ແມ່ຂອງຂ້ອຍເປັນຄົນແຕ່ງກິນຢູ່ເຮືອເປັນປະຈຳ… ຄືນໜຶ່ງຫຼັງຈາກທີ່ແມ່ເຮັດວຽກມາໝົດມື້ ພໍແມ່ກັບມາເຮືອນດ້ວຍຄວາມອິດເມື່ອຍ ແລະແຕ່ງເຂົ້າແຮງໃຫ້ຄອບຄົວປົກກະຕິ ຢູ່ເທິງໂຕະອາຫານແມ່ວາງຈານທີ່ມີປາຕູທີ່ໄໝ້ແຫ້ມ ເທິງໂຕະຕໍ່ໜ້າພໍ່ແລະທຸກໆຄົນ…
ຂ້ອຍລໍຖ້າຟັງວ່າແຕ່ລະຄົນຈະເວົ້າຈັ່ງໃດ?…
ແຕ່…ພໍ່ບໍ່ໄດ້ເວົ້າຫຍັງ ແລະຕັ້ງໜ້າຕັ້ງຕາກິນປາທູໄໝ້ໂຕນັ້ນແລະຫຼຽວໜ້າມາຖາມຂ້ອຍວ່າຢູ່ໂຮງຮຽນເປັນຈັ່ງໃດລູກ?…
ເວລາຜ່ານໄປ ຄືນນັ້ນຫຼັງຈາກກິນເຂົ້າແລງແລ້ວ ຂ້ອຍຈື່ໄດ້ວ່າ ໄດ້ຍິນແມ່ຂໍໂທດພໍ່ທີ່ຈືນປາທູໄໝ້…ແລະຂ້ອຍກໍບໍ່ເຄີຍລືມທີ່ພໍ່ເວົ້າກັບແມ່ວ່າ “ໂອຍ…ອ້າຍມັກປາທູແຫ້ມໆ ໄໝ້ໆ… ມັນກອບແລະແຊບດີ”
ຄືນຕໍ່ມາຂ້ອຍເກັບເອົາຄຳຖາມໃນໃຈກ່ອນນອນແລະຖາມພໍ່ວ່າ “ພໍ່ມັກກິນປາທູແຫ້ມໆ ໄໝ້ໆ ແທ້ຫວາ?”
ພໍ່ເອົາມືລູບຫົວຂ້ອຍແລະຕອບວ່າ… “ແມ່ຂອງລູກເຮັດວຽກເມື່ອຍມາໝົດມື້… ປາທູໄໝ້ ໂຕດຽວ ບໍ່ເຄີຍທຳຮ້າຍໃຜ ແຕ່ຄຳເວົ້າທີ່ຕໍ່ວ່າ ຮ້າຍດ່າກັນຕ່າງຫາກທີ່ຈະທຳຮ້າຍກັນ”
“ຊີວິດຄົນເຮົາ ເຕັມໄປດ້ວຍຄວາມບໍ່ສົມບູນແບບແລະແຕ່ລະຄົນກໍບໍ່ໄດ້ເກີດມາສົມບູນແບບ ໂຕເຮົາເອງກໍບໍ່ໄດ້ມີຫຍັງດີກວ່າໃຜໆ”
“ພໍ່ເອງກໍເປັນຄົນໜຶ່ງ ທີ່ເຄີຍລືມວັນເກີດແມ່ ວັນຄົບຮອດບວັນແຕ່ງງານ”
“ແຕ່ສິ່ງທີ່່ພໍ່ຮຽນຮູ້ໃນຊ່ວງຊີວິດຄື… ການຮຽນຮູ້ທີ່ຈະຍອມຮັບຄວາມຜິດຂອງຄົນອື່ນ ແລະໂຕເອງ. ການເລືອກທີ່ຈະຍິນດີກັບຄວາມຄິດຕ່າງກັນຂອງແຕ່ລະບຸກຄົນເປັນສິ່ງທີ່ສຳຄັນ ໃນການຮັກສາຊີວິດຄອບຄົວ ທີ່ມີຄວາມສຸກແລະຍືນຍາວ.”
“ຊີວິດເຮົາສັ້ນເກີນກວ່າທີ່ຈະຕື່ນຂຶ້ນມາພ້ອມກັບ ຄວາມເສຍໃຈທີ່ວ່າເຮົາເຮັດຜິດກັບຄົນທີ່ເຮົາຮັກແລະຮັກເຮົາໃຫ້ເບິ່ງແຍງ ແລະທະນຸຖະໜົມຄົນທີ່ຮັກເຮົາ ແລະພະຍາຍາມເຂົ້າໃຈແລະໃຫ້ອະໄພຈະດີກວ່າ”