spot_img
Homeຂ່າວ​ໄອ​ທີFacebook ກຽມພັດທະນາຟີເຈີໃໝ່ Live Audio Rooms ເພື່ອແຂ່ງກັບ Application Clubhouse ທີ່ກໍາລັງຮິດໃນກຸ່ມໄວໜຸ່ມ

Facebook ກຽມພັດທະນາຟີເຈີໃໝ່ Live Audio Rooms ເພື່ອແຂ່ງກັບ Application Clubhouse ທີ່ກໍາລັງຮິດໃນກຸ່ມໄວໜຸ່ມ

Published on

ສໍານັກຂ່າວ BBC ຂອງຕ່າງປະເທດໄດ້ລາຍງານວ່າ: Facebook ທີ່ເປັນສື່ອອນລາຍທີ່ໃຫຍ່ໄດ້ປະກາດວ່າຈະເປີດໂຕຟີເຈີໃໝ່ໆໃນເຟສບຸກ ລວມໄປເຖິງ Live Audio Rooms ທີ່ທຽບເທົ່າ Application ຍອດຮິດ Clubhouse ທີ່ເຮັດໃຫ້ຜູ້ຄົນສາມາດຟັງ ແລະ ຮ່ວມສົນທະນາຢູ່ໃນກຸ່ມນັ້ນ ແລະ ໄດ້ຮັບຄວາມນິຍົມຫຼາຍໃນທ່າມກາງສະຖານະການການລະບາດຂອງໂຄວິດ-19.

ນອກຈາກນີ້ເຟສບຸກຍັງຈະໄດ້ເປີດໂຕ Soundbites ເຊິ່ງຜູ້ໃຊ້ສາມາດສ້າງ, ແຊຣຄິບສຽງສັ້ນໆ ແລະ ຜູ້ໃຊ້ເຟສບຸກຍັງສາມາດສ້າງລາຍຮັບໄດ້ຈາກ Live Audio Rooms ແລະ Soundbite ໄດ້ອີກດ້ວຍ.

Live Audio Rooms ຈະເປີດໃຫ້ບໍລິການໃນອີກ 2-3 ເດືອນຂ້າງໜ້າ ໂດຍຈະມີຜູ້ຜະລິດຄອນເທັນອອນລາຍເປັນຄົນທີ່ທົດລອງໃຊ້ງານກ່ອນ ແຕ່ກໍຍັງບໍ່ທັນມີຄວາມຊັດເຈນວ່າຟີເຈີດັ່ງກ່າວຈະເປີດໃຫ້ຄົນທົ່ວໄປໃຊ້ໄດ້ຫຼືບໍ່ ຫຼື ບາງທີອາດໃຫ້ບໍລິການສະເພາະຜູ້ທີ່ຜະລິດສື່ຄອນເທັນອອນລາຍທີ່ມີຜູ້ຕິດຕາມຈໍານວນຫຼາຍເທົ່ານັ້ນ, ເຊິ່ງ Mark Zuckerberg ຜູ້ກໍ່ຕັ້ງເຟສບຸກໄດ້ປະກາດແຜນດັ່ງກ່າວໃນວັນຈັນ ທີ 19 ເມສາ 2021 ທີ່ຜ່ານມາ.

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...