spot_img
Homeຂ່າວທ້ອງຖິ່ນເດືອນກໍລະກົດ ລາວນໍາເຂົ້າ-ສົ່ງອອກສິນຄ້າບັນລຸ 790 ລ້ານກວ່າໂດລາ

ເດືອນກໍລະກົດ ລາວນໍາເຂົ້າ-ສົ່ງອອກສິນຄ້າບັນລຸ 790 ລ້ານກວ່າໂດລາ

Published on

ສຳນັກຂ່າວສານປະເທດລາວ ລາຍງານວ່າ ມູນຄ່າການນໍາເຂົ້າ ແລະ ສົ່ງອອກສິນຄ້າ ຂອງ ສປປ ລາວ ປະຈໍາເດືອນ ກໍລະກົດ 2020 ບັນລຸໄດ້ປະ ມານ 792 ລ້ານໂດລາ, ໃນນັ້ນ, ມູນຄ່າການສົ່ງອອກ ມີປະມານ 372 ລ້ານໂດລາ, ມູນຄ່າການນໍາເຂົ້າ ມີປະມານ 419 ລ້ານໂດລາ ແລະ ຂາດດຸນການຄ້າປະມານ 47 ລ້ານໂດລາ.

ອີງຕາມຂໍ້ມູນ ຈາກສູນຂໍ້ມູນຂ່າວສານທາງດ້ານການຄ້າຂອງ ສປປ ລາວ ໃຫ້ຮູ້ວ່າ: ສິນຄ້າສົ່ງອອກຫຼັກຂອງ ສປປ ລາວ ລວມມູນຄ່າປະມານ 372 ລ້ານໂດລາ ໃນນັ້ນມີ ແຮ່ທອງ ມູນຄ່າປະມານ 41 ລ້ານໂດລາ, ທອງແດງ ແລະ ເຄື່ອງທີ່ເຮັດດ້ວຍທອງແດງ ມູນຄ່າປະມານ 17 ລ້ານໂດລາ, ໝາກກ້ວຍ ມູນຄ່າປະມານ 19 ລ້ານໂດລາ, ເຍື່ອໄມ້, ເສດເຈ້ຍ ມູນຄ່າປະມານ 23 ລ້ານໂດລາ, ໂຄງຮ່າງ ແລະ ຊິ້ນສ່ວນກ້ອງບັນທຶກພາບ ມູນຄ່າປະມານ 11 ລ້ານໂດລາ, ເຄື່ອງດື່ມ (ນໍ້າ, ນໍ້າອັດລົມ) ມູນຄ່າປະມານ 17 ລ້ານໂດລາ, ຄຳປະສົມ ແລະ ຄຳແທ່ງ ມູນຄ່າປະມານ 63 ລ້ານໂດລາ, ເຄື່ອງນຸ່ງ ມູນຄ່າປະມານ 19 ລ້ານໂດລາ, ເຄື່ອງໃຊ້ໄຟຟ້າ, ອຸປະກອນເຄື່ອງໃຊ້ໄຟຟ້າ ມູນຄ່າປະມານ 7 ລ້ານໂດລາ ແລະ ຢາງພາລາ ມູນຄ່າປະມານ 13 ລ້ານໂດລາ ເຊິ່ງປະເທດທີ່ສົ່ງອອກຫຼັກ ແມ່ນ ສປ ຈີນ ມີມູນຄ່າປະມານ 123 ລ້ານໂດລາ, ຫວຽດນາມ 90 ລ້ານໂດລາ, ໄທ 86 ລ້ານໂດລາ, ອິນເດຍ 9 ລ້ານໂດລາ ແລະ ຍີ່ປຸ່ນ 7 ລ້ານໂດລາ.

