“ການຄຸກຄາມທາງເພດ” (Sexual Harassment) ແມ່ນຫຍັງ?

ການຄຸກຄາມທາງເພດ” (Sexual Harassment) ໝາຍເຖິງການຄຸກຄາມ ຫຼື ການລ່ວງລະເມີດທາງເພດ. ໃນປັດຈຸບັນແລ້ວ ຄຳວ່າ Sexual Harassment ບໍ່ໄດ້ຈຳກັດພຽງແຕ່ການລ່ວງລະເມີດທາງເພດທາງຮ່າງກາຍເທົ່ານັ້ນ ແຕ່ຍັງລວມໄປເຖິງການຄຸກຄາມທາງເພດທາງຄຳເວົ້າ, ທາງສາຍຕາ ຈົນໄປຮອດການພິມລົງໄປໃນໂລກອິນເຕີເນັດກໍຖືໄດ້ວ່າເປັນການຄຸກຄາມທາງເພດ ຫຼື Sexual Harassment ໄດ້ເຊັ່ນກັນ. ເພາະສະນັ້ນແລ້ວ, ຄວາມໝາຍຂອງການຄຸກຄາມທາງເພດຈຶ່ງຖືໄດ້ວ່າກວ້າງຢູ່ພໍສົມຄວນ ແຕ່ມີຈຸດທີ່ສຳຄັນກໍຄືຜູ້ທີ່ຖືກກະທຳບໍ່ໄດ້ເຕັມໃຈກ່ຽວກັບພຶດຕິກຳດັ່ງກ່າວ.

ພຶດຕິກຳແບບໃດທີ່ເອີ້ນວ່າເປັນການຄຸກຄາມທາງເພດ?

1. ການສໍາຜັດຮ່າງກາຍໂດຍທີ່ອີກຝ່າຍບໍ່ຍິນຍອມ: ເປັນການຄຸກຄາມທາງເພດທີ່ຊັດເຈນທີ່ສຸດ ການລູບຄຳຈັບບາຍອະໄວຍະວະສ່ວນໃດສ່ວນໜຶ່ງ ຫຼື ພຽງແຕ່ຈັບເສັ້ນຜົມຂອງຜູ້ອື່ນ ກໍຖືໄດ້ວ່າເປັນການຄຸກຄາມທາງເພດເຊັ່ນກັນ.

2. ເວົ້າເລື່ອງຕະຫຼົກກ່ຽວກັບເລື່ອງເພດ: ໝາຍເຖິງການເວົ້າລໍ້ລຽນກ່ຽວກັບພຶດຕິກຳທາງເພດຕ່າງໆ ບໍ່ວ່າຈະເປັນການເວົ້າເຖິງບຸກຄົນທີ່ສາມ.

3. ການພິມຂໍ້ຄວາມສຽດສີເທິງໂລກອິນເຕີເນັດ: ກໍເປັນການຄຸກຄາມທາງເພດເຊັ່ນດຽວກັນ ໂດຍມາໃນຮູບແບບການພິມຂໍ້ຄວາມໃນທາງສຽດສີ ຫຼື ການລໍ້ລຽນວິຈານຮູບຮ່າງໜ້າຕາຂອງຄົນອື່ນ ຍັງລວມໄປເຖິງການສົ່ງຮູບພາບຮ່າງກາຍ ຫຼື ອະໄວຍະວະເພດໃຫ້ແກ່ຜູ້ອື່ນ, ເຊີນຊວນໃຫ້ຜູ້ອື່ນສົ່ງຮູບຮ່າງກາຍ ແລະ ອະໄວຍະວະເພດກັບມາເຊັ່ນກັນ ໃນປັດຈຸບັນ ການພິມສຽດສີເທິງໂລກອິນເຕີເນັດຖືໄດ້ວ່າເປັນການຄຸກຄາມທາງເພດທີ່ມາແຮງທີ່ສຸດ.

4. ການຄຸກຄາມໂດຍການໃຊ້ຄຳເວົ້າ: ໝາຍເຖິງ ການໃຊ້ວາຈາໄປໃນທາງຊູ້ສາວຕໍ່ຜູ້ອື່ນ ນອກຈາກນັ້ນແລ້ວ ການວິຈານຮູບຮ່າງຜູ້ອື່ນ ເຊັ່ນ: ຕຸ້ຍ, ຈ່ອຍ, ຂາໃຫຍ່ ຫຼື ຄຳເວົ້າຕ່າງໆທີ່ເຮັດໃຫ້ຜູ້ອື່ນຮູ້ສຶກອັບອາຍຍັງຖືໄດ້ວ່າເປັນການຄຸກຄາມທາງເພດ.

