spot_img
Homeຂ່າວທ້ອງຖິ່ນປະຊາຊົນຮຽກຮ້ອງໃຫ້ລັດຖະບານພິຈາລະນາຄືນໃໝ່ກ່ຽວກັບການກຳນົດລາຄາໄຟຟ້າແບບໃໝ່

ປະຊາຊົນຮຽກຮ້ອງໃຫ້ລັດຖະບານພິຈາລະນາຄືນໃໝ່ກ່ຽວກັບການກຳນົດລາຄາໄຟຟ້າແບບໃໝ່

Published on

ກະແສສັງຄົມທີ່ມາແຮງແຊງການລະບາດຂອງໂຄວິດ-19 ໃນລາວຕອນນີ້ ແມ່ນ​ເລື່ອງກ່ຽວກັບ​ຄ່າ​ໄຟ­ຟ້າ​ທີ່​ມີ​ການ​ເໜັງ​ຕີງ​ຂຶ້ນ​ຫຼາຍ ນັບ​ແຕ່​ເດືອນ ເມສາ 2020 ເຊິ່ງ​ເປັນ​ເດືອນ​ທີ່​ເກັບ​ຄ່າ​ຊົມ­ໃຊ້​ຂອງ​ເດືອນ ມີນາ 2020 ຕາມ​ລາ­ຄາ​ເກົ່າ ສ່ວນ​ເດືອນພຶດສະພາ 2020 ເກັບ​ຄ່າ​ຊົມ­ໃຊ້​ຂອງ​ເດືອນ ເມສາ 2020 ນັ້ນ.

ຜ່ານ​ມາ​ການ​ເກັບ​ຄ່າ​ໄຟມີ​ການ​ເກັບ​ຫຼາຍ​ລະ­ດັບ​ແຕກ​ຕ່າງ​ກັນ ສະ­ເພາະ​ໄຟ­ຟ້າ​ນີ້ ປະ­ເພດ​ທີ່­ຢູ່​ອາ­ໄສ ມີ 6 ຂັ້ນ ຈາກ​ລາ­ຄາ​ຕໍ່າ​ສຸດ 348 ກີບ ຫາ 999 ກີບ ຕໍ່​ໜຶ່ງ​ກິ​ໂລ​ວັດ ໃນ​ນັ້ນ ໄດ້​ກຳ­ນົດ​ປະ­ລິ­ມານ​ຊົມ­ໃຊ້​ແມ່ນ 0-25 ກິ​ໂລ​ວັດ ເປັນ​ລາ­ຄາ​ຕໍ່າ​ສຸດ. ແຕ່ປັດຈຸບັນ ທາງລັດ​ວິ​ສາ​ຫະ​ກິດ​ໄຟ­ຟ້າ​ລາວໄດ້ມີການແຈ້ງປັບປ່ຽນ​ໂຄງ​ສ້າງ​ລາ­ຄາ​ໄຟ­ຟ້າ​ໃໝ່ ແຕ່ 2020 ຫາ ປີ 2025 ໂດຍ​ໃຫ້​ເລີ່ມ​ປະ­ຕິ­ບັດ​ນັບ​ແຕ່​ເດືອນ​ພຶດ­ສະ­ພາ 2020 ເປັນ­ຕົ້ນ​ໄປ ພາກສ່ວນ​ທີ່­ຢູ່​ອາ­ໄສ ໄດ້​ຫຼຸດ​ລາ­ຄາ​ຈາກ​ອັດ­ຕາ​ຄິດ­ໄລ່ 6 ຂັ້ນ ມາ​ເປັນ​ຂັ້ນ​ດຽວ ລາ­ຄາ 710 ກີບ/kWh ແຕ່​ມີ​ນະ­ໂຍ­ບາຍ​ຫຼຸດ​ລາ­ຄາ​ລົງ 50% ຕໍ່​ຜູ້​ໃຊ້​ໄຟ​ບໍ່​ເກີນ 150 kWh ລາ­ຄາ 355 ກີບ/kWh.

ຍ້ອນ​ວ່າ​ອາ­ກາດ​ປະ­ເທດ​ເຮົາ​ຢູ່​ໃນ​ລະ­ດັບ​ຮ້ອນ ເລີ່ມ​ແຕ່​ຕົ້ນ​ເດືອນ​ເມ­ສາ​ເປັນ­ຕົ້ນ​ມາ ເພື່ອ​ຕໍ່­ສູ້​ກັບ​ການ​ລະ­ບາດ​ຂອງ​ພະ­ຍາດ COVID-19 ເຮັດໃຫ້ປະຊາຊົນ​ຢູ່​ເຮືອນຫຼາຍຂຶ້ນ ແນ່­ນອນ​ການ​ຊົມ­ໃຊ້​ໄຟ­ຟ້າຫຼາຍຂຶ້ນ ແຕ່ການຄິດໄລ່ແບບໃໝ່ນີ້ ມັນເຮັດໃຫ້ຄ່າໄຟຟ້າສູງຂຶ້ນຫຼາຍເທົ່າ ແລະ ສົ່ງຜົນກະທົບຕໍ່ປະຊາຊົນໃນວົງກວ້າງ ໂດຍປະຊາຊົນໄດ້ເຮັດການສົມທຽບການຄິດໄລ່ ລາຄາແບບໃໝ່ ແລະ ແບບເກົ່າຂຶ້ນ ເພື່ອໃຫ້ເຫັນຄວາມແຕກຕ່າງຂອງການຄິດໄລ່ທັງສອງແບບ.

