spot_img
Homeຂ່າວຕ່າງປະເທດຂາຍເຄື່ອງອອນໄລນ໌ບໍ່ແຈ້ງລາຄາໃຫ້ອິນບັອກຖາມປັບ 10.000ບາດ ຜູ້ແຈ້ງໄດ້ 25%

ຂາຍເຄື່ອງອອນໄລນ໌ບໍ່ແຈ້ງລາຄາໃຫ້ອິນບັອກຖາມປັບ 10.000ບາດ ຜູ້ແຈ້ງໄດ້ 25%

Published on

ເວັບໄຊຂ່າວ khaosod ລາຍງານ ເມື່ອວັນທີ 22 ກັນຍາ 2020 ທີ່ຜ່ານມາ ເວັບໄຊຣາຊະກິດຈານຸເບກສາ ເຜີຍແຜ່ປະກາດຄະນະກຳມະການກາງວ່າດ້ວຍລາຄາສິນຄ້າ ແລະ ບໍລິການ ສະບັບທີ 70 ປີ 2020 ເລື່ອງການສະແດງລາຄາ ແລະ ລາຍລະອຽດທີ່ກ່ຽວກັບການຈຳໜ່າຍສິນຄ້າ ແລະ ບໍລິການ ຜ່ານລະບົບການຄ້າເອເລັກໂຕຣນິກ ຫຼື ການຄ້າແບບອອນໄລນ໌ ໂດຍມີເນື້ອໃນສຳຄັນດັ່ງນີ້:

  1. ໃຫ້ຜູ້ປະກອບການທຸລະກິດສະແດງລາຄາຈຳໜ່າຍ, ຄ່າບໍລິການ ລວມເຖິງ ປະເພດ, ຊະນິດ, ລັກສະນະ, ຂະໜາດ, ນໍ້າໜັກ ແລະ ລາຍລະອຽດຂອງສິນຄ້າ ຫຼື ການບໍລິການ ໂດຍການຂຽນ ພິມໃຫ້ຊັດເຈນຕາມເງື່ອນໄຂລະບົບອອນໄລນ໌ຂອງຜູ້ປະກອບກິດຈະການນັ້ນ.
  2. ການສະແດງລາຄາໃຫ້ສະແດງລາຄາຕໍ່ຫົວໜ່ວຍໂດຍຈະມີຕົວເລກໃດກໍ່ຕາມ ແຕ່ຕ້ອງມີເລກພາສາອາຫຼັບຢູ່ນຳ.
  3. ຂໍ້ຄວາມ ຫຼື ລາຍການຕ່າງໆທີ່ຢູ່ກັບລາຄາຈຳໜ່າຍຕ້ອງມີພາສາໄທ ແຕ່ຈະມີພາສາອື່ນຮ່ວມນຳກໍ່ໄດ້.
  4. ຖ້າມີການຮຽກເກັບຄ່າໃຊ້ຈ່າຍອື່ນໆ ນອກຈາກລາຄາຈຳໜ່າຍໃຫ້ສະແດງຄ່າໃຊ້ຈ່າຍໃຫ້ຊັດເຈນຄົບຖ້ວນ.

ກ່ອນໜ້ານີ້, ທາງກົມການຄ້າພາຍໃນຂອງໄທເຄີຍອອກມາລະບຸວ່າ ການໃຫ້ອິນບັອກສອບຖາມລາຄານັ້ນເປັນການກະທຳທີ່ຝ່າຝືນກົດໝາຍ ທີ່ຜູ້ພົບເຫັນການກະທຳຜິດສາມາດແຈ້ງໄດ້ກັບສາຍດ່ວນການຊວງການຄ້າ ຜູ້ແຈ້ງຈະໄດ້ຮັບສິນນໍ້າໃຈໃນອັດຕາ 25% ຂອງຄ່າປັບໄໝ ຫຼື ມູນຄ່າຂອງສິນຄ້າທີ່ສານມີຄຳສັ່ງຢຶດ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ໄລຍະ 3 ເດືອນ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ສາມາດດຶງດູດການລົງທຶນໄດ້ 1 ຕື້ກວ່າໂດລາ

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ລົງຊີ້ນຳວຽກງານ ຫ້ອງການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ. ໃນຕອນເຊົ້າຂອງ ວັນທີ 13...

ເສຍຊີວິດຢ່າງນ້ອຍ 4 ຄົນ ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ

ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງຕອນເຊົ້າຂອງວັນອາທິດ 12 ຕຸລາ 2025 ເກີດເຫດເຫດການກວດຍິງ ພາຍໃນ ບາແຫ່ງໜຶ່ງ ເຊິ່ງເປັນບາທີ່ໄດ້ຮັບຄວາມນິຍົມຢູ່ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ເຊິ່ງເຫດການດັ່ງກ່າວເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 4 ຄົນ...

ເລີ່ມ! ວັນທີ 1 ພະຈິກ 2025 ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100%

ລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາ ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ໄດ້ອອກຄໍາສັ່ງ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100% ຈາກທີ່ປັດຈຸບັນສະຫະລັດເກັບພາສີສິນຄ້າຈີນຢູ່ທີ່...

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...