Homeຂ່າວທ້ອງຖິ່ນການນໍາພັກ-ລັດ, ປວງຊົນລາວ ຮ່ວມໄວ້ອາໄລ ພົນເອກ ສີສະຫວາດ ແກ້ວບຸນພັນ ເປັນຄັ້ງສຸດທ້າຍ

ການນໍາພັກ-ລັດ, ປວງຊົນລາວ ຮ່ວມໄວ້ອາໄລ ພົນເອກ ສີສະຫວາດ ແກ້ວບຸນພັນ ເປັນຄັ້ງສຸດທ້າຍ

Published on

ໜັງສືພິມວຽງຈັນທາມ ລາຍງານໃຫ້ຮູ້ວ່າ ການນໍາພັກ-ລັດ ແລະ ປວງຊົນລາວ ຮ່ວມໄວ້ອາໄລ ທ່ານ ພົນເອກ ສີສະຫວາດ ແກ້ວບຸນພັນ ອະດີດນາຍົກລັດຖະມົນຕີ ເປັນຄັ້ງສຸດທ້າຍ ໃນພິທີຊາປະນະກິດສົບທີ່ຈັດຂຶ້ນຢ່າງເປັນທາງການ ໃນຕອນບ່າຍຂອງວັນທີ 16 ພຶດສະພາ 2020 ຢູ່ເດີ່ນພະທາດຫຼວງ.

ເຖິງທ່ານຈະຈາກໄປຢ່າງບໍ່ມີວັນຫວນກັບມາ ແຕ່ຜົນງານ ແລະ ຄຸນງາມຄວາມດີ ຈະເປັນແວ່ນແຍງ ແລະ ບົດຮຽນອັນລໍ້າຄ່າໄວ້ໃຫ້ປະເທດຊາດ, ການນໍາຮຸ່ນສືບທອດ ແລະ ປວງຊົນລາວທັງຊາດຈາລຶກບຸນຄຸນໄວ້ຕະຫຼອດໄປ.

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ໃນນາມປະທານຄະນະຊາປະນະກິດສົບ ໄດ້ອ່ານສະດຸດີຜົນງານຄວາມດີທີ່ ທ່ານ ພົນເອກ ສີສະຫວາດ ແກ້ວບຸນພັນ ທີ່ໄດ້ປະກອບສ່ວນໃນການຕໍ່ສູ້ປົດປ່ອຍຊາດຈາກສັດຕູຜູ້ຮຸກຮານພາຍນອກ, ປົກປັກຮັກສາ ແລະ ສ້າງສາປະເທດ ຊາດ. ທ່ານ ພົນເອກ ສີສະຫວາດ ແກ້ວບຸນພັນ ນັກປະຕິວັດຮຸ່ນຕໍ່ສູ້ປົດປ່ອຍຊາດ ໄດ້ເຖິງແກ່ມໍລະນະກໍາ ໃນເວລາ 7 ໂມງ 00 ນາທີ ຂອງວັນທີ 12 ພຶດສະພາ 2020 ລວມອາຍຸກະສຽນໄດ້ 92 ປີ, ພາຍຫຼັງທີ່ມີການເຈັບເປັນໄລຍະໜຶ່ງ ເຊິ່ງການຈັດຕັ້ງພັກ-ລັດ, ຄອບຄົວ ຍາດພີ່ນ້ອງ, ຄະນະແພດໝໍທັງພາຍໃນ ແລະ ຕ່າງປະເທດ ໄດ້ເອົາໃຈໃສ່ປິ່ນປົວຈົນສຸດຄວາມສາມາດ, ແຕ່ກໍ່ບໍ່ສາມາດກອບກູ້ເອົາຊີວິດໄວ້ໄດ້.

ທ່ານ ພົນເອກ ສີສະຫວາດ ແກ້ວບຸນພັນ ເປັນອະດີດກໍາມະການສູນກາງພັກສະໄໝທີ I, II, III, IV, V, VI, VII ແລະ VIII, ອະດີດເລຂາທິການສູນກາງພັກ ສະໄໝທີ III, IV, ອະດີດກໍາມະການກົມການເມືອງສູນກາງພັກ ສະໄໝທີ IV, VI, VII ແລະ VIII, ອະດີດນາຍົກລັດຖະມົນຕີ, ອະດີດຮອງປະທານປະເທດ, ອະດີດປະທານສູນກາງແນວລາວສ້າງຊາດ, ອະດີດຫົວໜ້າເສນາທິການໃຫຍ່ກອງທັບປົດປ່ອຍປະຊາຊົນລາວ, ອະດີດລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ, ອະດີດລັດຖະມົນຕີກະຊວງພາຍໃນ, ນັກຮົບເກົ່າ ແລະ ສັງຄົມ (ກະຊວງປ້ອງກັນຄວາມສະຫງົບໃນປະຈຸບັນ), ອະດີດເລຂາຄະນະພັກ, ປະທານຄະນະກໍາມະການປົກຄອງ ກໍາເເພງນະຄອນວຽງຈັນ, ອະດີດລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ແລະ ອະດີດປະທານຄະນະຂົນຂວາຍ ສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ອັດຕະປືພົບຄວາມຜິດດ່ຽງດ້ານເອກະສານລາຍຮັບ-ລາຍຈ່າຍ ຫຼາຍກວ່າ 21,85 ຕື້ກີບ ໃນການກວດກາການຊົດເຊີຍ ເຫດການເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍແຕກ

ກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານກວດກາທົ່ວແຂວງອັດຕະປື ໄລຍະ 5 ປີ (2021-2025) ແລະ ວາງທິດທາງແຜນການ 5 ປີ (2026-2030) ໄດ້ຈັດຂຶ້ນໃນວັນທີ 22 ກັນຍາ 2026...

ຮອງນາຍົກລັດຖະມົນຕີພ້ອມດ້ວຍຄະນະ ເຂົ້າຮ່ວມພິທີໄຂກອງປະຊຸມສະມັດຊາໃຫຍ່ ອົງການ ສປຊ ສະໄໝທີ 81

ໃນວັນທີ 22 ກັນຍາ 2026, ທີ່ ນະຄອນ ນິວຢອກ, ສ.ອາເມຣິກາ, ທ່ານ ທອງສະຫວັນ ພົມວິຫານ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນໍາພາຄະນະຜູ້ເເທນຂັ້ນສູງຂອງ...

ຈັດກອງປະຊຸມປຶກສາຫາລືເພື່ອແກ້ໄຂບັນຫາສູນປະຕິບັດທໍາ ຫຼັກ 38 ເມືອງປາກງື່ມ ນະຄອນຫຼວງວຽງຈັນ

ໃນຕອນເຊົ້າຂອງວັນທີ 16 ກັນຍາ 2026 ຢູ່ທີ່ຫ້ອງປະຊຸມນ້ອຍ 207 ຂອງສູນກາງແນວລາວສ້າງຊາດ ໄດ້ຈັດ ກອງປະຊຸມປຶກສາຫາລືເພື່ອແກ້ໄຂ ບັນຫາສູນປະຕິບັດທໍາ ຫຼັກ 38 ຕັ້ງຢູ່ບ້ານສ້າງໄຜ່ ເມືອງປາກງື່ມ...

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈໍາເດືອນກັນຍາ 2026 ພິຈາລະນາ 16 ຫົວຂໍ້ສຳຄັນ

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ກັນຍາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ;...