spot_img
Homeຂ່າວພາຍ​ໃນຂໍ້ມູນການເຄື່ອນໄຫວຂອງຜູ້ຕິດເຊື້ອນະຄອນຫຼວງໃໝ່ມື້ນີ້ 7 ຄົນ ແລະ ຜູ້ຕິດເຊື້ອແຂວງວຽງຈັນ!!!

ຂໍ້ມູນການເຄື່ອນໄຫວຂອງຜູ້ຕິດເຊື້ອນະຄອນຫຼວງໃໝ່ມື້ນີ້ 7 ຄົນ ແລະ ຜູ້ຕິດເຊື້ອແຂວງວຽງຈັນ!!!

Published on

ວັນທີ 27 ມິຖຸນາ 2021 ສປປ ລາວ ໄດ້ກວດວິເຄາະທັງໝົດ 1,129 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອທັງໝົດ 26 ຄົນ, ຈາກນະຄອນຫຼວງ 7 ຄົນ, ຈຳປາສັກ 8 ຄົນ, ສະຫວັນນະເຂດ 4 ຄົນ, ແຂວງວຽງຈັນ 4 ຄົນ, ຫຼວງນ້ຳທາ 2 ຄົນ ແລະ ໄຊຍະບູລີ 1 ຄົນ.

ສຳລັບ ນະຄອນຫຼວງວຽງຈັນ 7 ຄົນ, ແຂວງວຽງຈັນ 4 ຄົນ, ຫຼວງນ້ຳທາ 2 ຄົນ ແລະ ໄຊຍະບູລີ 1 ຄົນ ແມ່ນກໍລະນີຕິດເຊື້ອໃນຊຸມຊົນ.  ສ່ວນ ແຂວງສະຫວັນນະເຂດ 4 ຄົນ ແລະ ຈຳປາສັກ 8 ຄົນ ແມ່ນກວດພົບຈາກແຮງງານລາວ ທີ່ກັບມາຈາກປະເທດເພື່ອນບ້ານ ໂດຍຖືກຕ້ອງຕາມກົດໝາຍ ເຊິ່ງຖືວ່າ ເປັນກໍລະນີນຳເຂົ້າ.

ສໍາລັບປະຫວັດການເຄື່ອນໄຫວຂອງຜູ້ຕິດເຊື້ອໃນນະຄອນຫຼວງວຽງຈັນທັງ 7 ຄົນມີດັ່ງນີ້:

ຄົນທີ 1 ເພດຍິງ ອາຍຸ 53 ປິ ຢູ່ບ້ານສີເກີດ ເມືອງ ນາຊາຍທອງ (ເປັນແມ່ຂອງຜູ້ຕິດເຊື້ອເກົ່າໃນວັນທີ 27/06/2021)

  • ວັນທີ 17/06/2021 ໄປ J-mart
  • ໄປຕະຫຼາດຂົວດິນວັນທີ 20/06/2021 ມີອາການໄຂ້ ກິນຢາໃສ່ແຕ່ບໍ່ດີຂຶ້ນ.
  • ວັນທີ 27/06/2021 ໄປກວດ ແລະ ພົບເຊື້ອ.

ຄົນທີ 2 ເພດຊາຍ ອາຍຸ 3 ປີ ບ້ານ ສີເກີດ ເມືອງນາຊາຍທອງ (ລູກຂອງຜູ້ຕິດເຊື້ອເກົ່າວັນທີ27/06/2021), ບໍ່ມີອາການຫຍັງ

  • ວັນທີ 18-21/06/2021 ໄປບ້ານໂພນເງິນ ເມືອງໂພນໂຮງ ກັບແມ່.

ຄົນທີ 3 ເພດຍິງ ອາຍຸ 19 ປີ ນັກສຶກສາ ຢູ່ບ້ານ ສີເກີດ ເມືອງນາຊາຍທອງ (ຫຼານສາວຂອງຜູ້ຕິດເຊື້ອເກົ່າວັນທີ 27/06/2021)

  • ວັນທີ 27/06/2021 ມີອາການໄຂ້ ຊື້ຢາມາກິນເອງ ແລພ ໄດ້ໄປກວດຫາເຊື້ອ. ໄປເຮັດບົດຢູ່ບ້ານອາຈານ ບ້ານດອນກອຍ ເມືອງໄຊເສດຖາ ພ້ອມໝູ່ສອງຄົນ.

