spot_img
Homeຂ່າວພາຍ​ໃນປະຊາຊົນ 6 ປະເທດໄດ້ຮັບຜົນປະ ໂຫຍດຮ່ວມກັນຈາກແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ

ປະຊາຊົນ 6 ປະເທດໄດ້ຮັບຜົນປະ ໂຫຍດຮ່ວມກັນຈາກແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ

Published on

ໜັງສືພິມວຽງຈັນໃໝ່ ລາຍງານ ອີງຕາມຂໍ້ມູນຈາກສະຖານທູດຈີນ ໃຫ້ຮູ້ວ່າ:  ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ໄຫຼ​ຜ່ານ​ຈີນ, ລາວ, ມຽນ​ມາ, ໄທ, ກຳ​ປູ​ເຈຍ ​ແລະ​ ຫວຽດ​ນາມ ເຊິ່ງຖືວ່າ ປະ​ຊາ​ຊົນ 6 ປະ​ເທດດັ່ງກ່າວນີ້ ໄດ້ຮັບຜົນປະໂຫຍດຮ່ວມກັນ ​ແລະ ​​ຮ່ວມຊາ​ຕາ​ກຳ​ນຳ​ກັນ, ຮ່ວມ​​ສ້າງວັດ​ທະ​ນະ​ທຳ​, ຮ່ວມສ້າງ ​ບ້ານ​ເມືອງ​ທີ່​ດີ​ງາມ, ຮ່ວມ​ກັນ​ສຸມ​ກຳ​ລັງ​ເຂົ້າ​ໃນ​ການ​ຕ້ານ​ແລ້ງ​​-ຕ້ານ​ຖ້​ວມ​ໃນ​ພາກ​ພື້ນ, ຮ່ວມຄວບ​ຄຸມ​ໄພ​ພິ​ບັດ​​ຈາກ​ນ້ຳ, ຮ່ວມພັດ​ທະ​ນາ​​ໂຄງລ່າງພື້ນຖານຊັບພະຍາກອນນໍ້າ, ​ແກ້​ໄຂ​ອຸ​ທົກ​ກະ​ໄພ ແລະ ອື່ນໆ ເຊິ່ງ​ໄດ້​ກາຍ​ເປັນ​ຫົວ​ຂໍ້​ສຳ​ຄັນ​ຂອງ​ການ​ຮ່ວມ​ມື​ແມ່​ ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ.

ໃນ​ຊຸມ​ປີຜ່ານມາ, ເນື່ອງ​ຈາກ​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ທົ່ວ​ໂລກ, ໄພ​ນ້ຳ​ຖ້ວມ ​ແລະ ​ໄພ​ແຫ້ງ​ແລ້ງ​ທີ່​ເກີດ​ຂຶ້ນ​ຢູ່​ພາກ​ພື້ນ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງໄດ້​ຮຸນ​ແຮງ​ຂຶ້ນ ເຊິ່ງບັນ​ດາ​ປະ​ເທດຢູ່​ຕາມແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ໄດ້​ແບ່ງ​ປັນ​ຂໍ້​ມູນ​ຂ່າວ​ສານ​ ແລະ ປະ​ສານ​ສົມ​ທົບ​ວາງ​ແຜນ​ນຳ​ກັນ​ເພື່ອ​ຮ່ວມ​ກັນ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ. ໃນ​ຕະຫຼອດ​ໄລ​ຍະ 18 ປີ​ຜ່ານ​ມາ, ຈີນ​ໄດ້ສະ​ໜອງ​ຂໍ້​ມູນ​ອຸ​ທົກ​ກະ​ສາດ​ຂອງ​ແມ່​ນ້ຳ​ລ້ານ​ຊ້າງ​ໃຫ້​ແກ່​ປະ​ເທດ​ຕ່າງໆ​ຢູ່ລຸ່ມ​ແມ່​ນ້ຳ​ຂອງ. ພາຍຫຼັງ​ກົນ​ໄກ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ສ້າງ​ຕັ້ງ​ຂຶ້ນ​ແລ້ວ, ການ​ຮ່ວມ​ມື​ດ້ານ​ການ​ພັດ​ທະ​ນາ​, ນຳ​ໃຊ້​ ແລະ​ ການ​ຄຸ້ມ​ຄອງ​ຊັບ​ພະ​ຍາ​ກອນ​ນ້ຳ​ຍິ່ງມີ​ວິ​ທີການ​ທີ່​ດີ​ ແລະ ​ມີ​ປະ​ສິ​ດ​ທິ​ຜົນຫຼາຍ​ຢ່າງ ເຊິ່ງ​ໄດ້​ຮັບ​ການ​ຊົມ​ເຊີຍ​ໂດຍ​ທົ່ວ​ໄປ​ຈາກ​ບັນ​ດາ​ ປະ​ເທດ​ສະ​ມາ ​ຊິກ​​ໃນກົນ​ໄກ​ດັ່ງ​ກ່າວ. ​

