Homeຂ່າວທ້ອງຖິ່ນທີມບູຮານຄະດີພົບໂຄງກະດູກ ແລະ ວັດຖຸບູຮານອາຍຸກວ່າ 2 ພັນປີ ທີ່ທົ່ງໄຫຫີນ 1

ທີມບູຮານຄະດີພົບໂຄງກະດູກ ແລະ ວັດຖຸບູຮານອາຍຸກວ່າ 2 ພັນປີ ທີ່ທົ່ງໄຫຫີນ 1

Published on

ວິທະຍຸ-ໂທລະພາບແຂວງຊຽງຂວາງລາຍງານວ່າ ທີມບູຮານຄະດີພົບໂຄງກະດູ ແລະ ວັດຖຸອາຍຸກວ່າ 2.000 ປີ ທີ່ທົ່ງໄຫຫີນ 1, ໃນວັນທີ 19 ກຸມພາ 2020 ທ່ານ ວົງສາ ດວງທອງລາ ຫົວໜ້າພະແນກ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ແຂວງຊຽງຂວາງ ລົງຕິດຕາມການຄົ້ນພົບກະໂຫຼກບູຮານຢູ່ແຫຼ່ງທ່ອງທ່ຽວ ທົ່ງໄຫຫີນ 1, ເຊິ່ງຄະນະກອງບູຮານວິທະຍາ ກົມມໍລະດົກ ກະຊວງ ຖວທ ຮ່ວມກັບຊ່ຽວຊານມະຫາວິທະຍາໄລແຫ່ງຊາດອົດສະຕາລີ ໄດ້ຄົ້ນພົບກະໂຫຼກດັ່ງກ່າວ.

ນໍາພາທີມງານສໍາຫຼວດ ແລະ ຄົ້ນໂດຍ ທ່ານ ດຣ ທອງລິດ ຫຼວງໂຄດ ຫົວໜ້າກອງບູຮານວິທະຍາ ກົມມໍລະດົກ ກະຊວງ ຖວທ, ມີທ່ານ ດຣ ດູກູ ໂອລາຍລີ ແລະ ດຣ ຫຼຸຍ ຊີວອນ ຊ່ຽວຊານມາຈາກປະເທດ ອົດສະຕາລີ ພ້ອມທີມງານວິຊາການຈາກຂັ້ນແຂວງ ແລະ ເມືອງ ໂດຍເລີ່ມສໍາຫຼວດ ແລະ ຂຸດຄົ້ນ ຢູ່ທົ່ງໄຫຫີນ 1 ເປັນຄັ້ງທີ 2, ເຊິ່ງເລີ່ມມາແຕ່ທ້າຍເດືອນມັງກອນ 2020 ເປັນຕົ້ນມາ. ການຄົ້ນພົບໃນຄັ້ງນີ້ ພົບກະໂຫຼກມະນຸດບູຮານ 5 ກະໂຫຼກ ໃນນັ້ນ ສົມບູນ 3 ກະໂຫຼກ ແລະ ບໍ່ສົມບູນ 2 ກະໂຫຼກ; ພົບຫີນປູນ, ເຕົາດິນເຜົາ, ໄຫນ້ອຍ, ໝາກກະດິ່ງ, ທອງສໍາລິດ ແລະ ໝາກປັດຈໍານວນໜຶ່ງ, ຈາກການສັນນິຖານ ໂຄງກະດູກ ແລະ ວັດຖຸເຫຼົ່ານີ້ມີອາຍຸປະມານ 2.000 ກວ່າປີ.

ແນວໃດກໍ່ຕາມຕໍ່ກັບສິ່ງທີ່ຄົ້ນພົບໃນຄັ້ງນີ້ ທ່ານ ດຣ ທອງລິດ ຫຼວງໂຄດ ບອກວ່າ: ວັດຖຸທີ່ຄົ້ນພົບຈະມີທີ່ມາຈາກໃສນັ້ນ ກໍ່ຍັງຄົງເປັນຄໍາຖາມ, ແຕ່ສິ່ງທີ່ບອກໄດ້ຕອນນີ້ຈາກຫຼັກຖານທີ່ພົບແມ່ນການເຮັດພິທີກໍາຝັງກະດູກຄັ້ງທີ 2.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...