spot_img
Homeຂ່າວທ້ອງຖິ່ນປີນີ້ເສດຖະກິດລາວຈະຕິດລົບເປັນເທື່ອທໍາໃນຮອບ 30 ປີ

ປີນີ້ເສດຖະກິດລາວຈະຕິດລົບເປັນເທື່ອທໍາໃນຮອບ 30 ປີ

Published on

ສຳນັກຂ່າວປະເທດລາວ ລາຍງານວ່າ ອີງຕາມບົດລາຍງານໃໝ່ ຂອງທະນາຄານພັດທະນາອາຊີ (ADB) ທີ່ເຜີຍແຜ່ໃນວັນທີ 15 ກັນຍາ 2020 ລະບຸວ່າ: ອັດຕາການຂະຫຍາຍຕົວທາງເສດຖະກິດຂອງ ສປປ ລາວ ຈະຕິດລົບໃນປີນີ້ ເຊິ່ງເປັນຄັ້ງທຳອິດໃນ 4 ທົດສະວັດຜ່ານມາ (ນັບຕັ້ງແຕ່ປີ 1986 ແລະ 1987 ເປັນຕົ້ນມາ), ແຕ່ວ່າປະເທດຈະເລີ່ມຟື້ນໂຕຈາກການສູນເສຍທາງດ້ານເສດຖະກິດ ທີ່ເກີດຈາກການແຜ່ລະບາດພະຍາດໂຄວິດ-19. 

ຂະນະທີ່ ບົດລາຍງານການພັດທະນາຂອງອາຊີ 2020 ສະບັບປັບປຸງ ຄາດຄະເນລວມຍອດຜະລິດຕະ ພັນພາຍໃນ (GDP) ໃຫ້ຢູ່ໃນລະດັບຕິດລົບ 2,5%. ເຖິງຢ່າງໃດກໍຕາມ, ການຂະຫຍາຍຕົວຄາດວ່າຈະຟື້ນໂຕມາທີ່ອັດຕາ 4,5% ໃນປີ 2021 ເຊິ່ງຖືວ່າເປັນການຟື້ນຕົວຊ້າຍ້ອນວ່າການແຜ່ລະບາດຂອງພະຍາດ ທີ່ອາດຈະຫຼຸດລົງຢ່າງຊ້າໆ.

ທ່ານ ຢະຊູຊິ ເນກິຊິ ຜູ້ຕາງໜ້າ ADB ປະຈຳ ສປປ ລາວ ໃຫ້ຮູ້ວ່າ: ການແຜ່ລະບາດພະຍາດ ໂຄວິດ-19 ບໍ່ພຽງແຕ່ເຮັດໃຫ້ອັດຕາການເຕີບໂຕຂອງເສດຖະກິດໃນປີ 2020 ຫຼຸດລົງເທົ່ານັ້ນ ແຕ່ມັນຍັງເປັນການກີດຂວາງຄວາມຄາດຫວັງຂອງລັດຖະບານ ໃນການຈັດເກັບລາຍຮັບ ເຊິ່ງສະຖານະການນີ້ ຈະເຮັດໃຫ້ການຂາດດຸນງົບປະມານເພີ່ມຂຶ້ນ ແລະ ເພີ່ມຄວາມກົດດັນຕໍ່ການຊໍາລະໜີ້ສາທາລະນະ. ແຕ່ບາດ ກ້າວຕໍ່ໄປ, ລັດຖະບານຈຳເປັນຕ້ອງປັບປຸງຂອບງົບປະມານມະຫາພາກ ແລະ ເລັ່ງລັດການປັບປຸງການເງິນພາກລັດ ເພື່ອສ້າງຊ່ອງທາງການຈັດເກັບງົບປະມານໃຫ້ໄດ້ຫຼາຍຂຶ້ນ ເພື່ອຮອງຮັບກັບສະຖານນະການທີ່ເກີດຂຶ້ນຢ່າງກະທັນຫັນ.”

ສຳລັບຂະແໜງກະສິກຳ ຄາດວ່າຈະຂະຫຍາຍຕົວໃນລະດັບ 1,9% ໃນປີ 2020 ເຊິ່ງຕໍ່າກວ່າ 2,5% ຕາມທີ່ໄດ້ຄາດຄະເນໄວ້ໃນເດືອນເມສາ ເນື່ອງຈາກປະລິມານນໍ້າຝົນຫນ້ອຍ, ໃນຂະນະທີ່ອັດຕາການຂະຫຍາຍຕົວຂອງຂະແໜງອຸດສາຫະກຳ ຄາດວ່າຢູ່ທີ່ 1,4% ໝົດປີນີ້.

