spot_img
Homeຂ່າວທ້ອງຖິ່ນປີນີ້ຜູ້ຮັບເໝົາຈະສ້າງເຮືອນ 496 ຫຼັງໃຫ້ຜູ້ປະສົບໄພຈາກສັນເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ

ປີນີ້ຜູ້ຮັບເໝົາຈະສ້າງເຮືອນ 496 ຫຼັງໃຫ້ຜູ້ປະສົບໄພຈາກສັນເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ

Published on

ທ່ານ ນາງ ວັນແສງ ສີສົງຄາມ ອໍານວຍການ ບໍລິສັດວັນແສງ ພັດທະນາ ກໍ່ສ້າງຈໍາກັດຜູ້ດຽວ ໄດ້ກ່າວຕໍ່ ທີມງານວຽງຈັນທາຍ ໃນມື້ວັນທີ 26 ມັງກອນ 2021 ທີ່ຜ່ານມານີ້ວ່າ: ບໍລິສັດວັນແສງ ກໍ່ສ້າງພັດທະນາຈໍາກັດຜູ້ດຽວໄດ້ຮັບຄວາມໄວ້ ວາງໃຈຈາກລັດຖະບານລາວໃນການ ກໍ່ສ້າງເຮືອນ ຖາວອນຈໍານວນ 700 ຫຼັງໃຫ້ຜູ້ປະສົບໄພຈາກ ເຂື່ອນ ເຊປຽນ-ເຊນໍ້ານ້ອຍ ເຊິ່ງມີມູນຄ່າທັງໝົດ 24,5 ລ້ານໂດລາ ໄດ້ເລີ່ມລົງມືກໍ່ສ້າງໃນເດືອນ ກໍລະກົດ ປີ 2020 ໂດຍມີເຮືອນ 440 ຫຼັງທີ່ມີ ການກໍ່ສ້າງກ່ອນບຸນເຂົ້າພັນສາ ແລະ ອີກ 56 ຫຼັງແມ່ນໄດ້ລົງມືກໍ່ສ້າງພາຍຫຼັງບຸນອອກພັນສາ ປີ 2020. ເຮືອນຈໍານວນ 440 ຫຼັງທີ່ສ້າງໃນໄລຍະ ທໍາອິດນັ້ນ ຮອດປັດຈຸບັນແມ່ນໄດ້ສໍາເລັດແລ້ວ ຫຼາຍກວ່າ 70% , ສ່ວນຫຼາຍຍັງເຫຼືອແຕ່ວຽກ ຕົບແຕ່ງ ພາຍນອກ ແລະ ພາຍໃນ ໂດຍຈະສໍາເລັດ 100% ກ່ອນເດືອນພຶດສະພາ ຫຼື ກ່ອນບຸນປີໃໝ່ລາວທີ່ຈະມາເຖິງນີ້ ແລະ ອີກ 56 ຫຼັງຈະສໍາເລັດພາຍໃນປີ 2021 ນີ້.

ທ່ານນາງວັນແສງໄດ້ກ່າວຕື່ມວ່າ: ຈາກຫາງສຽງສັງຄົມທີ່ວ່າໂຄງການກໍ່ສ້າງເຮືອນ 700 ຫຼັງໃຫ້ຜູ້ປະສົບໄພດັ່ງກ່າວນັ້ນ ເປັນຫຍັງ ຄືແລ້ວຊ້າແທ້ນັ້ນ ຂໍຢືນຢັນວ່າແມ່ນບໍ່ໄດ້ຊັກຊ້າ, ເມື່ອຖາມວ່າເຮືອນອີກ 204 ຫຼັງ ຈາກຈໍານວນ 496 ຫຼັງທີ່ໄດ້ລົງມືກໍ່ສ້າງໄປແລ້ວນັ້ນເປັນຫຍັງຈຶ່ງຍັງບໍ່ທັນ ໄດ້ລົງມືກໍ່ສ້າງ ນັ້ນແມ່ນບໍ່ກ່ຽວຫຍັງກັບບໍລິສັດ ແຕ່ກ່ຽວກັບພາກສ່ວນທີ່ກ່ຽວຂ້ອງທີ່ຍັງບໍ່ ສາມາດ ໄກ່ເກ່ຍເລື່ອງຕ່າງໆກັບປະຊາຊົນໄດ້ເທື່ອ ເຊັ່ນ: ໂຄງສ້າງເຮືອນ (ເຮືອນເກົ່າທີ່ຖືກນໍ້າພັດໄປຫຼັງນ້ອຍ ຢາກໄດ້ເຮືອນຫຼັງໃຫຍ່) ແລະ ເລື່ອງການຈັດສັນ ດິນ, ນອກນັ້ນຍັງມີດິນບຸກເບີກບາງສ່ວນທີ່ ຍັງຄາຜົນລະປູກ (ສວນມັນຕົ້ນ) ຕ້ອງໄດ້ເກັບກູ້ເສຍກ່ອນ ແລະ ດິນບາງບ່ອນແມ່ນເປັນໜອງນໍ້າ ຫຼື ຫຼຸບຫຼາຍຈໍາເປັນຕ້ອງໄດ້ເອົາດິນມາຖົມ ເຊິ່ງບັນຫາດັ່ງກ່າວນັ້ນແມ່ນເປັນໜ້າວຽກຂອງພາກລັດ.

ວັດຖຸທີ່ນໍາມາສ້າງເຮືອນດັ່ງກ່າວນີ້ສ່ວນຫຼາຍແມ່ນນໍາມາຈາກຕ່າງປະເທດໂດຍສະເພາະແມ່ນກະເບື້ອງ, ໂຄງເຫຼັກມຸງຫຼັງຄາ ແລະ ອື່ນໆ, ນອກນັ້ນໄດ້ມີວິຊາການຈາກພະແນກໂຍທາທິການ ແລະ ຂົນສົ່ງ ແຂວງ ອັດຕະປືຈໍານວນ 12 ຄົນໄດ້ລົງມາເຮັດວຽກຢູ່ສະໜາມ ຫຼື ຢູ່ເຂດກໍ່ສ້າງ ໂດຍຮ່ວມມືກັບວິຊາການບໍລິສັດອີກ 8 ຄົນ ເພື່ອຕິດຕາມ ແລະ ກວດສອບຄຸນນະພາບໃນການກໍ່ສ້າງ ດັ່ງນັ້ນຢືນຢັນໄດ້ວ່າເຮືອນທຸກໆຫຼັງແມ່ນມີໂຄງສ້າງທີ່ໄດ້ມາດຕະຖານ. ທ້າຍສຸດນີ້ຢາກຮຽກຮ້ອງໃຫ້ພາກສ່ວນທີ່ກ່ຽວຂ້ອງລົງມາໄກ່ເກ່ຍບັນຫາຕ່າງໆກັບປະຊາຊົນໃຫ້ສໍາເລັດໂດຍໄວເພື່ອວ່າຈະໄດ້ເລີ່ມລົງມືກໍ່ສ້າງເຮືອນອີກ 204 ຫຼັງ.

ຮຽບຮຽງຂ່່າວ:​ ພຸດສະດີ

ບົດຄວາມຫຼ້າສຸດ

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...