ໃນ​ກອງ​ປະ​ຊຸມ​ຜູ້​ນຳຂອບ​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ຄັ້​ງ​ທີ 3 ທີ່​ຫາ​ກໍ່​ອັດ​ ລົງ​ເມື່ອບໍ່ດົນມາ​ນີ້​, ຈີນ​ໄດ້​ປະ​ກາດ​ວ່າເລີ່ມ​ແຕ່​ປີ​ນີ້​ເປັນ​ຕົ້ນ​ໄປຈະ​ແບ່ງ​ປັນຂໍ້ມູນອຸ ທົກກະສາດ​ຂອງ​ແມ່​ນ້ຳ​ລ້ານ​ຊ້າງ​​ຕະຫຼອດ​ປີໃຫ້​ກັບ​ບັນ​ດາ​ປ​ະ​ເທດ​ລຸ່ມ​ແມ່​ນ້ຳ​ຂອງ ແລະ​ ຮ່ວມ​ກັບ​ບັນ​ດາ​ຝ່າຍ​ສ້າງ​ເວ​ທີ​ແບ່ງ​ປັນ​ຂໍ້​ມູນ​ຂ່າວ​ສານ​ການ​ຮ່ວມ​ມື​ດ້ານ​ຊັບ​ພະ​ຍາ​ກອນ​ນ້ຳ​ຕາມແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ, ເລັ່ງ​ລັດ​ຊຸກ​ຍູ້​ການ​ປະ​ຕິ​ບັດ​ໂຄງ​ການ​ຕ່າງໆ​ເຊັ່ນ: ຄວາມ, ປອດ​ໄພ​ຂອງ​ເຂື່ອນ,​ ຄວາມ​ປອດ​ໄພ​ຂອງ​ນ້ຳ​ດື່ມ​ເປັນ​ຕົ້ນ, ຍົກ​ສູງ​ຄວາມ​ສາ​ມາດ​ບໍ​ລິ​ຫານ​ລ້ອງ​ແມ່ນ້ຳ​ໂດຍ ​ສັງ​ລວມ​ ແລະ ​ຄຸ້ມ​ຄອງ​ຊັບ​ພະ​ຍາ​ກອນ​ນ້ຳ. ​

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ຝູງສິງໂຕລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ຂະນະທີ່ເພື່ອນຮ່ວມງານເປີດເຜີຍຜູ້ເສຍຊີວິດບໍ່ເຄີຍລະເມີດກົດລະບຽບມາກ່ອນ

ສະຫຼົດ! ຝູງໂຕສິງລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ທີ່ສວນສັດແຫ່ງໜຶ່ງໃນກຸງເທບມະຫານະຄອນ ປະເທດໄທ. ສຳນັກຂ່າວໄທລາຍງານ ວັນທີ 10 ກັນຍາ 2025 ຜ່ານມາ, ກ່ຽວກັບເຫດການສຸດສະຫຼົດ ເມື່ອເຈົ້າທີ່ດູແລສວນສັດ ຖືກຝູງໂຕສິງລຸມກັດກິນ ຢູ່ສວນສັດຊາຟາລີເວີດ ໃນກຸງເທບມະຫານະຄອນ...

ສະຫະລັດເດືອດ! ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ

ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ ໃນຂະນະຮ່ວມງານໃນມະຫາວິທະຍາໄລ ຍູທາ. ສຳນັກຂ່າວ ບີບີຊີ ລາຍງານ ໃນວັນທີ 11 ກັນຍາ 2025...

ລາວກຽມພ້ອມພັດທະນາ ແບບຈຳລອງປັນຍາປະດິດ ເພື່ອໃຫ້ AI ປະມວນຜົນພາສາລາວໄດ້ຢ່າງຖືກຕ້ອງ

ເພື່ອພັດທະນາກໍ່ສ້າງແບບຈໍາລອງປັນຍາປະດິດຂະໜາດໃຫຍ່ ສໍາລັບ ສປປ ລາວ ແລະ ກໍ່ສ້າງຖານຂໍ້ມູນພາສາລາວໃຫ້ຄົບຖ້ວນ, ຖືກຕ້ອງ, ຊັດເຈນ ແລະ ສາມາດນໍາໃຊ້ເປັນພື້ນຖານສໍາລັບ AI ແລະ ການນໍາໃຊ້ດີຈີຕອນໃນ ສປປ...

ສຶກສາອົບຮົມສາວບໍລິການ ແລະ ເຈົ້າຂອງຮ້ານ ຢູ່ ເມືອງສີໂຄດຕະບອງ ແລະ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ

ເຈົ້າໜ້າທີ່ລົງກວດກາສຶກສາອົບຮົມສາວບໍລິການ 33 ຄົນ ແລະ ເຈົ້າຂອງຮ້ານ 04 ຄົນ ຢູ່ ບ້ານໜອງແຕ່ງເໜືອ, ບ້ານວຽງຄຳ, ບ້ານດົງນາໂຊກ, ເມືອງສີໂຄດຕະບອງ ແລະ ບ້ານກາງແສນ,...