spot_img
Homeຂ່າວພາຍ​ໃນຫຼາຍຄົນຂ້ອງໃຈເລື່ອງການໃຊ້ຜ້າປິດປາກ-ດັງ ໃນຫ້ອງປະຊຸມ

ຫຼາຍຄົນຂ້ອງໃຈເລື່ອງການໃຊ້ຜ້າປິດປາກ-ດັງ ໃນຫ້ອງປະຊຸມ

Published on

ປະຊາຊົນຫຼາຍຄົນມີຄວາມຂ້ອງໃຈກ່ຽວກັບການນຳໃຊ້ຜ້າປິດປາກ-ດັງ ພ້ອມການຮັກສາໄລຍະຫ່າງທາງສັງຄົມ ໃນຫ້ອງປະຊຸມ ຫຼື ໃນເວລາຖ່າຍຮູບລວມກຸ່ມ ເພາະບາງຮູບພາບທີ່ໂພສລົງທາງສື່ໂຊຊຽວຈຳນວນໜຶ່ງແມ່ນບໍ່ມີການໃສ່ຜ້າປິດປາກ-ດັງ ຫຼື ເວັ້ນໄລຍະຫ່າງທາງສັງຄົມແຕ່ຢ່າງໃດ.

ທ່ານຜູ້ອ່ານບໍ່ປະສົງອອກນາມຄົນໜຶ່ງຢູ່ນະຄອນຫຼວງວຽງຈັນກ່າວວ່າ: ຕາມທີ່ສັງເກດເຫັນເວລາຈັດກອງປະຊຸມ ຫຼື ງານຊຸມນຸມສຳຄັນບາງຢ່າງ ຜູ້ຄົນຈຳນວນໜຶ່ງຖືເບົາເລື່ອງການໃສ່ຜ້າປິດປາກ-ດັງ ແລະ ການຮັກສາໄລຍະຫ່າງທາງສັງຄົມ ໂດຍສະເພາະໃນເວລາຖ່າຍຮູບໂພສລົງໂຊຊຽວ ເຊິ່ງຕ້ອງໄດ້ຢືນແບບໃກ້ຊິດກັນ ທັງບໍ່ໃສ່ຜ້າປິດປາກ, ເຖິງແມ່ນສະພາບການແຜ່ລະບາດຂອງໂຄວິດ-19 ໃນຊຸມຊົນໃນປະເທດຂອງພວກເຮົາຈະຍັງບໍ່ຫຼາຍ ເມື່ອທຽບກັບປະເທດອ້ອມຂ້າງ ແຕ່ກໍບໍ່ຄວນຖືເບົາ ຫຼື ເບິ່ງຂ້າມໃນເລື່ອງນີ້.

ນາງ ລັດສະໝີ, ພະນັກງານຢູ່ນະຄອນຫຼວງວຽງຈັນກໍກ່າວວ່າ: ການໃສ່ຜ້າປິດປາກ-ດັງ ແມ່ນມີຄວາມສຳຄັນຫຼາຍ ໂດຍສະເພາະໃນຫ້ອງປະຊຸມ ຫຼື ພົບປະສຳຄັນທີ່ມີຄົນຈຳນວນຫຼາຍ, ແມ່ນແຕ່ຜູ້ນຳລະດັບສູງ ເພິ່ນກໍຍັງໃສ່ຜ້າປິດປາກ-ດັງຕະຫຼອດເວລາ ບໍ່ສະເພາະໃນຊ່ວງຂອງການດຳເນີນກອງປະຊຸມ ຫຼື ແມ່ນແຕ່ເວລາຖ່າຍຮູບຮ່ວມກັນ ເຊິ່ງພວກເຮົາຄວນເອົາເປັນແບບຢ່າງ ແລະບໍ່ຄວນເບິ່ງຂ້າມ. ອີກຢ່າງໜຶ່ງ, ບາງຄົນມັກຄິດວ່າ ຕົນເອງສັກວັກຊີນປ້ອງກັນໂຄວິດຄົບທັງ 2 ເຂັມແລ້ວຈິ່ງເຊື່ອວ່າຕົນປອດໄພ, ຄວາມຄິດດັ່ງກ່າວແມ່ນຜິດພາດທີ່ສຸດ ເຖິງແມ່ນຈະສັກວັກຊີນຄົບສອງເຂັມ ແຕ່ກໍຍັງມີໂອກາດສ່ຽງຕໍ່ການຕິດເຊື້ອໄດ້ເຊັ່ນກັນ.

ສະນັ້ນ, ຈິ່ງຮຽກຮ້ອງມາຍັງທຸກໆຄົນບໍ່ຄວນເບິ່ງຂ້າມໃນການໃຊ້ຜ້າປິດປາກ-ດັງ ແລະການຮັກສາໄລຍະຫ່າງທາງສັງຄົມ ເພາະພວກເຮົາບໍ່ຮູ້ເລີຍວ່າ ເຊື້ອອັນຕະລາຍນັ້ນມັນຈະປາກົດຕົວຢູ່ໃສ ແລະ ຈະມາຕິດແປດສູ່ຮ່າງກາຍພວກເຮົາເມື່ອໃດ, ການປ້ອງກັນຕົນເອງຂັ້ນຕົ້ນຈິ່ງເປັນສິ່ງສຳຄັນ.

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...