5. ເປີດເຜີຍອະໄວຍະວະໃຫ້ຜູ້ອື່ນເບິ່ງ: ການເປີດເຜີຍອະໄວຍະວະທີ່ບໍ່ຄວນໃຫ້ຜູ້ອື່ນເບິ່ງໂດຍເຈດຕະນາ ເຮັດໃຫ້ຜູ້ອື່ນຮູ້ສຶກຕົກໃຈ ແລະ ອັບອາຍ ກໍຖືໄດ້ວ່າເປັນການຄຸກຄາມທາງເພດໄດ້ເຊັ່ນກັນ ໂດຍປົກກະຕິຜູ້ທີ່ມີພຶດຕິກຳແບບນີ້ແມ່ນຜູ້ທີ່ມີອາການຜິດປົກກະຕິທາງຈິດເປັນຕົ້ນ.

6. ກວນຜູ້ອື່ນໂດຍການແກ້ເຄື່ອງນຸ່ງ: ຂໍ້ນີ້ແມ່ນມັກຈະເຫັນໄດ້ຈາກໝູ່ເພື່ອນດ້ວຍກັນເອງທີ່ມັກກວນຜູ້ອື່ນດ້ວຍການດຶງໂສ້ງລົງ, ດຶງເສື້ອຂຶ້ນ, ດຶງຂໍເສື້ອຊ້ອນ ຫຼື ບັງຄັບໃຫ້ຜູ້ອື່ນແຕ່ງໂຕທີ່ສ້າງຄວາມອັບອາຍໃຫ້ແກ່ເຂົາເຈົ້າ ກໍຖືໄດ້ວ່າເປັນການຄຸກຄາມທາງເພດເຊັ່ນດຽວກັນ

ເຮົາຈະມີວິທີປົກປ້ອງຕົນເອງແນວໃດຖ້າພົບກັບເຫດການແບບນີ້? ເພາະເຮົາທຸກຄົນມີໂອກາດຕົກເປັນເຫຍື່ອຂອງການຄຸກຄາມທາງເພດໄດ້ທຸກຄົນ ແລະ ທຸກໄວ, ເຊິ່ງມັນບໍ່ແມ່ນເລື່ອງນ້ອຍເລີຍ ຖ້າຫາກເຮົາຕ້ອງຕົກຢູ່ໃນສະຖານະການແບບນັ້ນເຮົາຄວນຮູ້ວິທີປົກປ້ອງຕົນເອງໃຫ້ເໝາະສົມໂດຍການ:

1. ບໍ່ຄວນເມີນເສີຍຕໍ່ການກະທໍາດັ່ງກ່າວ, ຫຼາຍຄັ້ງທີ່ຜູ້ຖືກກະທໍາເມີນເສີຍ ແລະ ເຮັດເປັນບໍ່ສົນໃຈ ແຕ່ໃນຄວາມເປັນຈິງແລ້ວການເມີນເສີຍບໍ່ໄດ້ເຮັດໃຫ້ການຄຸກຄາມທາງເພດຢຸດລົງ

2. ຮ້ອງຮຽນກັບຜູ້ທີ່ມີອໍານາດເຊັ່ນ: ອາຈານ, ເຈົ້ານາຍ(ຫົວໜ້າ), ຕໍາຫຼວດ ຫຼື ອົງກອນຕ່າງໆທີ່ກ່ຽວຂ້ອງ

3. ບໍ່ເມີນເສີຍຕໍ່ຜູ້ທີ່ຖືກກະທໍາ ເພາະການທີ່ເມີນເສີຍກໍປຽບສະເໝືອນວ່າເຈົ້າກໍເປັນໜຶ່ງໃນຜູ້ທີ່ມີສ່ວນຮ່ວມໃນການຄຸກຄາມທາງເພດໄປນຳ

4. ຮຽນຮູ້ທີ່ຈະປະຕິເສດ ແລະ ສະແດງຄວາມຮູ້ສຶກທີ່ບໍ່ພໍໃຈຖ້າຫາກຕົນເອງຕົກຢູ່ໃນສະຖານະການດັ່ງກ່າວ

5. ເຄົາລົບສິດເສລີພາບຂອງຜູ້ອື່ນ ບໍ່ວ່າຈະເປັນ ຮູບຮ່າງ, ໜ້າຕາ ຫຼື ການນຸ່ງຖື