Homeຂ່າວທ້ອງຖິ່ນລັດກຳນົດມາດຕະຖານກ່ຽວກັບການລ້ຽງສັດໃຫຍ່ ກ່ອນສົ່ງອອກໄປ ສປ ຈີນ

ລັດກຳນົດມາດຕະຖານກ່ຽວກັບການລ້ຽງສັດໃຫຍ່ ກ່ອນສົ່ງອອກໄປ ສປ ຈີນ

Published on

ສປປ ລາວ ແລະ ສປ ຈີນ ໄດ້ມີຂໍ້ຕົກລົງໃນການຄ້າຂາຍສັດໃຫຍ່ຈໍານວນຫຼາຍ ພ້ອມມີການຕົກລົງເຫັນດີກ່ຽວກັບເງື່ອນໄຂດ້ານສຸຂະນາໄມໃນການກັກກັນ ແລະ ກວດກາສຸຂະພາບສັດໃຫຍ່ກ່ອນທີ່ຈະສົ່ງອອກຈາກ ສປປ ລາວ, ເຊິ່ງມັນໄດ້ສ້າງຄວາມສົນໃຈໃຫ້ແກ່ພາກສ່ວນທີ່ກ່ຽວຂ້ອງ ກໍ່ຄື ພາກເອກະຊົນ ແລະ ນັກລົງທຶນທັງຫຼາຍ.

ກົມລ້ຽງສັດ ແລະ ການປະມົງ ຈຶ່ງໄດ້ອອກຄໍາແນະນໍາ ກ່ຽວກັບມາດຕະຖານສັດໃຫຍ່ ແລະ ມາດຕະຖານຟາມລ້ຽງສັດໃຫຍ່ ທີ່ຈະສົ່ງອອກ ຈາກ ສປປ ລາວ ໄປ ສປ ຈີນດັ່ງຕໍ່ໄປນີ້:

  1. ການລ້ຽງສັດໃຫຍ່ ທີ່ຈະສົ່ງອອກໄປ ສປ ຈີນ ແມ່ນໝາຍເຖິງ ສັດໃຫຍ່ທີ່ອາດເປັນສາຍພັນພື້ນເມືອງ, ສາຍພັນປັບປຸງ ຫລື ສາຍພັນປະສົມ ເຊິ່ງມີນໍ້າໜັກຫລາຍກ່ວາ 350 ກິໂລກຣາມ ແລະ ອາຍຸບໍ່ເກີນ 4 ປີ.
  2. ຕ້ອງມີຖິ່ນກໍາເນີດຢູ່ ສປປ ລາວ ຫຼື ສັດທີ່ນໍາເຂົ້າແຕ່ຕ້ອງຖືກລ້ຽງຢູ່ ປະເທດລາວ ຢ່າງໜ້ອຍ 150 ວັນ.
  3. ສໍາລັບສະຖານທີ່ລ້ຽງ ແມ່ນຕ້ອງເປັນຟາມ ທີ່ໄດ້ຈົດທະບຽນຢູ່ ສປປ ລາວ ຢ່າງຖືກກົດໝາຍ ແລະ ອີງຕາມເອກະສານ ເລກທີ 0209/ກປ, ລົງວັນທີ 06 ກຸມພາ 2013;
  4. ສະຖານທີ່ລ້ຽງສັດໃຫຍ່ ໃນການກະກຽມ ກ່ອນການສົ່ງອອກໄປຈີນ ແມ່ນຢ່າງໜ້ອຍບໍ່ໃຫ້ມີປະຫວັດກວດພົບເຊື້ອພະຍາດພາຍໃນ 6 ເດືອນ ໂດຍການຢັ້ງຢືນ ຈາກສູນວິໄຈພະຍາດສັດ ເຊັ່ນ: ໂລກຜິວໜັງ, ໂລກປອດອັກເສບ ແລະ ວັນນະໂລກ.
  5. ກ່ອນການຂົນສົ່ງ ຕ້ອງໄດ້ນໍາໄປລ້ຽງ ຢູ່ເຂດທ້ອນໂຮມສັດໃຫຍ່ ທີ່ຢູ່ນອກເຂດປອດພະຍາດ ປາກເປື່ອຍລົງເລັບຢ່າງໜ້ອຍ 45 ວັນ ແລະ ຕ້ອງຜ່ານການກັກກັນຢູ່ສະຖານທີ່ກັກກັນສັດ ບ້ານ ນາຄໍາ, ເມືອງ ສິງ ແຂວງ ຫລວງນໍ້າທາ ຢ່າງໜ້ອຍ 30 ວັນ.

ສຳລັບມາດຕະຖານ ຟາມລ້ຽງສັດໃຫຍ່ ເພື່ອສົ່ງອອກ ສປ ຈີນ ຕ້ອງໄດ້ຮັບການອະນຸຍາດ ຈາກການປົກຄອງທ້ອງຖິ່ນ ແລະ ຂະແໜງການທີ່ກ່ຽວຂ້ອງ ໂດຍຕ້ອງຕັ້ງຢູ່ສະຖານທີ່ເໝາະສົມ, ບໍ່ມີນໍ້າຖ້ວມຂັງ, ຢູ່ຫ່າງໄກຈາກຊຸມຊົນ, ຫ່າງໄກຈາກເຂດພະຍາດປາກເປື່ອຍລົງເລັບ, ໂຮງຂ້າສັດ ແລະ ບໍ່ສ້າງຜົນກະທົບໃດໆ ຕໍ່ຊີວິດການເປັນຢູ່ ຂອງຄົນ ທ້ອງຖີ່ນນັ້ນໆ ເຊັ່ນ: ສານປົນເປື້ອນ ແລະ ນໍ້າເສຍ.

