spot_img
Homeຂ່າວທ້ອງຖິ່ນນາຍົກວາງ 6 ມາດຕະການໃໝ່ຄຸມການລະບາດໂຄວິດ-19 ຫຼັງຈາກລາວພົບຜູ້ຕິດເຊື້ອ 2 ຄົນ

ນາຍົກວາງ 6 ມາດຕະການໃໝ່ຄຸມການລະບາດໂຄວິດ-19 ຫຼັງຈາກລາວພົບຜູ້ຕິດເຊື້ອ 2 ຄົນ

Published on

ໃນວັນທີ 25 ມີນາ 2020 ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປລາວ ພ້ອມຄະນະສະເພາະກິດແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ 19 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນກ່ຽວກັບການລະບາດຂອງເຊື້ອໂຄວິດ-19 ທີ່ໄດ້ມີການກວດພົບເຫັນມີຜູ້ຕິດເຊື້ອ 2 ຄົນ, ໃນນີ້ ທ່ານນາຍົກລັດຖະມົນຕີ ໄດ້ກ່າວວ່າ: ປະຈຸບັນໄດ້ມີການຫຼັ່ງໄຫຼຂອງແຮງງານລາວເຂົ້າມາຈາກຕ່າງປະເທດເປັນຈຳນວນຫຼວງຫຼາຍ ພວກເຮົາບໍ່ສາມາດຄວບຄຸມຕາມຫຼັກລະບຽບການໄດ້. ທຸກໆແຂວງມີແຮງງານລາວເຂົ້າມາ ບັນດາແຂວງຕ່າງໆກໍ່ໄດ້ມີມາດຕະການ, ຈຳນວນທີ່ມີໄຂ້ໄດ້ແຍກຕ່າງຫາກ. ຜູ້ທີ່ບໍ່ເປັນໄຂ້ໄດ້ສົ່ງກັບແລະ ໄດ້ມີການແນະນຳໃຫ້ກັກຕົນເອງ.

ສາມາດເວົ້າໄດ້ວ່າລັດຖະບານໄດ້ເຮັດດີທີ່ສຸດ, ແຕ່ກໍ່ມີຂໍ້ຈຳກັດບາງດ້ານ. ພະຍາດອາດແຜ່ຂະຫຍາຍ ບໍ່ສະເພາະແຕ່ທີ່ຕິດພັນກັບ 2 ຄົນ ແຕ່ອາດມີຫຼາຍກວ່ານັ້ນ. ສະນັ້ນນັບແຕ່ນີ້ຕໍ່ໄປ ພວກເຮົາຈະໄດ້ປະຕິບັດບັນດາມາດຕະການທີ່ລັດຖະບານວາງອອກຢ່າງເຂັ້ມງວດກວ່າເກົ່າແລະຮຽກຮ້ອງໃຫ້ປະຕິບັດບັນດາມາດຕະການເພີ່ມ ເພາະພວກເຮົາກຳລັງຢູ່ໃນສະຖານະການຫຼໍ່ແຫຼມ, ດັ່ງນັ້ນ ລັດຖະບານຈະໄດ້ເພີ່ມມາດຕະການເຂັ້ມງວດຕື່ມຄື:

