ອັດຕະປື ມອບ-ຮັບໜ້າທີ່ຫົວໜ້າພະແນກຍຸຕິທໍາ ຄົນເກົ່າ ແລະ ຮັກສາການຄົນໃໝ່

ພິທີມອບ-ຮັບໜ້າທີ່ລະຫວ່າງຫົວໜ້າພະແນກຍຸຕິທໍາແຂວງອັດຕະປືຄົນເກົ່າ ແລະ ຮັກສາການແທນຫົວໜ້າພະແນກຍຸຕິທໍາຄົນໃໝ່ ໄດ້ຈັດຂື້ນໃນວັນທີ 14 ມິຖຸນາ 2019 ນີ້ທີ່ພະແນກດັ່ງ​ກ່າວ ໂດຍການເຂົ້າຮ່ວມຂອງ ທ່ານ ພອນສະໄໝ ມຽງລາວັນ ຮອງເລຂາພັກແຂວງ ຮອງເຈົ້າແຂວງອັດຕະປື ມີແຂກຖືກເຊີນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ຂັນທອງ ຍີ້ນດາວົງຮອງຄະນະຈັດຕັ້ງແຂວງອັດຕະປື ໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງວ່າດ້ວຍການໂຍກຍ້າຍ ແລະແຕ່ງຕັ້ງພະນັກງານ ຊຶ່ງເຈົ້າແຂວງອັດຕະປືໄດ້ຍົກຍ້າຍ ທ່ານ ສີໄລ ສີສະແຫວງສຸກ ຫົວໜ້າພະແນກຍຸຕິທໍາ ແຂວງອັດຕະປື ຄົນເກົ່າໄປຮັບໜ້າທີ່ໄໝ່ເປັນເຈົ້າເມືອງໄຊເສດຖາ ແລະ ເຈົ້າແຂວງອັດຕະປື ໄດ້ຕົກລົງແຕ່ງຕັ້ງ ທ່ານ ຄໍາຫຼ້າ ແກ້ວວັນສອນ ຮອງຫົວໜ້າພະແນກຍຸຕິທໍາຂື້ນເປັນຜູ້ຮັກສາການແທນຫົວໜ້າພະແນກຍຸຕິທໍາແຂວງຊົ່ວຄາວ.

ໃນພິທີກໍ່ໄດ້ມີການເຊັນມອບ-ຮັບໜ້າທີ່ກັນຢ່າງເປັນທາງການລະຫວ່າງຫົວໜ້າພະແນກຍຸຕິທໍາແຂວງອັດຕະປືຄົນເກົ່າກັບຮັກສາການແທນຫົວໜ້າພະແນກຍຸຕິທໍາຊົ່ວຄາວ ໂດຍຊ້ອງໜ້າພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ ໃນໂອກາດດຽວກັນ ທ່ານ ພອນສະໄໝ ມຽງລາວັນ ຮອງເລຂາພັກແຂວງ ຮອງເຈົ້າແຂວງອັດຕະປືໄດ້ມີຄໍາເຫັນວ່າ ກ່ອນອື່ນທ່ານກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຫົວໜ້າພະແນກຍຸຕິທໍາຄົນເກົ່າຍາດມາໄດ້ໃນໄລຍະຜ່ານມາ ຊຶ່ງເປັນງານທີ່ໄດ້ປະກອບສ່ວນສໍາຄັນເຮັດແຂວງອັດຕະປື ມີ ການພັດທະນາດີຂື້ນ ພ້ອມດຽວກັນທ່ານຍັງໄດ້ຍົກໃຫ້ເຫັນກ່ຽວກັບການໂຍກຍ້າຍສັບປ່ຽນໜ້າທີ່ຕໍາແໜ່ງເທື່ອນີ້ບົນພື້ນຖານກໍເພື່ອປະຕິບັດຕາມແນວທາງແນວທາງ ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງຂອງພັກ ແລະ ລັດໃນໄລຍະໄໝ່ ພ້ອມຮຽກຮ້ອງມາຍັງຜູ້ທີ່ໄດ້ຮັບການແຕ່ງຕັ້ງເປັນຮັກສາການແທນຫົວໜ້າພະແນກຍຸຕິທໍາຄົນໃໝ່ ຈົ່ງເພີ່ມທະວີຄວາມເອົາໃຈໃສ່ຕໍ່ໜ້າທີ່ຄວາມຮັບຜິດຊອບທີ່ຖືກມອບໝາຍ ເພີ່ມທະວີຄວາມສາມັກຄີພາຍໃນ ປະຕິບັດໜ້າທີ່ດ້ວຍຄວາມຊື່ສັດສຸດຈະລິດ ນໍາພາວຽກງານພາຍໃນຂົງເຂດຍຸຕິທໍາໃຫ້ມີຄວາມກ້າວໜ້າຂື້ນໄປເລື້ອຍໆ.

 

 

 

 

ໂດຍ: ສະຫະລັດ ວອນທິວົງໄຊ