Homeຂ່າວທ້ອງຖິ່ນມູນຄ່າການຄ້າລາວໄຕມາດ 1 ຂາດດຸນ 175 ລ້ານໂດລາ

ມູນຄ່າການຄ້າລາວໄຕມາດ 1 ຂາດດຸນ 175 ລ້ານໂດລາ

Published on

ສູນຂໍ້ມູນ – ຂ່າວສານທາງດ້ານການຄ້າຂອງ ສປປ ລາວ ລາຍງານວ່າ: ມູນຄ່າການນໍາເຂົ້າ ແລະ ສົ່ງອອກຂອງ ສປປ ລາວ ປະຈໍາເດືອນມີນາ ບັນລຸໄດ້ປະມານ 804 ລ້ານໂດລາ. ໃນນັ້ນ, ມູນຄ່າການສົ່ງອອກມີປະມານ 343 ລ້ານໂດລາ, ມູນຄ່າການນໍາເຂົ້າມີປະມານ 461 ລ້ານໂດລາ ແລະ ຂາດດຸນການຄ້າປະມານ 118 ລ້ານໂດລາ.

ສິນຄ້າສົ່ງອອກຫຼັກມີແຮ່ທອງ ມີມູນຄ່າ 37 ລ້ານໂດລາ, ມັນຕົ້ນ  35 ລ້ານໂດລາ, ທອງແດງ ແລະ ເຄື່ອງທີ່ເຮັດດ້ວຍທອງແດງ 25 ລ້ານໂດລາ, ເຍື່ອໄມ້ ແລະ ເສດເຈ້ຍ 24 ລ້ານໂດລາ, ເຄື່ອງດື່ມ ( ນໍ້າ, ນໍ້າອັດລົມ, ຊູກໍາລັງ ) ມູນຄ່າ 19 ລ້ານໂດລາ, ໝາກກ້ວຍ 18 ລ້ານໂດລາ, ເຄື່ອງນຸ່ງຫົ່ມ 17 ລ້ານໂດລາ, ໝາກໄມ້ ( ໝາກໂມ, ໝາກຂາມ, ໝາກມ່ວງ ) 16 ລ້ານໂດລາ, ງົວ – ຄວາຍ 16 ລ້ານໂດລາ, ນໍ້າຕານ 14 ລ້ານໂດລາ.

ສິນຄ້ານໍາເຂົ້າຫຼັກມີ: ນໍ້າມັນກາຊວນ ມູນຄ່າ 46 ລ້ານໂດລາ, ພາຫະນະທາງບົກ ( ນອກຈາກລົດຈັກ, ລົດໄຖ ) ມູນຄ່າ 36 ລ້ານໂດລາ, ອຸປະກອນກົນຈັກ ( ນອກຈາກເຄື່ອງກົນຈັກພາຫະນະ ) 35 ລ້ານໂດລາ ແລະ ສິນຄ້າອື່ນໆອີກ.

ບັນດາປະເທດທີ່ ສປປ ລາວ ສົ່ງອອກຫຼັກມີ: ຈີນ 119 ລ້ານໂດລາ, ໄທ 91 ລ້ານໂດລາ,  ຫວຽດນາມ 74 ລ້ານໂດລາ, ຍີ່ປຸ່ນ 9 ລ້ານໂດລາ ແລະ ເຢຍລະມັນ 7 ລ້ານໂດລາ; ສ່ວນປະເທດທີ່ ສປປ ລາວ ນໍາເຂົ້າຫຼັກມີ: ໄທ 272 ລ້ານໂດລາ, ຈີນ 77 ລ້ານໂດລາ, ຫວຽດນາມ 48 ລ້ານໂດລາ, ຍີ່ປຸ່ນ 13 ລ້ານໂດລາ ແລະ ສ.ເກົາຫຼີ 13 ລ້ານໂດລາ.

ຢ່າງໃດກໍຕາມ, ມູນຄ່າການນໍາເຂົ້າ ແລະ ສົ່ງອອກຂອງ ສປປ ລາວ ປະຈໍາເດືອນມີນາ ປີ 2020 ແມ່ນຍັງບໍ່ກວມເອົາມູນຄ່າການສົ່ງອອກໄຟຟ້າ.

ຈາກຕົວເລກມູນຄ່າການຄ້າໃນເດືອນມີນາ ເຮັດໃຫ້ໄຕມາດ 1 ( ເດືອນມັງກອນ ຫາ ມີນາ ) ປີ 2020 ມູນຄ່າການຄ້າຂອງ ສປປ ລາວ ບັນລຸ 2.463 ລ້ານໂດລາ. ໃນນີ້, ສົ່ງອອກ 1.155 ລ້ານໂດລາ, ນໍາເຂົ້າ 1.319 ໂດລາ ເຮັດໃຫ້ຂາດດຸນ 175 ລ້ານໂດລາ.

 

ຮຽບຮຽງຂ່າວ: ພຸດສະດີ
ແຫຼ່ງຂໍ້ມູນ: ໜັງສືພິມເສດຖະກິດ-ການຄ້າ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...