spot_img
Homeຂ່າວການພັດທະນາUSAID ຊ່ວຍເຫຼືອພັດທະນາໂຄງລ່າງພື້ນຖານທີ່ທັນສະໄໝ

USAID ຊ່ວຍເຫຼືອພັດທະນາໂຄງລ່າງພື້ນຖານທີ່ທັນສະໄໝ

Published on

USA

 

ໃນວັນທີ 14 ຕຸລານີ້, ຢູ່ນະຄອນຫລວງວຽງຈັນ, ທ່ານ ດຣ ນາງ ສູນທອນ ໄຊຍະຈັກ ລັດຖະມົນຕີຊ່ວຍວ່າການກະຊວງ

ການຕ່າງປະເທດລາວ ແລະ ທ່ານ ໂທມາສ ເອ ແຊນນັນ ທີ່ປຶກສາພິເສດຂອງລັດຖະມົນຕີຕ່າງປະເທດ ສ.ອາເມລິກາ,

ໄດ້ ຮ່ວມກັນລົງນາມມອບ-ຮັບ ໂຄງການພັດທະນາໂຄງລ່າງພື້ນຖານທັນສະໄໝ ຈຳນວນ 3 ໂຄງ ການ, ລວມມູນຄ່າ

1,7 ລ້ານ ກວ່າໂດລາສະຫະລັດ, ໃນນັ້ນ ຂອງກະຊວງພະລັງງານ ແລະ ບໍ່ແຮ່ມີໂຄງການຄວາມປອດໄພຂອງເຂື່ອນ ແລະ

ການຄວບຄຸມ ອຸທົກກະໄພທີ່ກ່ຽວພັນກັບການບໍລິຫານຈັດການ ແລະ ດຳເນີນການຜະລິດຂອງເຂື່ອນໄຟຟ້າມີ ມູນຄ່າ

526 ພັນໂດລາສະຫະລັດ, ໂຄງການລະບາຍຕະກອນອອກຈາກເຂື່ອນມູນຄ່າ 499 ພັນໂດ ລາສະຫະລັດ, ສ່ວນກະຊວງ

ກະສິກຳ- ປ່າໄມ້ແມ່ນ ໂຄງການສ້າງປຶ້ມຄູ່ມືເຕັກນິກເຂື່ອນໄຟຟ້າແບບຢືນຍົງເປັນມິດກັບປາມູນຄ່າ 750 ພັນໂດລາ

ສະຫະລັດ, ເຊິ່ງແມ່ນລັດຖະບານສະຫະລັດອາເມລິກາ ກໍຄືອົງການເພື່ອການຊ່ວຍເຫລືອຂອງສະຫະລັດອາເມລິກາເປັນ

ຜູ້ໃຫ້ທຶນ, ເຊິ່ງຈະຊ່ວຍຊຸກຍູ້ການພັດທະນາພື້ນຖານໂຄງລ່າງຂອງລາວ ໂດຍສະເພາະການພັດທະນາເຂື່ອນໄຟຟ້າ ແລະ

ການຄຸ້ມຄອງການຜະລິດ ໂດຍຄຳນຶງເຖິງຄວາມປອດໄພ, ການຄວບຄຸມອຸທົກກະໄພທີ່ກ່ຽວພັນກັບເຂື່ອນ ແລະ ເຕັກ

ນິກເຂື່ອນໄຟຟ້າທີ່ເປັນມິດກັບປາ ໂດຍການນຳໃຊ້ເຕັກນິກວິຊາການທີ່ທັນສະໄໝຂອງ ສ.ອາ ເມລິກາເຂົ້າໃນການພັດ

ທະນາໃນວຽກງານດັ່ງກ່າວຢູ່ລາວ ໃຫ້ມີຄວາມຍືນຍົງ.

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...