spot_img
Homeຂ່າວພາຍ​ໃນປະຊາຊົນຫຼາຍກວ່າ 3,000 ຄົນ ຢູ່ເມືອງໄຊຍະບູລີ ຖືກຜົນກະທົບຈາກນ້ຳຖ້ວມ

ປະຊາຊົນຫຼາຍກວ່າ 3,000 ຄົນ ຢູ່ເມືອງໄຊຍະບູລີ ຖືກຜົນກະທົບຈາກນ້ຳຖ້ວມ

Published on

ຕາມການລາຍງານຂ່າວຂອງ Lao National Radio ໄດ້ລະບຸວ່າ: ມີປະຊາຊົນຫຼາຍກວ່າ 3,000 ຄົນ ໃນຈຳນວນ 9 ບ້ານຢູ່ເທດສະບານເມືອງໄຊຍະບູລີ ແຂວງໄຊຍະບູລີຄື ບ້ານນາຍາວ, ນາຕໍໃຫຍ່, ໜອງແຊງ, ບ້ານບຸງ, ບ້ານຖິ່ນ, ບ້ານປົ່ງ, ບ້ານສີເມືອງ ແລະ ບ້ານສີມຸງຄຸນ ພວມໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມກະທັນຫັນ ຍ້ອນຝົນຕົກໜັກຕິດຕໍ່ກັນຫຼາຍວັນ ເຮັດໃຫ້ເສັ້ນທາງຫຼາຍສາຍຖືກຕັດ, ກະແສໄຟຟ້າບໍ່ສາມາດໃຊ້ການໄດ້ໃນປະຈຸບັນ.

ນ້ຳຖ້ວມເຮືອນປະຊາຊົນ ຢູ່ແຂວງໄຊຍະບູລີ

ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງໄຊຍະບູລີ ໃຫ້ສຳພາດວ່າ: ພາຍຫຼັງຝົນຕົກໜັກຕິດຕໍ່ກັນຫຼາຍວັນ ເຮັດໃຫ້ລະດັບນ້ຳຮຸ່ງຫຍຶ່ງຂຶ້ນ ແລ້ວໄຫຼເຂົ້າຖ້ວມຫຼາຍບ້ານຢູ່ເທດສະບານແຂວງໄຊຍະບູລີໃນຕອນເຊົ້າມື້ນີ້, ປັດຈຸບັນ ອົງການປົກຄອງແຂວງພວມລະດົມກຳລັງປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ກຳລັງຊາວໜຸ່ມ ເພື່ອຍົກຍ້າຍປະຊາຊົນທີ່ຕິດຄ້າງຢູ່ພາຍໃນເຮືອນຕາມຈຸດຕ່າງໆໄປຢູ່ເຂດປອດໄພ ພ້ອມທັງຕັ້ງສູນສະເພາະກິດສຸກເສີນ ເພື່ອຈັດຫາເຄື່ອງໃຊ້ທີ່ຈຳເປັນ ແລະ ໃຫ້ການຊ່ວຍເຫຼືອປະຊາຊົນທີ່ໄດ້ຮັບຜົນກະທົບໃນເບື້ອງຕົ້ນ.

ພາບຖ່າຍຈາກມຸມສູງ ນ້ຳຖ້ວມຢູ່ແຂວງໄຊຍະບູລີ

ຮອງເຈົ້າແຂວງໄຊຍະບູລີໃຫ້ຮູ້ຕື່ມວ່າ: ປັດຈຸບັນການຊ່ວຍເຫຼືອປະຊາຊົນ ໃນເຂດທີ່ໄດ້ຮັບຜົນກະທົບຈາກໄພນ້ຳຄັ້ງນີ້ພົບຄວາມຫຍຸ້ງຍາກຫຼາຍສົມຄວນ ເນື່ອງຈາກເສັ້ນທາງບາງຈຸດບໍ່ສາມາດເຂົ້າເຖິງໄດ້ ຈຳເປັນຕ້ອງໄດ້ໃຊ້ເຮືອເປັນພາຫະນະ ຊຶ່ງບໍ່ພຽງພໍຕໍ່ການນຳໃຊ້ຕົວຈິງ.

