spot_img
Homeຂ່າວທ້ອງຖິ່ນເຫດການເສຍຊີວິດຂອງຜູ້ຕິດເຊື້ອໂຄວິດ-19 ກໍລະນີທີ 2 ຖືເປັນອຸທາຫອນ

ເຫດການເສຍຊີວິດຂອງຜູ້ຕິດເຊື້ອໂຄວິດ-19 ກໍລະນີທີ 2 ຖືເປັນອຸທາຫອນ

Published on

ດຣ. ລັດສະຫມີວົງຄໍາຊາວຮອງຫົວຫນ້າກົມຄວບຄຸມພະຍາດຕິດຕໍ່ພ້ອມດ້ວຍທ່ານຮສດຣບົວເທບພູມີນຮອງຫົວຫນ້າກົມປິ່ນປົວແລະ ຟື້ນຟູຫນ້າທິການຕາງຫນ້າກອງເລຂາຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມແລະແກ້ໄຂການລະບາດຂອງພະຍາດ COVID-19, ໄດ້ລາຍງານສະພາບການການລະບາດຂອງພະຍາດ COVID-19 ປະຈຳວັນສຸກວັນທີ 14 ພຶດສະພາປີ 2021 ມີການລາຍງານຜູ້ຕິດເຊື້ອ 16 ຄົນເຮັດໃຫ້ຈໍານວນຜູ້ຕິດເຊື້ອສະສົມທັງໝົດເປັນ 1,498 ຄົນ ແລະ ເສຍຊີວີດໃໝ່ 1 ຄົນ ປະຈຸບັນ, ຈໍານວນຜູ້ເສຍຊິວິດສະສົມທັງໝົດ 2 ຄົນ

ປະຫວັດຜູ້ເສຍຊີວິດກໍລະນີທີ 2 ແມ່ນເພດຊາຍ, ອາຍຸ 29 ປີ, ອາຊີບ: ຫວ່າງງານ, ບ້ານ: ວຽງຈະເລີນຮ່ອມ 8, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນຜູ້ກ່ຽວມີນໍ້າໜັກ 100 ກວ່າກິໂລກຣາມ, ມັກດື່ມເຫຼົ້າ ແລະ ສູບຢາໄຟຟ້າ, ມີພະຍາດປະຈຳຕົວຄື: ເບົາຫວານ ແລະ ຄວາມດັນສູງ.

ໃນວັນທີ 11 ພຶດສະພາ 2021 ເວລາ 11:00 ໂມງຜູ້ກ່ຽວເຂົ້າມາໂຮງໝໍສູນກາງ 103 ດ້ວຍອາການທີ່ເຂົ້າກັບນິຍາມກໍລະນີ SARI ແພດປະເມີນອາການຜູ້ກ່ຽວໃນເບື້ອງຕົ້ນເຫັນ ໃນວັນທີ 12 ພຶດສະພາ 2021 ຜົນກວດພົບເຊື້ອ-19 ວັນທີ 13 ພຶດສະພາ 2021 ເວລາ 15:30 ໂມງຜູ້ກ່ຽວເສຍຊີວິດ ເຊິ່ງສົບຂອງຜູ້ກ່ຽວແມ່ນໄດ້ມີການສົ່ງສະການຮ້ອຍແລ້ວ

ອີງຕາມແຫຼ່ງຂ່າວຈາກ ນາທີຊີວິດ ຮູ້ວ່າກໍລະນີສຶກສາເຫດການເສຍຊີວິດກໍລະນີທີ່ 2 (ຂອງວັນທີ 13 ພຶດສະພາ 2021) ປະກົດວ່າຜູ້ກ່ຽວຫຼົບຫຼີກການ ກວດຫາເຊື້ອປົກປິດຂໍ້ມູນພະຍາຍາມຮັກສາດ້ວຍຕົນເອງຈົນຮ່າງກາຍບໍ່ໄຫວແລະເຖິງຂັ້ນວິກິດຈຶ່ງມາໂຮງຫມໍເຊິ່ງມາກວດສຸຂະພາບຢູ່ໂຮງຫມໍ 103 (ໂຮງຫມໍ 103 ແມ່ນບໍ່ໄດ້ຮັບການກວດຫາເຊື້ອ ໂຄວິດ -19)
ຜູ້ກ່ຽວມາກວດຢູ່ໂຮງໝໍ 103 ກໍ່ຍັງບໍ່ລະບຸວ່າຕົນເອງຢູ່ໃນກຸ່ມສ່ຽງ ຈົນທ່ານໝໍຕິດຕາມອາການ ກວດພະຍາດ ແລະ ບົ່ງມະຕິພະຍາດ ຈຶ່ງເກີດຄວາມສົງໃສ ແລະ ກວດຫາເຊື້ອປະກົດວ່າ ຜົນເປັນບວກ