ລາ­ຄາ​ໃໝ່​ນີ້ ສ່ອງ​ແສງ​ໃຫ້​ເຫັນ​ຢ່າງ​ຊັດ​ເຈນ​ວ່າ ບໍ່​ໄດ້​ດັດ­ແປງ​ລາ­ຄາ​ໃຫ້​ຖືກ​ລົງ ເບິ່ງ​ລວມໆຄື​ຖືກ​ລົງ ແຕ່​ໃນ​ແຜນ​ຄິດ­ໄລ່​ຍັງ​ຄົງ​ບໍ່​ຫຼຸດ​ປະ­ລິ­ມານ​ການ​ຊົມ­ໃຊ້​ໃນ​ລາ­ຄາ​ຕໍ່າ​ສຸດ​ໃຫ້​ສູງ​ຂຶ້ນ. ສະ­ນັ້ນ, ໃນການຄິດໄລ່ລາ­ຄາ​ໄຟ­ຟ້າ​ໃໝ່​ນີ້ ຈຶ່ງ​ສົ່ງຜົນກະ­ທົບ​ຕໍ່​ຫຼາຍຄອບຄົວໂດຍສະເພາະຄອບຄົວທີ່ມີລາຍຮັບຢູ່ໃນລະດັບປານກາງຫາຕໍ່າ. ດັ່ງນັ້ນ, ປະຊາຊົນສ່ວນໃຫຍ່ໃນສັງຄົມຈຶ່ງຮຽກຮ້ອງໃຫ້ລັດຖະບານພິຈາລະນາຄືນໃໝ່ກ່ຽວກັບການກຳນົດລາຄາໄຟຟ້າແບບໃໝ່.

 

ບົດໂດຍ: ພຸດສະດີ

 

 

ບົດຄວາມຫຼ້າສຸດ

ແຈ້ງລົບລ້າງເຄື່ອງພິມບັດປະຈຳຕົວ ແລະ ບັດປະຈຳຕົວແບບເກົ່າ (ບັດຂາວ)

ກະຊວງປ້ອງກັນຄວາມສະຫງົບ ອອກຂໍ້ຕົກລົງສະບັບເລກທີ 2682./ປກສ ລົງວັນທີ 20.ກັນຍາ 2024 ວ່າດ້ວຍການລົບລ້າງເຄື່ອງພິມບັດປະຈຳຕົວ ແລະ ບັດປະຈຳຕົວປະຊາຊົນລາວແບບເກົ່າ ( ບັດສີຂາວ ) ມີດັ່ງນີ້: ມາດຕາ 1:...

ການແຂ່ງຂັນເຕະບານຍິງ-ຊາຍ ລະດັບນັກຮຽນມັດທະຍົມສຶກສາ ທົ່ວປະເທດ

ການແຂ່ງຂັນເຕະບານຍິງ-ຊາຍ ລະດັບນັກຮຽນມັດທະຍົມສຶກສາ ທົ່ວປະເທດ ລາຍການ Copa Coca-Cola Laos ຈັດຂຶ້ນໃນລະຫວ່າງວັນທີ 21 ຕຸລາ ໄປຈົນເຖິງ ວັນທີ 29 ພະຈິກ...

ປະກາດແຕ່ງຕັ້ງ ຜູ້ອຳນວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ ຄົນໃໝ່

ໃນວັນທີ 22 ຕຸລາ 2024 ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຈັດພິທີປະກາດພະນັກງານຂັ້ນສູງພັກຜ່ອນຮັບອູດໜູນບຳນານ ພ້ອມທັງປະກາດແຕ່ງຕັ້ງ, ສັບຊ້ອນພະນັກງານນຳພາ-ຄຸ້ມ ຄອງຂຶ້ນຢ່າງເປັນທາງການ ຢູ່ຫ້ອງປະຊຸມໃຫຍ່ ລັດວິສາ ຫະກິດໄຟຟ້າລາວ...

ນາຍົກລັດຖະມົນຕີ ຕ້ອນຮັບ ລັດຖະມົນຕີ ກະຊວງແຮງງານ ມຽນມາ

ໃນວັນທີ 22 ຕຸລາ 2024 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ...