spot_img
Homeຂ່າວທ້ອງຖິ່ນອາຊຽນ ແລະ ການຮັບມືກັບຜົນກະທົບຈາກການລະບາດຂອງໂຄວິດ-19

ອາຊຽນ ແລະ ການຮັບມືກັບຜົນກະທົບຈາກການລະບາດຂອງໂຄວິດ-19

Published on

ໃນປະຈຸບັນສິ່ງທີ່ທຸກຄົນກໍາລັງສົນທະນາ ແລະ ມີຄວາມກັງວົນຫລາຍທີ່ສຸດ ກໍຄົງຈະແມ່ນກ່ຽວກັບ ພະຍາດປອດອັກເສບຈາກ ເຊື້ອຈຸລາໂລກສາຍພັນໃໝ່ ໂຄໂຣນາໄວຣັດ ຫຼື ໂຄວິດ-19. ນັບແຕ່ພະຍາດລະບາດດັ່ງກ່າວ ໄດ້ເກີດຂຶ້ນໃນ ເດືອນ ທັນວາ 2019 ທີ່ຜ່ານມາ, ມາຮອດວັນທີ 7 ເມສາ 2020, ອີງຕາມອົງການອະນາໄມໂລກ ໄດ້ມີຜູ້ຕິດເຊື້ອທັງໝົດ 1.214.466 ກໍລະນີ ແລະ ໃນນີ້ມີຈໍານວນຜູ້ເສຍຊີວິດທັງໝົດ 67.767 ຄົນ ເຊິ່ງປະເທດທີ່ມີຜູ້ເສຍຊີວິດຫຼາຍທີ່ສຸດ ແມ່ນ ອິຕາລີ ແລະ ປະເທດທີ່ມີຜູ້ຕິດເຊື້ອຫຼາຍກ່ວາໝູ່ແມ່ນ ສະຫະລັດອາເມລິກາ. ຕາມການຄາດຄະເນ ຂອງສະຫະປະຊາຊາດ ພະຍາດລະບາດໂຄວິດ-19 ຈະສົ່ງຜົນກະທົບຕໍ່ກັບເສດຖະກິດໂລກ ເປັນມູນຄ່າເສຍຫາຍປະມານ 1.000 ຕື້ໂດລາສະຫະລັດ ໃນປີ 2020 ເຊິ່ງເປັນຜົນກະທົບທີ່ໜັກທີ່ສຸດ ຖ້າທຽບໃສ່ເຫດການອື່ນໆທີ່ຜ່ານມາ.

ສຳລັບອາຊຽນ ກໍບໍ່ສາມາດຫຼີກລ້ຽງໄດ້ ຈາກຜົນກະທົບຂອງພະຍາດລະບາດ ໂຄວິດ-19 ແລະ ມັນໄດ້ສົ່ງຜົນກະທົບຕໍ່ ທັງສາມເສົາຄໍ້າຂອງປະຊາຄົມອາຊຽນ ແລະ ເສົາຄໍ້າທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດກໍ່ຄົງຈະແມ່ນ ເສົາຄໍ້າເສດຖະກິດ.