ພາບນ້ຳຖ້ວມເຮືອນປະຊາຊົນ ຢູ່ທີ່ແຂງໄຊຍະບູລີ

ສະນັ້ນຈຶ່ງໄດ້ປະສານຫາພາກສ່ວນກ່ຽວຂ້ອງຢູ່ແຂວງຫຼວງພະບາງຊ່ວຍຈັດສົ່ງເຮືອເຂົ້າໃນການອົບພະຍົບປະຊາຊົນໄປອາໃສຢູ່ບ່ອນປອດໄພ ພ້ອມທັງຮຽກຮ້ອງໃຫ້ສັງຄົມກໍ່ຄືພາກສ່ວນທີ່ມີເງື່ອນໄຂລະດົມເຄື່ອງອຸປະໂພກ, ບໍລິໂພກທີ່ຈຳເປັນໃຫ້ການຊ່ວຍເຫຼືອຜູ້ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມຢູ່ແຂວງໄຊຍະບູລີໃນຄັ້ງນີ້ຢ່າງທັນການ.

ບົດຄວາມຫຼ້າສຸດ

ສະຫະລັດເດືອດ! ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ

ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ ໃນຂະນະຮ່ວມງານໃນມະຫາວິທະຍາໄລ ຍູທາ. ສຳນັກຂ່າວ ບີບີຊີ ລາຍງານ ໃນວັນທີ 11 ກັນຍາ 2025...

ລາວກຽມພ້ອມພັດທະນາ ແບບຈຳລອງປັນຍາປະດິດ ເພື່ອໃຫ້ AI ປະມວນຜົນພາສາລາວໄດ້ຢ່າງຖືກຕ້ອງ

ເພື່ອພັດທະນາກໍ່ສ້າງແບບຈໍາລອງປັນຍາປະດິດຂະໜາດໃຫຍ່ ສໍາລັບ ສປປ ລາວ ແລະ ກໍ່ສ້າງຖານຂໍ້ມູນພາສາລາວໃຫ້ຄົບຖ້ວນ, ຖືກຕ້ອງ, ຊັດເຈນ ແລະ ສາມາດນໍາໃຊ້ເປັນພື້ນຖານສໍາລັບ AI ແລະ ການນໍາໃຊ້ດີຈີຕອນໃນ ສປປ...

ສຶກສາອົບຮົມສາວບໍລິການ ແລະ ເຈົ້າຂອງຮ້ານ ຢູ່ ເມືອງສີໂຄດຕະບອງ ແລະ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ

ເຈົ້າໜ້າທີ່ລົງກວດກາສຶກສາອົບຮົມສາວບໍລິການ 33 ຄົນ ແລະ ເຈົ້າຂອງຮ້ານ 04 ຄົນ ຢູ່ ບ້ານໜອງແຕ່ງເໜືອ, ບ້ານວຽງຄຳ, ບ້ານດົງນາໂຊກ, ເມືອງສີໂຄດຕະບອງ ແລະ ບ້ານກາງແສນ,...

ສຳປະທານເນື້ອທີ່ 500 ເຮັກຕາ ໃຫ້ແກ່ນັກລົງທຶນ ຢູ່ເມືອງໂພນໂຮງ ແຂວງວຽງຈັນ ມູນຄ່າ 700 ລ້ານໂດລາ ເພື່ອພັດທະນາໃຫ້ເປັນແຫຼ່ງທ່ອງທ່ຽວ

ໃນວັນທີ 5 ກັນຍາ 2025 ທີ່ຜ່ານມາ, ໄດ້ມີພິທີລົງນາມສໍາປະທານເນື້ອທີ່ດິນ 500 ກວ່າເຮັກຕາ ຢູ່ເມືອງໂພນໂຮງ ແຂວງວຽງຈັນ ລະຫວ່າງ ລັດຖະບານ ສປປ ລາວ...