ລັດກຳນົດເອົາ 8 ລາຍການສິນຄ້າຫ້າມຂາຍເກີນໃນລາຄາທີ່ກຳນົດ! ຜູ້ຝ່າຝືນຈະໄດ້ຮັບໂທດ

ອີງຕາມກອງປະຊຸມ ຄັ້ງວັນທີ 2 ເມສາ 2020 ກ່ຽວກັບການປຶກສາຫາລືກ່ຽວກັບແຜນການຈັດຕັ້ງປະຕິບັດການກຽມຄວາມພ້ອມ ແລະ ຮັບປະກັນທາງດ້ານສະບຽງອາຫານ, ການຄຸ້ມຄອງລາຄາສິນຄ້າ ເພື່ອສະໜອງສິນຄ້າໃຫ້ພຽງພໍກັບຄວາມຕ້ອງການຂອງປະຊາຊົນພາຍໃນນະຄອນຫຼວງວຽງຈັນ ໃນໄລຍະຄວບຄຸມ ແລະ ຕ້ານການລະບາດພະຍາດໂຄວິດ–19.

ພະແນກອຸດສາຫະກຳການຄ້າ ນະຄອນຫຼວງວຽງຈັນ ກຳນົດເອົາ 8 ລາຍການສິນຄ້າອຸປະໂພກ–ບໍລິໂພກທີ່ຈຳເປັນຫ້າມຂາຍເກີນໃນລາຄາທີ່ກຳນົດຈໍາໜ່າຍສິນຄ້າປະເພດເຂົ້າ, ຊີ້ນ ( ໝູ, ງົວ, ຄວາຍ ), ໄກ່ ແລະ ປາ ພາຍໃນນະຄອນຫຼວງວຽງຈັນ, ກໍລະນີພົບເຫັນວ່າມີການລະເມີດຈະໃຊ້ມາດຕະການປັບໃໝ ແລະ ລົງໂທດ.