  1. ໃຫ້ຜູ້ທີ່ມາຈາກຕ່າງປະເທດ ກັກຕົວເອງຢູ່ເຮືອນຂອງຕົນ ມອບໃຫ້ອຳນາດການປົກຄອງ, ຄະນະພັກຂອງບ້ານຮັບຜິດຊອບໂດຍກົງ ໂດຍການປຸກລະດົມທຸກກຳລັງແຮງຂອງອົງການຈັດຕັ້ງມະຫາຊົນ, ກອງຫຼອນບ້ານ ເພື່ອປະຕິບັດໜ້າທີ່ໃຫ້ເຂັ້ມງວດແທ້ໆ. (ຕ້ອງກັກຕົວເອງພາຍໃນ 14 ວັນຢູ່ເຮືອນຂອງຕົນ, ຖ້າມີອາການຜິດປົກກະຕິ ໃຫ້ລາຍງານແພດທັນທີ, ແພດມີມາດຕະການກວດກາ, ຖ້າພົບເຊື້ອຈະແຍກປິ່ນປົວຢູ່ໂຮງໝໍຢ່າງທັນການ).
  2. ໃຫ້ປະຕິບັດຫຼັກການປ້ອງກັນຕົວເອງຕາມທີ່ແພດໄດ້ແນະນຳ (ຫຼັກການອະນາໄມ) ໃຫ້ມີຄວາມເຂັ້ມງວດ, ແລະ ມີການກວດກາ ພວກເຮົາໄດ້ຈັດທີມແພດໄປຫາແຕ່ລະບ້ານແຕ່ລະເມືອງແລ້ວ.
  3. ໃຫ້ທຸກພາກສ່ວນໃນສັງຄົມ ທັ້ງສູນກາງແລະທ້ອງຖິ່ນ ໂດຍສະເພາະສຳນັກງານ-ອົງການ ປຶກສາຫາລືກັນພາຍໃນ ກ່ຽວກັບການຫຼຸດຜ່ອນການປະຊຸມ, ເຮັດວຽກແບບມີໄລຍະຫ່າງໃນຫ້ອງການ, ຖ້າມີຄວາມສາມາດແມ່ນໃຫ້ເຮັດວຽກຢູ່ເຮືອນ (ເຮັດວຽກແບບອອນລາຍ) ບໍ່ໃຫ້ມີການຊຸມນຸມຈັດກອງປະຊຸມໃນໄລຍະນີ້, ຫ້າມຈັດງານດອງ ງານບຸນປະເພນີທີ່ໄດ້ຫ້າມແລ້ວ, ງານສົບກໍ່ຄວນຈຳກັດທີ່ສຸດ, ນອກຈາກນັ້ນການເດີນທາງລະຫວ່າງເມືອງຕໍ່ເມືອງ, ບ້ານຕໍ່ບ້ານ ຫຼື ສໍານັກງານກັບສໍານັກງານ ກໍ່ຂໍໃຫ້ຫຼຸດຜ່ອນ.
  4. ຖ້າພົບເຫັນມີອາການຜິດປົກກະຕິໃຫ້ແຈ້ງຕໍ່ແພດໂດຍໄວຫຼືອາສາສະມັກບ້ານ ຈະດຳເນີນການແລະໃຫ້ການຊ່ວຍເຫຼືອ.
  5. ໃຫ້ຄະນະສະເພາະກິດອອກຂໍ້ກຳນົດຕື່ມອີກໃຫ້ເປັນອັນລະອຽດ ໂດຍແຈ້ງໃຫ້ທຸກພາກສ່ວນທຸກຄົນໃນສັງຄົມເຂັ້ມງວດ ເພື່ອປົກປັກຮັກສາສຸຂະພາບ, ຊີວິດຂອງປະຊາຊົນເຮົາທຸກຖ້ວນໜ້າ ບໍ່ໃຫ້ໂຄວິດ 19 ແຜ່ລາມອອກໄປ. ທຸກພາກສ່ວນໃນສັງຄົມ ຂໍໃຫ້ປະຕິບັດຢ່າງເຄັ່ງຄັດ. ສະພາບປະຈຸບັນ ບໍ່ປົກກະຕິ, ພວກເຮົາຢູ່ໃນສະພາບສຸກເສີນ. ລັດຖະບານ ຈະເບິ່ງສະພາບຕົວຈິງ ອາດມີການອອກມາດຕະການເຄັ່ງຄັດກວ່ານີ້ຕື່ມອີກ. ພວກເຮົາຈະບໍ່ປ່ອຍໃຫ້ມີຜູ້ລະເມີດລະບຽບກົດໝາຍແລະມາດຕະການຕ່າງໆ. ຂໍໃຫ້ເອົາໃຈໃສ່ຄຸ້ມຄອງນັກຮຽນນັກສຶກສາ, ລູກຫຼານຂອງເຮົາ ທີ່ຢູ່ບ້ານໃຫ້ດີ. ລັດຖະບາ ຈະໄດ້ເບິ່ງໂຮງຈັກໂຮງງານຕື່ມ ຖ້າມີການລະບາດຈະມີມາດຕະການຕື່ມອີກ.
  6. ພວກເຮົາຕ້ອງມີສະຕິ, ຂໍໃຫ້ປະຊາຊົນມີຄວາມທຸ່ນທ່ຽງ ບໍ່ແຕກຕື່ນບໍ່ວິຕົກກັນວົນຈົນເກີນໄປ. ສໍາຄັນແມ່ນພວກເຮົາໝົດທຸກຄົນພາຍໃນຊາດຕ້ອງຮ່ວມແຮງຮ່ວມໃຈກັນຕໍ່ສູ້ກັບສິ່ງທີ່ເກີດຂຶ້ນ, ພວກເຮົາຈະປິ່ນປົວໃຫ້ໄດ້ ເພາະເຮົາມີບົດຮຽນຈາກປະເທດເພື່ອນມິດແລະຈະຮ່ວມມືກັບບັນດາປະເທດເພື່ອນມິດ ເພື່ອຜ່ານພົ້ນວິກິດດັ່ງກ່າວໄປດ້ວຍດີ.

ໃນຕອນທ້າຍ, ທ່ານນາຍົກລັດຖະມົນຕີຍັງໄດ້ຮຽກຮ້ອງໃຫ້ບັນດາສື່ມວນຊົນລາວທັງໝົດ ຈົ່ງເອົາໃຈໃສ່ໂຄສະນາເຜີຍແຜ່ກ່ຽວກັບສະພາບການແຜ່ລະບາດ, ວິທີການແລະມາດຕະການຕ່າງໆເພື່ອປ້ອງກັນໃຫ້ປະຊາຊົນໄດ້ຮັບຮູ້ຢ່າງເປັນປົກກະຕິແລະທັນການ, ຖ້າບຸກຄົນໃດທີ່ມີການສ້າງຄວາມປັ່ນປ່ວນ, ບໍ່ສະຫງົບແລະສະເໜີຂ່າວທີ່ບໍ່ເປັນຄວາມຈິງ ຈະໄດ້ມີນໍາການນໍາໃຊ້ມາດຕະການທາງດ້ານກົດໝາຍຢ່າງເຄັ່ງຄັດ. ນອກນັ້ນລັດຖະບານພວມດຳເນີນການປຶກສາຫາລືເພື່ອຊ່ວຍເຫຼືອຜູ້ທີ່ໄດ້ຮັບຜົນກະທົບທາງດ້ານເສດຖະກິດຂອງເຊື້ອໄວລັດໂຄວິດ 19 ໂດຍຈະພິຈາລະນາຊ່ວຍເຫຼືອຫຼາຍດ້ານແລະຈະປະກາດໃຊ້ໃນໄວໆນີ້.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...