spot_img
Homeຂ່າວຕ່າງປະເທດນາຍົກໄທປະກາດກຽມເປີດປະເທດອີກຄັ້ງ ໃນອີກ 120 ມື້ຂ້າງໜ້າ !!

ນາຍົກໄທປະກາດກຽມເປີດປະເທດອີກຄັ້ງ ໃນອີກ 120 ມື້ຂ້າງໜ້າ !!

Published on

ທ່ານ ພົນເອກ ປະຢຸດ ຈັນໂອຊາ ນາຍົກລັດຖະມົນຕີຂອງປະເທດໄທໄດ້ຖະແຫຼງການວ່າ: ມີຕັ້ງເປົ້າກຽມພ້ອມເພື່ອເປີດປະເທດອີກຄັ້ງພາຍໃນເວລາ 120 ມື້ ເຖິງວ່າປະຊາຊົນຈະສັກວັກຊີນປ້ອງກັນໂຄວິດ-19 ບໍ່ຄົບສອງເຂັມກໍຕາມ ເນື່ອງຈາກເພື່ອໃຫ້ປະຊາຊົນໄດ້ທໍາມາຫາກິນ ແລະ ຕ້ອງຍອມຮັບຄວາມສ່ຽງຮ່ວມກັນ ແລະ ໃນຂະນະນີ້ກໍຈະເລັ່ງສັກວັກຊີນເຂັມທໍາອິດໃຫ້ກັບປະຊາຊົນໃຫ້ໄດ້ໄວທີ່ສຸດເທົ່າທີ່ຈະເປັນໄປໄດ້.

ນອກຈາກນີ້ເປົ້າໝາຍໃນການເປີດປະເທດສ່ວນໃຫຍ່ຈະເປັນເມືອງທີ່ມີສະຖານທີ່ທ່ອງທ່ຽວສໍາຄັນ ແລະ ມີຄວາມພ້ອມທີ່ຈະເປີດ ສ່ວນນັກທ່ອງທ່ຽວທີ່ສັກວັກຊີນຄົບສອງເຂັມແລ້ວສາມາດເດີນທາງເຂົ້າປະເທດໄທໄດ້ໂດຍບໍ່ຕ້ອງກັກໂຕ ແລະ ບໍ່ຕ້ອງມີເງື່ອນໄຂຂໍ້ຫ້າມທີ່ສ້າງຄວາມຍາກລໍາບາກໃນການເດີນທາງ. ສ່ວນສະຖານທີ່ເຮັດວຽກລະ ທຸລະກິດຮ້ານຄ້າຕ່າງໆສາມາດເປີດໄດ້ຕາມປົກກະຕິ ຍົກເວັ້ນຫາກມີສະຖານະການຮ້າຍແຮງໃໝ່ເກີດຂື້ນ ຫຼື ມີຄວາມຈໍາເປັນກໍໃຫ້ມີການພິຈາລະນາເປັນຂັ້ນຕອນໄປ.

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...