spot_img
Home​ຂ່າວບັນເທິງຖະແຫຼງຂ່າວໂຄງການປະກວດ “ມິສ ເວິລ ລາວ 2019”

ຖະແຫຼງຂ່າວໂຄງການປະກວດ “ມິສ ເວິລ ລາວ 2019”

Published on

ໃນວັນທີ 28 ມິຖຸນາ 2019 ໄດ້ຈັດພິທີຖະແຫຼງຂ່າວຢ່າງເປັນທາງການໂຄງການປະກວດ ມິສ ເວິລ ລາວ 2019 (Miss World Laos 2019) ຊຶ່ງໃນປີນີ້ມາໃນສະໂລແກນ “ງາມຢ່າງມີຄຸນຄ່າສູ່ສາຍຕາທີ່ສຳຜັດໄດ້” ຊີງເງິນລາງວັນລວມມູນຄ່າກວ່າ 150 ລ້ານກີບ ພິທີດັ່ງກ່າວຈັດຂຶ້ນທີ່ໂຮງແຮມເລີທາດຫຼວງ ດໍຣ ນະຄອນຫຼວງວຽງຈັນ.

ໂດຍບໍລິສັດ Prime Modeling Agency ຜູ້ຖືລິຂະສິດຈັດງານການປະກວດ ມິສ ເວິລ ລາວ 2019 ໂດຍທ່ານ ສາຍແກ້ວ ສີດາວົງ ປະທານໂຄງການຈັດງານ ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສຸລິຍາ ແກ້ວພິລາວົງ ຫົວໜ້າກົມຂະບວນການຊາວໜຸ່ມ ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ທ່ານ ດຣ ອັນຊະລີ ວົງອະລິຍະກະວີ ຜູ້ອຳນວຍການກອງປະກວດ ດຣ ພອນສິນ ບຸດກັສກາ ຜູ້ອຳນວຍການຝ່າຍການຕະຫຼາດ ທ່ານ ນາງ ກະດຸມເພັດ ໄຊຍະວົງ ມິສ ເວິລ ປີ 2018 ພ້ອມດ້ວຍແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ເວທີ Miss World Laos ຖືເປັນເວທີຄວາມງາມທີ່ຍິ່ງໃຫຍ່ ແລະ ຊົງຄຸນຄ່າທີ່ສຸດໃນ ສປປ ລາວ ການປະກວດຄັ້ງນີ້ກໍເພື່ອຄົ້ນຫາຕົວແທນພຽງ 1 ດຽວເທົ່ານັ້ນທີ່ຈະເປັນຕົວແທນຂອງສາວລາວທົ່ວປະເທດໄປຮ່ວມປະກວດຊີງໄຊໃນເວທີລະດັບໂລກຊຶ່ງຈະຈັດຂຶ້ນທີ່ປະເທດໄທ (ພັດທະຍາ) ສ່ວນເງື່ອນໄຂຂອງຜູ້ທີ່ຈະເຂົ້າມາສະໝັກປະກອບມີ ຕ້ອງເປັນສັນຊາດລາວໂດຍກຳເນີດ ອາຍຸລະຫວ່າງ 17-27 ປີ ສ່ວນສູງແມ່ນ 165 ຊັງຕີແມັດຂຶ້ນໄປ ເປັນຍິງໂສດ ສາມາດສື່ສານໄດ້ທັງພາສາລາວ ແລະ ພາສາອັງ (ໂດຍພື້ນຖານ).

ສຳລັບລາຍລະອຽດຂອງການປະກວດມີດັ່ງນີ້

  • ເລີ່ມເປີດຮັບສະໝັກແຕ່ວັນທີ 30 ມິຖຸນາ 2019
  • ຮອບຄັດເລືອກ 20 ຄົນສຸດທ້າຍໃນວັນທີ 20 ສິງຫາ 2019
  • ຖ່າຍແບບປະຊາສຳພັນວັນທີ 27 ສິງຫາ 2019
  • ນາງສາວເກັບຕົວທີ່ໂຮງແຮມ ແລະ ສະຖານທີ່ຕ່າງໆວັນທີ 15 ກັນຍາ 2019
  • ຮອບຊີງຊະນະເລີດແມ່ນວັນທີ 20 ກັນຍາ 2019

ບັນດາທ່ານທີ່ສົນໃຈສາມາດສອບຖາມຂໍ້ມູນເພີ່ມເຕີມໄດ້ທີ່ Facebook/missworldlaos.

 

 

ໂດຍ: ສະຫະລັດ ວອນທິວົງໄຊ

ບົດຄວາມຫຼ້າສຸດ

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...