spot_img
Homeຂ່າວພາຍ​ໃນວັກຊິນຈອນສັນແອນຈອນສັນ ມີກໍານົດສັກພ້ອມກັນທົ່ວປະເທດອາທິດໜ້າ

ວັກຊິນຈອນສັນແອນຈອນສັນ ມີກໍານົດສັກພ້ອມກັນທົ່ວປະເທດອາທິດໜ້າ

Published on

ກະຊວງສາທາລະນະສຸກແຈ້ງໃຫ້ຮູ້ວ່າ: ວັກຊິນຈອນສັນແອນຈອນສັນ ມີກໍານົດສັກພ້ອມກັນທົ່ວປະເທດໃນວັນທີ 2 ສິງຫາ ຫຼື ອາທິດໜ້າ ຕາມໂຮງໝໍແຫ່ງຕ່າງໆ ເຊິ່ງຜູ້ທີ່ຍັງບໍ່ທັນໄດ້ຮັບວັກຊິນແມ່ນສາມາດລົງທະບຽນຜ່ານແອັບທີ່ທາງການກໍານົດໄວ້ ແລະຕ້ອງໄດ້ໄປຮັບວັກຊິນໃຫ້ທັນຕາມເວລາທີ່ນັດໝາຍ.

ທ່ານ ດຣ. ພອນປະເສີດ ອຸນາພົມ, ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ, ກະຊວງສາທາລະນະສຸກ ກ່າວວ່າ: ຈະເລີ່ມສັກວັກຊິນ ຈອນສັນແອນຈອນສັນ ຈໍານວນ 1.008.000 ໂດສພ້ອມກັນທົ່ວປະເທດໃນອາທິດໜ້ານີ້ ເຊິ່ງວັກຊິນຊະນິດດັ່ງກ່າວສາມາດສ້າງພູມຄຸ້ມກັນໄດ້ຄົບຖ້ວນໃນເຂັມດຽວ, ຄາດວ່າອັດຕາພູມຄຸ້ມກັນໃນປະຊາກອນຂອງລາວ ຈະກວມໄດ້ 29% ຫຼັງຈາກສຳເລັດການສັກວັກຊິນຈອນສັນແອນຈອນສັນ.

ສໍາລັບເປົ້າໝາຍທີ່ຈະໄດ້ວັກຊິນ ແມ່ນເລັງໃສ່ຜູ້ອາຍຸສູງ, ຜູ້ມີພະຍາດປະຈໍາຕົວ, ແລະພະນັກງານຢູ່ສູນຈໍາກັດບໍລິເວນ, ຜູ້ເຮັດວຽກຢູ່ຈຸດຜ່ານແດນ ຕາມເຂດຊາຍແດນທີ່ມີຄວາມສ່ຽງຕໍ່ການຕິດພະຍາດໂຄວິດ19. ສ່ວນການແບ່ງປັນວັກຊິນຊະນິດດັ່ງກ່າວແມ່ນອີງໃສ່ 3 ຫຼັກການຄື: ເຂດທີ່ມີການລະບາດ, ເຂດທີ່ມີຄວາມສ່ຽງ ໂດຍສະເພາະແຂວງທີ່ມີຊາຍແດນຕິດກັບປະເທດທີມີການລະບາດ ແລະອີງໃສ່ຈໍານວນປະຊາກອນຂອງແຕ່ລະແຂວງ.

ລັດຖະບານ ສປປ ລາວ ມີຄວາມມຸ່ງໝັ້ນຈະສັກວັກຊິນໃຫ້ປະຊາຊົນລາວ ໃຫ້ໄດ້ 50% ໃນທ້າຍປີ 2021 ສຳລັບຜູ້ມີອາຍຸ 18 ປີຂຶ້ນໄປ, ເພື່ອຍົກລະດັບພູມຄຸ້ມກັນຂອງປະຊາຊົນໃນການຕ້ານພະຍາດໂຄວິດ-19 ໃຫ້ສູງຂຶ້ນ.

ຢ່າງໃດກໍຕາມ, ອົງການອະນາໄມໂລກ ຍັງບໍ່ມີຂໍ້ແນະນໍາໃຫ້ສັກວັກຊິນ 2 ຊະນິດ ປະສົມກັນຕາມທີ່ເປັນຂ່າວລືຢູ່ບາງປະເທດ ຖ້າໃຜສັກວັກຊິນເຂັມທີ 1 ຊະນິດໃດ ກໍໃຫ້ສືບຕໍ່ສັກເຂັມທີ 2 ຊະນິດນັ້ນ ຈິ່ງຈະສາມາດສ້າງພູມຄຸ້ມກັນທີ່ປອດໄພໄດ້.

ຂໍ້ມູນຈາກ: Lao National Radio 

ບົດຄວາມຫຼ້າສຸດ

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...