spot_img
Homeຂ່າວຕ່າງປະເທດສປປ ລາວ ຕິດອັນດັບ 45 ຂອງດັດຊະນີຄວາມສະຫງົບສຸກໂລກປີ 2019

ສປປ ລາວ ຕິດອັນດັບ 45 ຂອງດັດຊະນີຄວາມສະຫງົບສຸກໂລກປີ 2019

Published on

ສະຖາບັນເພື່ອເສດຖະກິດ ແລະ ຄວາມະຫງົບສຸກໄດ້ເຜີຍແຜ່ດັດຊະນີຄວາມສະຫງົບສຸກໂລກ ຫຼື GPI ປະຈຳປີ 2019 ຊຶ່ງຖືກເຜີຍແຜ່ເມື່ອວັນທີ 15 ມິຖຸນາຜ່ານມາ ໂດຍພົບວ່າ ຄ່າດັດຊະນີຄວາມສຸກຂອງໂລກປະຈຳປີນີ້ມີພັດທະນາການດີຂຶ້ນເລັກໜ້ອຍ ຂະນະທີ່ ສປປ ລາວ ຕິດຢູ່ໃນອັນດັບທີ 45 ຂອງໂລກຈາກທັງໝົດ 163 ປະເທດ.

ສຳລັບ GPI ທີ່ຈັດອັນດັບຄວາມສະຫງົບສຸກຈາກທັງໝົດ 163 ປະເທດໃນປີນີ້ແມ່ນມີຄະ ແນນສະເລ່ຍພັດທະນາເພີ່ມຂຶ້ນ -0,09% ຊຶ່ງໃນຊ່ວງ 10 ຫຼັງດັດຊະນີຄວາມສະຫງົບສຸກຫຼຸດລົງເຖິງ 3,78% ທັງນີ້ ຈາກອັນດັບດັດຊະນີ GPI ທັງໝົດມີ 89 ປະເທດທີ່ມີດັດຊະນີ GPI ສູງຂຶ້ນ ຂະນະທີ່ອີກ 76 ປະເທດມີຄະແນນຫຼຸດລົງ.

ຂະນະທີ່ ສປປ ລາວ ຖືກຈັດໃຫ້ຢູ່ໃນອັນດັບທີ 45 ສິງກະໂປອັນດັບທີ 7 ມາເລເຊຍອັນດັບທີ 16 ອິນໂດເນເຊຍອັນດັບທີ 41 ຕິມໍອັນດັບທີ 48 ຫວຽດນາມອັນດັບທີ 57 ກຳປູເຈຍຢູ່ອັນດັບທີ 89 ໄທອັນດັບທີ 117 ຂະນະທີ່ມຽນມາອັນດັບທີ 125 ແລະ ຟີລິບປິນອັນດັບທີ 134 ສ່ວນປະເທດທີ່ມີດັດຊະນີ GPI ສູງທີ່ສຸດກໍຄື ໄອແລນ ນິວຊີແລນ ປ໋ອກຕຸຍການ ອອສເຕຣຍ ແລະ ດານມາກ ໃນນັ້ນ ປະເທດພູຖານຖືກຈັດຢູ່ໃນອັນດັບທີ 15 ຊຶ່ງເປັນປະເທດທີ່ມີພັດທະນາການສູງທີ່ສຸດໃນ 20 ປະເທດທຳອິດ ໂດຍມີອັດຕາພຸ່ງສູງຂຶ້ນເຖິງ 43 ອັນດັບໃນຮອບ 12 ປີຫຼັງ

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: matichon

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...