທົດລອງໜຶ່ງມີຄໍາຖາມວ່າ ເຈົ້າສາມາດເຮັດສິ່ງນີ້ໄດ້ບໍ່? ກັບ ເຈົ້າເຮັດສິ່ງນີ້ໄດ້ດີບໍ່? ເຫັນວ່າ ຄໍາຖາມທີ 2 ຈະກະຕຸ້ນໃຫ້ເກີດການປຽບທຽບຫຼາຍກວ່າ ເພາະບໍ່ມີກົດເກນທີ່ຊັດເຈນມີສາມາດວັດແທກໄດ້ວ່າສິ່ງທີ່ກໍາລັງເຮັດຢູ່ດີ ຫຼື ບໍ່ດີ.

3. ຖ້າຄວາມຄິດ ຫຼື ຄວາມສາມາດແຕກຕ່າງກັນຫຼາຍເກີນໄປ ມີທ່າອ່ຽງທີ່ຈະເກີດການປຽບທຽບໜ້ອຍລົງ, ເຮົາມັກຈະປຽບທຽບກັບຄົນທີ່ມີລະດັບໃກ້ຄຽງກັນກັບເຮົາ, ໃຜທີ່ມີຄວາມສາມາດທີ່ແຕກຕ່າງຈາກເຮົາຫຼາຍເກີນໄປ ຫຼື ບໍ່ມີຄຸນລັກສະນະທີ່ເຮົາສົນໃຈ ເຮົາມັກຈະບໍ່ຢາກປຽບທຽບນໍາ ເພາະຈະເຮັດໃຫ້ການປຽບທຽບນັ້ນໃຫ້ຂໍ້ມູນທີ່ບໍ່ຊັດເຈນ.

4. ການປຽບທຽບກັບຄົນທີ່ເກັ່ງກວ່າຊ່ວຍໃຫ້ເຮົາພັດທະນາຂຶ້ນ? ການປຽບທຽບທາງສັງຄົມໃນແຕ່ລະຄັ້ງ ເຮົາຈະເລືອກເປົ້າໝາຍທີ່ໃຊ້ປຽບທຽບແຕກຕ່າງກັນໄປ , ເຊິ່ງແຕ່ລະເປົ້າໝາຍໃຫ້ປະໂຫຍດ ແລະ ສົ່ງຜົນໃຫ້ເກີດອາລົມຕາມມາທີ່ບໍ່ຄືກັນ. ການປຽບທຽບກັບຄົນທີ່ຄ້າຍຄືກັບເຮົາ ຈະເຮັດໃຫ້ເຮົາຮູ້ເຖິງສະຖານະ ແລະ ຄວາມສາມາດຂອງຕົນເອງ, ການປຽບທຽບກັບຄົນທີ່ດ້ອຍກວ່າ ຈະເຮັດໃຫ້ເຮົາຮູ້ສຶກພໍໃຈກັບສະຖານະທີ່ເປັນຢູ່ ແລະ ຮູ້ສຶກດີກັບຊີວິດຫຼາຍຂຶ້ນ ແຕ່ຖ້າປຽບທຽບກັບຄົນໃກ້ຊິດ ຈະເຮັດໃຫ້ເຮົາຮູ້ສຶກຜິດຕາມມາ, ການປຽບທຽບກັບຄົນທີ່ຢູ່ສູງກວ່າ ຈະເຮັດໃຫ້ເຮົາມີແຮງຜັກດັນ ຫຼື ຄວາມພະຍາຍາມທີ່ຈະພັດທະນາຕົນເອງໃຫ້ເກັ່ງຂຶ້ນ ແລະ ຍັງມີການປຽບທຽບອີກຫຼາຍປັດໄຈອື່ນໆທີ່ເຮົາຍັງບໍ່ຮູ້, ສິ່ງສໍາຄັນຄື ເມື່ອຮູ້ສຶກເຖິງການປຽບທຽບແລ້ວວ່າຈຸດປະສົງເພື່ອຫຍັງ ເຮົາກໍຄວນພິຈາລະນາຕົນເອງ, ເຂົ້າໃຈຕົນເອງໃຫ້ຫຼາຍຂຶ້ນ, ຮູ້ຈັກໃຫ້ອະໄພ ແລະ ພໍໃຈກັບຄວາມພະຍາຍາມຂອງຕົນເອງທີ່ຜ່ານມາ ແລະ ຄ່ອຍໆພັດທະນາຕົນເອງຢູ່ສະເໝີ ເຊິ່ງເປັນຫົວໃຈຫຼັກທີ່ສໍາຄັນໃນການທີ່ຈະສາມາດເຕີບໃຫຍ່ໄປໄດ້ໄກ.

ອ້າງອີງ: Investerest

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...