ຂະແໜງບໍລິການຄາດວ່າຈະຂະຫຍາຍຕົວທີ່ -5,5% ຍ້ອນວ່າມີຈຳນວນນັກທ່ອງທ່ຽວທີ່ເຂົ້າມາຫຼຸດລົງ 60% ໃນ 6 ເດືອນຕົ້ນປີ ແລະ ຄາດວ່າຈະຢຸດຕິການເຂົ້າມາທັງໝົດ ແລະ ມີການຫົດຕົວຂອງຂະ ແໜງການຄ້າທັງຂາຍສົ່ງ ແລະ ຂາຍຍ່ອຍ, ການຂົນສົ່ງ ພ້ອມທັງສະຖານທີ່ໃຫ້ບໍລິການຕ່າງໆ.

ກະແສຂອງການລົງທຶນໂດຍກົງຈາກຕ່າງປະເທດທີ່ຂັດຂ້ອງ ຈະກະທົບໃຫ້ແກ່ການລົງທຶນທັງໝົດໃນປະເທດຫຼຸດລົງ 17,5%. ອັດຕາເງິນເຟີ້ຂອງ ສປປ ລາວ ໃນປີນີ້ຄາດວ່າຈະຢູ່ທີ່ 5,5%, ຍ້ອນລາຄາອາຫານທີ່ສູງຂຶ້ນ ແລະ ການຫຼຸດລົງຂອງຄ່າເງິນກີບ. ໃນ 6 ເດືອນຕົ້ນປີ, ອັດຕາແລກປ່ຽນເງິນກີບຫຼຸດລົງ 1,6% ເມື່ອທຽບໃສ່ກັບຄ່າເງິນໂດລາສະຫະລັດ ໃນອັດຕາທະນາຄານ ແລະ ເທົ່າກັບ 5,7% ເມື່ອທຽບກັບອັດຕາຂອງຕະຫລາດທົ່ວໄປ. ຊ່ອງວ່າງ ລະຫວ່າງສອງຕະຫລາດ ສະທ້ອນໃຫ້ເຫັນເຖິງ ການ ຂາດແຄນເງິນຕາຕ່າງປະເທດ. ສ່ວນອັດຕາເງິນເຟີ້ສຳລັບປີ 2021 ຄາດວ່າຈະຢູ່ໃນລະດັບ 4,5%, ຍ້ອນວ່າລາຄາອາຫານ ຄາດວ່າຈະຫລຸດລົງຍ້ອນຜົນເກັບກ່ຽວໄດ້ດີຂຶ້ນ.

ການຂາດດຸນບັນຊີເດີນສະພັດ ຄາດວ່າຈະຫລຸດລົງໃນປີນີ້ ເຊິ່ຫຼຸດລົງຫຼາຍກ່ວາທີ່ໄດ້ຄາດຄະເນໄວ້ກ່ອນໜ້ານີ້ ຍ້ອນວ່າລາຄານໍ້າມັນຕໍ່າລົງ ແລະ ປະລິມານຄວາມຕ້ອງການຂອງການນຳເຂົ້າຫຼຸດລົງ ປະກອບກັບການສົ່ງອອກກະແສໄຟຟ້າມີສູງຂຶ້ນ, ແຕ່ການຂາດດຸນບັນຊີເດີນສະພັດຈະເພີ່ມຂຶ້ນອີກໃນປີ 2021.

ຄວາມສ່ຽງຕໍ່ການຄາດຄະເນ ສ່ວນໃຫຍ່ແມ່ນດ້ານອ່ອນຂອງສະພາບພາຍນອກ ເນື່ອງຈາກປະລິມານຄັງສໍາຮອງທີ່ເປັນເງິນຕາສາກົນມີບໍ່ພຽງພໍ ແລະ ໜີ້ສາທາລະນະທີ່ເພີ່ມຂຶ້ນ, ຜົນເສຍຫາຍທີ່ຕິດພັນກັບພະຍາດລະບາດຢ່າງຕໍ່ເນື່ອງ ແລະ ການປະເຊີນກັບອັນຕະລາຍຈາກໄພທຳມະຊາດ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...