ນອກຈາກນີ້, ພື້ນທີ່ ແລະ ສະພາບແວດລ້ອມ ຕ້ອງອໍານວຍຄວາມສະດວກຢ່າງຊັດເຈນ ແລະ ເໝາະສົມ ເຊັ່ນ: ມີທົ່ງຫຍ້າ, ໂຮງເຮືອນ, ຄອກສັດ, ສາງເກັບຮັກສາອາຫານສັດ ແລະ ມີຮົ້ວກັ້ນອ້ອມຮອບ ເພື່ອຄວາມປອດໄພຮອບດ້ານ. ພ້ອມນີ້, ພື້ນໂຮງເຮືອນຄວນເປັນພື້ນຊີມັງ, ລາດອຽງ, ບໍ່ໝື່ນ ສາມາດທໍາຄວາມສະອາດ ແລະ ຂ້າເຊື້ອໄດ້ຢ່າງສະດວກ ແລະ ມີລະບົບລະບາຍນໍ້າທີ່ດີ. ໂຮງເຮືອນສໍາລັບທອມສັດໃຫຍ່ອາດເປັນຄອກດ່ຽວ ຫຼື ຄອກລວມ ແລ້ວແບ່ງເປັນຊັດສ່ວນ ຢ່າງເໝາະສົມກັບລຸ້ນ, ຂະໜາດ ແລະ ຈໍານວນສັດທີ່ລ້ຽງ.

 

ຮຽບຮຽງຂ່າວ:​ ພຸດສະດີ
ແຫຼ່ງຂໍ້ມູນ: ສູນຂໍ້ມູນຂ່າວສານທາງການຄ້າແຫ່ງ ສປປ ລາວ

ບົດຄວາມຫຼ້າສຸດ

ກອງປະຊຸມຄະນະຊີ້ນໍາລະດັບຊາດ ເພື່ອຈັດຕັ້ງປະຕິບັດເປົ້າໝາຍການພັດທະນາເເບບຍືນຍົງ ເເລະ ວຽກງານອື່ນໆທີ່ກ່ຽວຂ້ອງ.

ໃນວັນທີ 21 ສິງຫາ 2026, ທີ່ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ໄດ້ຈັດກອງປະຊຸມຄະນະຊີ້ນໍາລະດັບຊາດ ເພື່ອຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (ປພຍ) ແລະ ວຽກງານອື່ນໆທີ່ກ່ຽວຂ້ອງ ປະຈໍາປີ 2026, ໂດຍການເປັນປະທານຂອງ...

ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເອກອັກຄະລາຊະທູດ ແຫ່ງ ສະຫະນະຄອນ ເອເມຣັດ ອາຣັບ ປະຈໍາ ສປປ ລາວ.

ໃນຕອນບ່າຍຂອງວັນທີ 19 ສິງຫາ 2026 ທີ່ກະຊວງການຕ່າງປະເທດ, ທ່ານ ໄມທອງ ທໍາມະວົງສາ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ໍານັບ ຂອງ ທ່ານ ປອ. ບັດເດີ...

ເຈົ້າໜ້າທີ່ ປກສ ກຸ່ມ 4 ສາລະຄໍາ ຊີ້ແຈງເຫດການກຸ່ມຄົນບໍ່ດີ ໃສ່ຮ້າຍປ້າຍສີການຈັດຕັ້ງບ້ານດົງຄໍາຊ້າງ.

ຈາກເຫດການທີ່ກຸ່ມຈໍານວນໜຶ່ງ ໄດ້ເຜີຍແຜ່ຮູບພາບ ແລະ ຕັດຕໍ່ຄິບລົງເຟສບຸກ ເພື່ອໃສ່ຮ້າຍປ້າຍສີການຈັດຕັ້ງບ້ານດົງຄໍາຊ້າງ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ວ່າ: ມີກອງຫຼອນບ້ານດົງຄໍາຊ້າງ ນໍາກໍາລັງລົງກວດກາຄົນພັກເຊົາ ຢູ່ຫ້ອງແຖວໃນກາງເດິກ ໂດຍການເລາະເຄາະປະຕູ ເພື່ອກວດຄົ້ນ ສ້າງຄວາມລົບກວນການພັກຜ່ອນຂອງຜູ້ອາໄສ. ຈາກນັ້ນ,...

ເປີດໂຕສູນຈຳໜ່າຍລົດ FAWCAR ສາຂາວຽງຈັນ ຢ່າງເປັນທາງການ ພ້ອມລົດ SUV ລຸ້ນ JOYEE S04 ແລະ S08 ສູ່ຕະຫຼາດລາວ.

ວັນທີ 17 ສິງຫາ 2026 ຜ່ານມາ, ທີ່ນະຄອນຫຼວງວຽງຈັນ - ບໍລີສັດເຕີຫຼົງ ໂອໂຕ ໄດ້ເປີດໂຕສູນຈຳໜ່າຍລົດ FAWCAR ສາຂາວຽງຈັນ ຢ່າງເປັນທາງການ ພ້ອມເປີດໂຕລົດລຸ້ນໃໝ່ຫຼ້າສຸດ...