– ຜົນບົ່ງມະຕິໜ້າຕົກໃຈ ເຊື້ອໂຄວິດ-19 ລົງປອດຂັ້ນຮ້າຍແຮງ ລະດັບບໍລິມາດອາກາດໃນເລືອດຕ່ຳ ຫາຍໃຈຕິດຂັດ ແລະ ເສຍຊີວິດໃນເວລາຕໍ່ມາ.
– ຜູ້ກ່ຽວແມ່ນເຊື້ອລົງປອດລະດັບຮ້າຍແຮງ
– ທາງແພດໝໍທີ່ສຳຜັດໃກ້ຊິດກັບກໍລະນີດັ່ງກ່າວ (ຢູ່ໂຮງໝໍ 2 ມື້) ຕ້ອງໄດ້ຖືກກັກຕົວ 14 ມື້ ແລະ ກວດຫາເຊື້ອ

ຮຽບຮຽງຂ່າວ: ພຸດສະດີ

 

 

 

ບົດຄວາມຫຼ້າສຸດ

ເຫດການຄາຕະກຳ! ເຂີຍໂຫດບໍ່ພໍໃຈເມຍແຊຣໂພສລົງເຟສບຸກ ໃຊ້ອາວຸດປືນຍິງຄອບຄົວ ພ້ອມຈົບຊີວິດຕົນເອງ ລວມທົງໝົດ 5 ສົບ

ເຂີຍໂຫດບໍ່ພໍໃຈເມຍ ທີ່ແຊຣລົງເຟສບຸກ ຈຶ່ງກໍ່ເຫດຄາຕະກຳ ແລ້ວຈົບຊີວິດຕົນເອງຕາມ ປກສ ແຂວງຊຽງຂວາງ ລາຍງານວ່າ: ວັນທີ 15 ກໍລະກົດ 2025 ຜ່ານມານີ້, ເຈົ້າໜ້າທີ່ກອງບັນຊາການ ປ້ອງກັບຄວາມສະຫງົບ ແຂວງຊຽງຂວາງໄດ້ຮັບລາຍງານ...

ເດັກນ້ອຍອາຍຸ 11 ປີ ຊາວບຣາຊິນ ມີແຂ້ວ 81 ເຫຼັ້ມ

ແພດສຸດອຶ້ງ! ເດັກນ້ອຍຜູ້ຍິງອາຍຸ 11 ປີ ຊາວບຣາຊິນ ໄປຖອນແຂ້ວຢູ່ຄລີນິກ ແຕ່ຜົນສະແກນພົບວ່າມີແຂ້ວຫຼາຍເຖິງ 81 ເຫຼັ້ມ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກໍລະກົດ 2025 ຜ່ານມາ, ກ່ຽວກັບເລື່ອງລາວສຸດອຶ້ງເມື່ອມີເດັກນ້ອຍຜູ້ຍິງຊາວບຣາຊິນ...

ນາຍົກລັດຖະມົນຕີ ຕ້ອນຮັບທິມນັກກິລາ ສະໂມສອນບານເຕະ WIG Naga

ນາຍົກລັດຖະມົນຕີ ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຄູຝຶກ ແລະ ນັກກິລາ ຈາກສະໂມສອນ WIG Naga ທີ່ຄວ້າແຊັມບານເຕະ ລາຍການ IBER Cup 2025 ຮຸ່ນອາຍຸບໍ່ເກີນ...

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...