ສ່ວນສິນຄ້ານໍາເຂົ້າ ລວມມູນຄ່າປະມານ 419 ລ້ານໂດລາ ໃນນັ້ນມີ ພາຫະນະທາງບົກ (ນອກຈາກລົດຈັກ, ລົດໄຖ) ມີມູນຄ່າປະມານ 18 ລ້ານໂດລາ, ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ ມູນຄ່າປະມານ 12 ລ້ານໂດລາ, ນ້ຳມັນກາຊວນ ມູນຄ່າປະມານ 30 ລ້ານໂດລາ, ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ) ມູນຄ່າປະມານ 40 ລ້ານໂດລາ, ເຫລັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ, ເຫຼັກກ້າ ມູນຄ່າປະມານ 32 ລ້ານໂດລາ, ເຄື່ອງດື່ມ (ນໍ້າ, ນໍ້າອັດລົມ, ຊູກໍາລັງ) ມູນຄ່າປະມານ 16 ລ້ານໂດລາ, ຊິ້ນສ່ວນອາໄຫລ່ລົດ (ລວມທັງຢາງ, ແວ່ນ, ໂສ້) ມູນຄ່າປະມານ 18 ລ້ານໂດລາ, ເຫຼັກເສັ້ນ ແລະ ເຫຼັກຮູບປະພັນຕ່າງໆ ມູນຄ່າປະມານ 10 ລ້ານໂດລາ, ໄຟຟ້າ ມູນຄ່າປະມານ 25 ລ້ານໂດລາ ແລະ ເຄື່ອງໃຊ້ທີ່ເຮັດດ້ວຍພລາສະຕິກ ມູນຄ່າປະມານ 13 ລ້ານໂດລາ. ໃນນັ້ນ, ນຳເຂົ້າຫຼັກ ແມ່ນປະເທດໄທ ມີມູນຄ່າປະມານປະມານ 253 ລ້ານໂດລາ, ຈີນ 91 ລ້ານໂດລາ, ຫວຽດນາມ 44 ລ້ານໂດລາ, ຢີ່ປຸ່ນ 7 ລ້ານໂດລາ ແລະ ສ. ອາເມລິກາ 5 ລ້ານໂດລາ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

7 ວັນອັນຕະລາຍ ໃນໄລຍະບຸນປີໃໝ່ເກີດອຸບັດຕິເຫດທົ່ວປະເທດ 313 ຄັ້ງ ເສຍຊີວິດທັງໝົດ 26 ຄົນ

ເສຍຊີວິດ 26 ຄົນ ຈາກອຸບັດຕິເຫດທີ່ເກີດຂຶ້ນທົ່ວປະເທດ 313 ຄັ້ງ ໃນໄລຍະບຸນປີໃໝ່ລາວ 2025. ພັອ ແກ້ວມາລາ ແສງທອງ ຮອງຫົວໜ້າກົມຕຳຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຖະແຫຼງຕໍ່ສື່ມວນຊົນ...

ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ໃຫ້ອອກນອກປະເທດເບລິສ ສຸດທ້າຍຖືກຍິງເສຍຊີວິດ

ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ສາຍການບິນ Tropic Air ໃນປະເທດເບລິສ. ສຳນັກຂ່າວຕ່າງປະເທດລາຍງານເຫດລະທຶກຂວັນ! ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ສາຍການບິນ Tropic Air ໃນປະເທດເບລິສ ເມື່ອວັນພະຫັດ ທີ...

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ TECNO CAMON 40 Pro ສະມາດໂຟນ...

ລວມພາບບັນຍາກາດສຸດຮ້ອນແຮງຈາກ Mistine ມາຝາກ

ພາບບັນຍາກາດສຸດມ່ວນຈາກ Mistine ໃນເທດສະການປີໃໝ່ລາວ 2025. Mistine ແບຣນເຄື່ອງສຳອາງດຽວທີ່ມາແຈກຄວາມມ່ວນ ຄວາມມັນໃຫ້ທຸກຄົນໃນເທດສະການປີໃໝ່ລາວ 2025 ເພາະໃນບູດມີແຈກຄີມກັນແດດ ແລະ ລິບສະຕິກຟຣີ!! ພ້ອມກັບຈຸດເຕີມນ້ຳ ແລະ DJ ເປີດເພງໃຫ້ໄດ້ເຕັ້ນຈົນລືມຮ້ອນບອກເລີຍວ່າເຖິງຈະບໍ່ມີເຄື່ອງດື່ມ...