ສຳນັກຂ່າວສານປະເທດລາວ ລາຍງານວ່າ ເພື່ອຮັບມືກັບພະຍາດລະບາດດັ່ງກ່າວ, ອາຊຽນກໍມີຄວາມພະຍາຍາມ ແລະ ເອົາໃຈໃສ່ໃນການປຶກສາຫາລື ເພື່ອຫາຊ່ອງທາງ ໃນການແກ້ໄຂບັນຫາ. ໃນຂອບເສົາຄໍ້າການເມືອງ-ຄວາມໝັ້ນຄົງອາຊຽນ, ບັນດາລັດຖະມົນຕີປ້ອງກັນ ປະເທດອາຊຽນໄດ້ຮັບຮອງເອົາ ຖະແຫຼງການຮ່ວມວ່າດ້ວຍ “ການຮ່ວມມືປ້ອງກັນຊາດ ເພື່ອຕ້ານພະຍາດລະບາດ” ໃນກອງປະຊຸມລັດຖະມົນຕີ ປ້ອງກັນປະເທດອາຊຽນ-ວົງແຄບ ທີ່ ຮາໂນ່ຍ, ສສ ຫວຽດນາມ ໃນເດືອນ ກຸມພາ 2020 ທີ່ຜ່ານມາ. ຖະແຫຼງການຮ່ວມດັ່ງກ່າວ ໄດ້ເນັ້ນເຖິງການເສີມຂະຫຍາຍການຮ່ວມມືທັງແບບສອງຝ່າຍ ແລະ ຫຼາຍຝ່າຍໃນການແລກປ່ຽນ ຂໍ້ມູນຂ່າວສານ ແລະ ການປະຕິບັດທີ່ດີທີ່ສຸດ ໂດຍຜ່ານການຝຶກຊ້ອມ ແລະ ບັນດາກົນໄກການຮ່ວມມືທີ່ມີຢູ່ ເຊັ່ນ: ສູນແພດທະຫານອາຊຽນ ແລະ ເຄືອຂ່າຍຜູ້ຊ່ຽວຊານປ້ອງກັນຊາດ ດ້ານເຄມີ, ຊີວະພາບ ແລະ ກໍາມັນຕະພາບລັງສີ ອາຊຽນ. ສູນແພດທະຫານອາຊຽນເຊິ່ງຕັ້ງຢູ່ ບາງກອກ, ປະເທດ ໄທ ກໍໄດ້ຈັດກອງປະຊຸມຜ່ານໂທລະພາບ ເພື່ອຕິດຕາມ ແລະ ອັບເດດຂໍ້ມູນໃຫ້ທັນກັບ ສະພາບຕົວຈິງຢ່າງເປັນປົກກະຕິ. ນອກຈາກນີ້, ອາຊຽນຍັງໄດ້ຈັດກອງປະຊຸມ ກັບບັນດາປະເທດຄູ່ຮ່ວມເຈລະຈາ ເພື່ອເສີມຂະຫຍາຍການ ຮ່ວມມືແບບສອງຝ່າຍ ໃນການຕ້ານພະຍາດ ລະບາດໂຄວິດ-19 ໂດຍສະເພາະແມ່ນ ສປ ຈີນ, ສະຫະລັດອາເມລິກາ ແລະ ສ ເກົາຫລີ (ອີງຕາມຂໍ້ມູນຈາກ https://asean.org/). ໃນລະດັບປະເທດ, ບັນດາປະເທດສະມາຊິກອາຊຽນ ກໍມີມາດຕະການໃນການຮັບມືກັບພະຍາດດັ່ງກ່າວ ເປັນຕົ້ນແມ່ນ ການປິດປະເທດ, ການໃຫ້ປະຊາຊົນກັກຕົວເອງຢູ່ບ້ານ, ການຈຳກັດ ແລະ ຄວບຄຸມການຄົມມະນາຄົມຂົນສົ່ງ, ການຫ້າມການຈັດຕັ້ງ ແລະ ການຊຸມນຸມ ທີ່ມີຄົນເຂົ້າຮ່ວມເປັນຈຳນວນຫລາຍ, ການເຜີຍແຜ່ໂຄສະນາ ຂໍ້ມູນກ່ຽວກັບພະຍາດ, ການເຝົ້າລະວັງ ແລະ ອື່ນໆ.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...

ສະຫຼົດ! ຊາຍອາຍຸ 26 ປີ (ເສຍຊີວິດ) ຍ້ອນຂັບລົດຕຳງົວ ທີ່ບ້ານວຽງແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ບັນຫາການປ່ອຍສັດຊະຊາຍ ສ່ຽງເຮັດໃຫ້ຄົນອື່ນເກີດອຸບັດຕິເຫດ ເຖິງຂັ້ນເສຍຊີວິດໄດ້. ບັນຫາການປ່ອຍສັດລ້ຽງ (ງົວ, ຄວາຍ, ແບ້, ມ້າ...) ຍັງຄົງຖືກພົບເຫັນເລື້ອຍໆຢູ່ຫຼາຍໆຂົງເຂດ ຕັ້ງແຕ່ເຂດຊານເມືອງຈົນໄປເຖິງໃນເມືອງ. ຈົນກາຍເປັນຄວາມເຄີຍຊິນໄປແລ້ວສຳລັບຜູ້ສັນຈອນໄປມາທີ່ຕ້ອງລະວັງເອງ ແຕ່ບາງຄັ້ງກໍມີອຸບປະຕິເຫດຕາມມາ ເຊັ່ນ: ລົດໃຫຍ່ຕຳງົວ, ລົດຈັກຕຳງົວ,...