spot_img
Home​ຂ່າວບັນເທິງສາທາແຈ້ງຢຸດນຳໃຊ້ "ຕູ້ຂ້າເຊື້ອໂຄວິດ-19" ຕາມໂຮງໝໍຕ່າງໆ

ສາທາແຈ້ງຢຸດນຳໃຊ້ “ຕູ້ຂ້າເຊື້ອໂຄວິດ-19” ຕາມໂຮງໝໍຕ່າງໆ

Published on

ອີງຕາມໜັງສືແຈ້ງການ ກົມອະນາໄມ ແລະ ສົ່ງເສີມສຸຂະພາບ ເລກທີ 130/ກອສ ລົງວັນທີ 6 ເມສາ 2020 ເຖີງ ຫົວໜ້າພະແນກສາທາລະນະສຸກ ນະຄອນຫຼວງ, ແຂວງ ແລະ ໂຮງໝໍສູນກາງ ອ້ອມຂ້າງກະຊວງສາທາລະນະສຸກ ກ່ຽວກັບເລື່ອງ ໃຫ້ຢຸດຕິການນໍາໃຊ້ ຕູ້ພົ່ນຢາຂ້າເຊື້ອ ອີງຕາມ ການຕົກລົງເຫັນດີໃນກອງປະຊຸມ ECC ໃນວັນທີ 5 ເມສາ 2020 ໂດຍເປັນປະທານຂອງທ່ານລັດຖະມົນຕີ ກະຊວງສາທາລະນະສຸກ;  ອີງຕາມ ການຕົກລົງເຫັນດີເປັນເອກະພາບຂອງຄະນະກົມອະນາໄມ ແລະ ສົ່ງເສີມສຸຂະພາບ.

ດັ່ງນັ້ນ, ກົມອະນາໄມ ແລະ ສົ່ງເສີມສຸຂະພາບ ຂໍແຈ້ງມາຍັງທ່ານຊາບວ່າ ໃຫ້ຢຸດຕິການນໍາໃຊ້ ຕູ້ພົ່ນຢາຂ້າເຊື້ອ ທີ່ໄດ້ນໍາ ໃຊ້ນໍ້າຢາຂ້າເຊື້ອ ດ້ວຍກຣໍລິນ ( Chorine ) ທີ່ໄດ້ມີການເປີດນໍາໃຊ້ຢູ່ແຕ່ລະໂຮງໝໍ ຂໍໃຫ້ຢຸດຕິ ເນື່ອງຈາກວ່າການສຶກສາ ຄົ້ນຄ້ວາ ທີ່ໄດ້ເຮັດມາກ່ອນແລ້ວ ໃນປະເທດຈີນ ແມ່ນບໍ່ໄດ້ຮັບຜົນ ແລະ ຍັງມີຜົນກະທົບ ຕໍ່ສຸຂະພາບ ແລະ ຮ່າງກາຍ ຂອງຜູ້ຊົມໃຊ້.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...