ຄົນທີ 4 ເພດຍິງ ອາຍຸ 7 ປີ ນັກຮຽນ ຢູ່ບ້ານສີເກີດ ເມືອງນາຊາຍທອງ ແຂວງນະຄອນຫຼວງວຽງຈັນ (ຫຼານສາວຂອງຜູ້ຕິດເຊື້ອເກົ່າ ວັນທີ27/06/2021)

  • ໃນວັນທີ 26/06/2021 ໄປບ້ານຫົວຊ້າງ ເມືອງນາຊາຍທອງ

ຄົນທີ 5 ເພດຍິງ ອາຍຸ 38 ປີ ຢູ່ບ້ານໂພນສະອາດ ເມືອງໄຊທານີ ນະຄອນຫຼວງວຽງຈັນ

  • ວັນທີ 23/06/2021 ໄດ້ກິນເຂົ້າກັບຄອບຄົວ ມີຜູ້ເຂົ້າຮ່ວມກິນເຂົ້າຈໍານວນ 8 ຄົນ
  • ວັນທີ 24/06/2021 ໄປຕະຫຼາດໂນນສະອາດ
  • ວັນທີ 26/06/2021 ເວລາ 8:00-8:30 ໄປຕະຫຼາດດົງໝາກຄາຍ, ເວລາ 14:00 – 16:30 ໄປກິນຕໍາໝາຫຸ່ງກັບໝູ່ 4 ຄົນຢູ່ທາງເຂົ້າວັດທ່າງ່ອນ
  • ວັນທີ 27/06/2021 ມີອາການອິດເມື່ອຍ ແລະ ໄດ້ເຂົ້າໄປກວດຜົນອອກມາວ່າພົບເຊື້ອ

ຄົນທີ 6 ເພດຊາຍ ອາຍຸ 67 ປີ ຢູ່ບ້ານໂນນສະອາດ ເມືອງໄຊທານີ ນະຄອນຫຼວງວຽງຈັນ ມີພະຍາດປະຈໍາໂຕ ໝາກໄຂ່ຫຼັງ, ປອດ (ບໍ່ສະແດງອາການ)

  • ວັນທີ 25/06/2021 ໄປສັກຢາຢູ່ຄລີນິກຫຼັກ 4
  • ວັນທີ 27/06/2021 ກວດພົບເຊື້ອ (ບໍ່ມີອາການ)

ຄົນທີ 7 ເພດຊາຍ ອາຍຸ 7 ປີ ບ້ານໂນນສະອາດ ເມືອງໄຊທານີ ນະຄອນຫຼວງວຽງຈັນ (ເປັນລູກຊາຍຂອງຜູ້ຕິດເຊື້ອ)

  • ວັນທີ 27/06/2021 ເກັບຕົວຢ່າງໄປກວດ ຜົນອອກມາວ່າພົບເຊື້ອ

ດັ່ງນັ້ນ, ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 2,076 ຄົນ ແລະ ບໍ່ມີການເສຍຊີວິດໃໝ່ ແລະ ກໍາລັງປິ່ນປົວ ທັງໝົດ 124 ຄົນ.

ສໍາລັບແຂວງວຽງຈັນປະຫວັດການເຄື່ອນໄຫວຂອງຜູ້ຕິດເຊື້ອແມ່ນມີດັ່ງນີ້:

  • ວັນທີ 10/06/2021 ໄປເອົາເຄື່ອງຢູ່ບໍລິສັດຫວຍຂູດ ບ້ານໜອງດ້ວງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ
  • ວັນທີ 12/06/2021 ໄປວັງວຽງພັກຢູ່ຣີສອສອິນເຕີປາກ
  • ວັນທີ 16/06 ໄປບ້ານນາເລົ່າ ຫຼັກ 52
  • ວັນທີ 21/06/2021 ໄປເສັງນັກຮຽນ ປ.1 ທີ່ໂຮງຮຽນປະຖົມນາດີ ເມືອງນາຊາຍທອງ
  • ວັນທີ 22/06/2021 ໄປກິນເຂົ້າກັບໝູ່ຢູ່ຮ້ານຈັງໂກໜອງດ້ວງ
  • ວັນທີ 24/06/2021 ໄປເອົາເຄື່ອງຢູ່ບ້ານສີເກີດ, ໄປຫາພໍ່ຢູ່ບ້ານທົ່ງປົ່ງ
  • ວັນທີ 26/06/2021 ໄປເດີນເຕະບານບ້ານນາເລົ່າຫຼັກ 52

 

 

ບົດຄວາມຫຼ້າສຸດ

ຄົ້ນຄວ້າ-ປຶກສາຫາລື 8 ບັນດາຫົວຂໍ້ທີ່ສໍາຄັນ ໃນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ,...

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...