ຫວຽດນາມ ຈະຫລຸດການນຳເຂົ້າໄຟຟ້າຈາກຈີນ ໃນປີ 2015 ຫັນໃຊ້ພະລັງງານພາຍໃນ!

VIETNAM-ENERGY-ELECTRICITY

 

ຫວຽດນາມ ຈະປັບຫລຸດປະລິມານໄຟຟ້າທີ່ນຳເຂົ້າຈາກຈີນ ໃນປີ 2015 ແລະ ຫັນໄປໃຊ້ພະລັງງານທີ່ຜະລິດໄດ້ຈາກໂຮງ

ງານໄຟຟ້າແຫ່ງໃໝ່ ໃນພາກເໜືອຂອງປະເທດ.

 

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 27 ຕຸລານີ້ວ່າ ທ່ານ ໂງ ເຊິນ ຮາຍ ຜູ້ອຳນວຍການສູນຄວບຄຸມການໃຊ້ໄຟຟ້າ

ແຫ່ງຊາດຫວຽດນາມ ພາຍໃຕ້ການຄຸ້ມຄອງຂອງການໄຟຟ້າຫວຽດນາມ ໄດ້ເປີດເຜີຍຂໍ້ມູນຕໍ່ໜັງສືພິມທ້ອງຖິ່ນຂອງ

ກະຊວງແຜນການ ແລະ ການລົງທຶນວ່າ ໃນປີ 2015 ໂຮງງານໄຟຟ້າຖ່ານຫີນຫລາຍແຫ່ງຂອງປະເທດ ຈະເຂົ້າສູ່ລະບົບ

ການຜະລິດ ເຊິ່ງລວມທັງໂຮງງານໄຟຟ້າທີ່ຢູ່ໃນແຂວງກວາງນິງ, ນະຄອນຮາຍຟ່ອງ ທາງພາກເໜືອ ແລະ ແຂວງແທັງ

ຮ່ວາ, ຫ່າຕິງ ຢູ່ທາງພາກກາງຂອງປະເທດ ເຊິ່ງຈະພ້ອມກັນຜະລິດພະລັງງານໄດ້ ໃນປະລິມານທີ່ພຽງພໍຕໍ່ຄວາມຕ້ອງການ

ພາຍໃນປະເທດ.