spot_img
Homeຂ່າວຕ່າງປະເທດໂຄວິດ-19 ກະທົບເສດຖະກິດໂລກ! ເປີດຊ່ອງທາງໃຫ້ການຄ້າມະນຸດຂະຫຍາຍຕົວຂຶ້ນ

ໂຄວິດ-19 ກະທົບເສດຖະກິດໂລກ! ເປີດຊ່ອງທາງໃຫ້ການຄ້າມະນຸດຂະຫຍາຍຕົວຂຶ້ນ

Published on

ຜູ້ຊ່ຽວຊານມີຄວາມເຫັນວ່າ ບັນຫາເສດຖະກິດທີ່ສືບເນື່ອງມາຈາກການລະບາດຂອງໂຣກໂຄວິດ-19 ເຮັດໃຫ້ຫຼາຍປະເທດໃຊ້ມາດຕະການປິດເມືອງ ປິດກິດຈະການຮ້ານຄ້າ ທີ່ຖືກຈັດເປັນກຸ່ມສ່ຽງໃນແຜ່ການລະບາດ ແລະ ສິ່ງທີ່ຕາມມາຄືມີຄົນຕົກງານຈຳນວນມະຫາສານ ເຊິ່ງບັນດາຜູ້ຊ່ຽວຊານເຕືອນວ່າ ການຕົກງານຂອງຄົນຈຳນວນຫຼາຍ ມັນຈະເປີດຊ່ອງທາງໃຫ້ຄົນທີ່ໝົດຫວັງເລື່ອງໜ້າທີ່ວຽກງານຕົກເປັນເຫຍື່ອຂອງຂະບວນການຄ້າມະນຸດໄດ້ງ່າຍ ແລະ ໃນທີ່ສຸດກໍ່ເຂົ້າສູ່ຂະບວນການບັງຄັບໃຊ້ແຮງງານແບບກົດຂີ່.

ສຳລັບພາກພື້ນອາຊີຕະເວັນອອກສຽງໃຕ້ ມີບັນຫາເລື່ອງການຄ້າມະນຸດມາໂດຍຕະຫຼອດ ໃນທຸກໆປິລັດຖະບານອາເມລິກາຈະເຜີຍແຜ່ລາຍງານການຄ້າມະນຸດ ພ້ອມທັງປະເມີນຄວາມພະຍາຍາມຂອງແຕ່ລະປະເທດໃນການຕໍ່ສູ້ກັບບັນຫານີ້ ເຊິ່ງປະເທດໃນອາຊຽນສ່ວນໃຫຍ່ຢູ່ໃນບັນຊີລາຍຊື່ປະເທດທີ່ຢູ່ໃນລະດັບ 2 ຫຼື  3 (Tier 2 or Tier 3) ເຊິ່ງເປັນກຸ່ມທີ່ໜ້າເປັນຫ່ວງຫຼາຍທີ່ສຸດ.

ສຳນັກງານວ່າດ້ວຍຢາເສບຕິດ ແລະ ອາຊະຍາກຳແຫ່ງສະຫະປະຊາຊາດ (UNODC) ລະບຸວ່າ ການຄ້າມະນຸດເກີດຂຶ້ນໃນເຄືອຂ່າຍທີ່ມີຄວາມສະຫຼັບຊັບຊ້ອນທັງໃນແງ່ທາງສັງຄົມ, ເສດຖະກິດ ແລະ ທາງວັດທະນະທຳທີ່ເປັນຄືກັບດັກທີ່ເຮັດໃຫ້ຄົນທີ່ບໍ່ມີທາງເລືອກຕົກເປັນເຫຍື່ອຂອງຂະບວນການນີ້ ແລະ ການເປັນແຮງງານທາດຍຸກໃໝ່ກໍ່ຄວບຄຸມເຖິງການຄ້າມະນຸດທາງເພດ, ການປະເວນີເດັກ, ການບັງຄັບໃຊ້ແຮງງານ, ການຜູກແຮງງານກັບວົງຈອນໜີ້, ການຖືກໃຊ້ງານຄືກັບທາດໃນເຮືອນຕົນເອງ, ການບັງຄັບໃຊ້ແຮງງານຢ່າງຜິດກົດໝາຍ ແລະ ການໃຊ້ເດັກນ້ອຍໄປເປັນທະຫານ.

 

ຮຽບຮຽງຂ່າວ: ພຸດສະດີ
ແຫຼ່ງຂໍ້ມູນ: bangkokbiznews

ບົດຄວາມຫຼ້າສຸດ

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...