  1. ລາຄາຈຳໜ່າຍຍ່ອຍເຂົ້າສານຕາມທ້ອງຕະຫຼາດຄື: ເຂົ້າສານໜຽວ ປະເພດ 1 ລາຄາສູງສຸດ 9.000 ກີບ/ກິໂລ, ເຂົ້າສານໜຽວ ປະເພດ 2 ລາຄາສູງສຸດ 7.750 ກີບ/ກິໂລ, ເຂົ້າສານຈ້າວ ປະເພດ 1 ລາຄາສູງສຸດ 10.000 ກີບ/ກິໂລ, ເຂົ້າສານຈ້າວ ປະເພດ 2 ລາຄາສູງສຸດ 8.750 ກີບ/ກິໂລ.
  2. ລາຄາຈໍາໜ່າຍຊີ້ນງົວ, ຊີ້ນຄວາຍຂອງລູກຂຽງຕາມທ້ອງຕະຫຼາດ: ຊີ້ນງົວ, ຊີ້ນຄວາຍ ປະເພດ 1 ລາຄາສູງສຸດ 80.000 ກີບ/ກິໂລ, ຊີ້ນງົວ, ຊີ້ນຄວາຍ ປະເພດ 2 ລາຄາສູງສຸດ 65.000 ກີບ/ກິໂລ.
  3. ລາຄາຈໍາໜ່າຍຊີ້ນໝູ: ໝູຢືນໜ້າຟາມ ລາຄາສູງສຸດ 23.500 ກີບ/ກິໂລ, ຊີ້ນໝູ ປະເພດ 1 ລາຄາສູງສຸດ 40.000 ກີບ/ກິໂລ, ຊີ້ນໝູປະເພດ 2 ລາຄາສູງສຸດ 38.000 ກີບ/ກິໂລ.
  4. ລາຄາຈຳໜ່າຍປານິນກະຊັງ ແລະ ປາດຸກພັນ: ປານິນກະຊັງ ຢູ່ໜ້າກະຊັງ ລາຄາສູງສຸດ 16.500 ກີບ/ກິໂລ, ປານິນກະຊັງ ຈໍາໜ່າຍຍ່ອຍຕາມທ້ອງຕະຫຼາດ ລາຄາສູງສຸດ 20.000 ກີບ/ກິໂລ, ປາດຸກພັນ ຈຳໜ່າຍຍ່ອຍຕາມທ້ອງຕະຫຼາດ ລາຄາສູງສຸດ 19.000 ກີບ/ກິໂລ.
  5. ລາຄາຈໍາໜ່າຍຍ່ອຍໄກ່ປອກຕາມທ້ອງຕະຫຼາດ: ໄກ່ລາດປອກ ລາຄາສູງສຸດ 50.000 ກີບ/ກິໂລ, ໄກ່ພັນປອກ ລາຄາສູງສຸດ 25.000 ກີບ/ກິໂລ.
  6. ລາຄາຈໍາໜ່າຍໄຂ່ໄກ່ພັນ: ໄຂ່ໄກ່ ເບີ 1 ລາຄາ 34.000 ກີບ/ແຕະ, ໄຂ່ໄກ່ເບີ 2 ລາຄາ 32.000 ກີບ/ແຕະ, ໄຂ່ໄກ່ເບີ 3 ລາຄາ 30.000 ກີບ/ແຕະ, ໄຂ່ໄກ່ ເບີ 4 ລາຄາ 28.000 ກີບ/ແຕະ, ໄຂ່ໄກ່ ເບີ 5 ລາຄາ 26.000 ກີບ/ແຕະ, ໄຂ່ໄກ່ ເບີ 6 ລາຄາ 24.000 ກີບ/ແຕະ.
  7. ລາຄາຈໍາໜ່າຍຍ່ອຍໝີ່ສໍາເລັດຮູບຕາມທ້ອງຕະຫຼາດ: ໝີ່ໄວໄວ ລາຄາ 50.000 ກີບ/ແກັດ ຫຼື ຂາຍຍ່ອຍ 2.000 ກີບ/ຫໍ່, ໝີ່ມາມາ, ຍໍາຍໍາ ລາຄາ 50.000 ກີບ/ແກັດ ຫຼື ຂາຍຍ່ອຍ 2.000 ກີບ/ຫໍ່.
  8. ລາຄານໍ້າມັນເຊື້ອໄຟ: ແອັດຊັງພິເສດ ລາຄາ 8.820 ກີບ/ລິດ, ແອັດຊັງທຳມະດາ ລາຄາ 8.080 ກີບ/ລິດ, ກາຊວນ ລາຄາ 7.440 ກີບ/ລິດ.

ໃຫ້ທຸກຫົວໜ່ວຍທຸລະກິດ, ຊາວຄ້າຂາຍຈົ່ງຮ່ວມມືໃນການຈັດຕັ້ງປະຕິບັດມາດຕະການຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ–19 ຢູ່ໃນຂອບເຂດຄວາມຮັບຜິດຊອບຂອງຕົນ ໂດຍໃຫ້ມີການຕິດຕາມຂໍ້ມູນ–ຂ່າວສານຈາກຄະນະສະເພາະກິດ ແລະ ພາກສ່ວນທີ່ກ່ຽວຂ້ອງ, ປະຕິບັດຕາມມາດຕະການປ້ອງກັນຕາມຫຼັກວິຊາການທີ່ຂະແໜງສາທາລະນະສຸກໄດ້ວາງອອກຢ່າງເຂັ້ມງວດ.

ຖ້າຫາກພົບເຫັນວ່າມີການກັກຕຸນສິນຄ້າ, ສວຍໂອກາດຂຶ້ນລາຄາສິນຄ້າ ສາມາດແຈ້ງສາຍດ່ວນໂທ: 1510 ຫຼື ໂທແຈ້ງເບີໂທລະສັບ 5446 3737 ໃນກໍລະນີພົບເຫັນວ່າມີການລະເມີດແມ່ນຈະໃຊ້ມາດຕະການປັບໃໝ ແລະ ຈະຖືກລົງໂທດຕັດອິດສະຫຼະພາບ. ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຮັບຊາບ ແລະ ຈັດຕັ້ງປະຕິບັດຢ່າງເຂັ້ມງວດ.

 

ຮຽບຮຽງຂ່າວ: ພຸດສະດີ

ແຫຼ່ງຂໍ້ມູນ: ພະແນກອຸດສາຫະກຳການຄ້າ ນວ