spot_img
Homeຂ່າວທ້ອງຖິ່ນມອບ-ຮັບ ຂົວເຊກຸມກາມ ແລະ ຂົວເຊທ່າມວກ ທີ່ເມືອງພີນ ສະຫວັນນະເຂດ

ມອບ-ຮັບ ຂົວເຊກຸມກາມ ແລະ ຂົວເຊທ່າມວກ ທີ່ເມືອງພີນ ສະຫວັນນະເຂດ

Published on

ເມື່ອວັນທີ 10 ມິຖຸນາຜ່ານມາທີ່ເມືອງພີນໄດ້ຈັດພິທີມອບ-ຮັບ ແລະ ເປີດການນຳໃຊ້ຂົວເຊກຸມກາມ ແລະ ຂົວເຊທ່າມວກ ຢ່າງເປັນທາງການ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ທ່ານ ສຸພັນ ແກ້ວມີໄຊ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ທ່ານ ນາງ ໂຕຊະໂກະ ອາເບະ ຮອງລັດຖະມົນຕີກະຊວງຕ່າງປະເທດ ຍີ່ປຸ່ນ ແລະ ທ່ານ ໂພໄຊ ໄຊຍະສອນ ຮອງເຈົ້າແຂວງສະຫວັນນະເຂດ ມີບັນດາຕາງໜ້າກະຊວງ ຄະນະກົມ-ພະແນກການ ພາກສ່ວນຕ່າງໆທີ່ກ່ຽວຂ້ອງທັງສອງປະເທດລາວ-ຍີ່ປຸ່ນເຂົ້າຮ່ວມ.

ທ່ານ ວັນທອງ ບຸດຕະນະວົງ ຮອງຫົວໜ້າກົມຂົວທາງກະຊວງໂຍທາທິການ ແລະ ຂົນສົ່ງ ກໍໄດ້ລາຍງານກ່ຽວກັບຄວາມເປັນມາຂອງໂຄງການໃຫ້ຮູ້ວ່າ ເມື່ອປີ 2016 ລັດຖະບານແຫ່ງປະເທດຢີ່ປຸ່ນໄດ້ຕົກລົງສະຫນັບສະໜູນໃນການຊ່ວຍເຫຼືອລ້າແກ່ ສປປ ລາວ ເພື່ອກໍ່ສ້າງຂົວ 2 ແຫ່ງຄື ຂົວເຊກຸມກາມ ແລະ ຂົວເຊທ່າມວກ ໂດຍມີການເຊັນສັນຍາລະຫວ່າງກົມສາກົນ ກະຊວງແຜນ ການ ແລະ ການລົງທຶນຕາງໃຫ້ລັດຖະບານແຫ່ງລາວ ແລະ ອົງການຮ່ວມມືສາກົນແຫ່ງປະເທດຍີປຸ່ນຕົວແທນໃຫ້ແກ່ລັດຖະບານຍີ່ປຸ່ນ.

ຂົວເຊກຸມກາມ ແລະ ເຊທ່າມວກ ມີໂຄງເສົາຂົວ ແລະ ໜ້າຂົວເປັນເບຕົງເສີມເຫຼັກ ສາມາດຮັບນໍ້າຫນັກໄດ້ 11 ໂຕນຕໍ່ເພົາ ເປັນຂົວຂາງເຫຼັກ ຂົວເຊກຸມກາມມີຄວາມຍາວ 160 ແມັດ ກວ້າງກວ່າ 10 ແມັດ ໂດຍໄດ້ແບ່ງອອກເປັນ 3 ຊ່ວງ ຂະນະທີ່ຂົວເຊທ່າມວກມີຄວາມຍາວ 160 ແມັດ ກວ້າງເກືອບ 12 ແມັດ ແບ່ງອອກເປັນ 4 ຊ່ວງ ພ້ອມນີ້ ກໍໄດ້ກໍ່ສ້າງທາງເຂົ້າຂົວທັງ 2 ແຫ່ງທີ່ປູດ້ວຍຢ່າງອັດສະຟານ ໄລຍະທາງ 2.056 ແມັດ ນອກນີ້ ຍັງໄດ້ກໍ່ສ້າງລະບົບກັນເຈື່ອນດ້ວຍກະຕ່າຫີນ-ປູກຫຍ້າ ແລະ ຕິດຕັ້ງລະ ບົບໄຟແສງສະຫວ່າງ ແລະ ເຄື່ອງໝາຍຈະລາຈອນຄົບຊຸດ ຮັບເໝົາໂດຍບໍລິສັດຮາຊາມາອັນໂດ ແລະ ບໍລິສັດເຈເອັຟຈີເອັນຈິເນຍລີ້ງ ສ່ວນໄລຍະເວລາກໍ່ສ້າງແມ່ນ 31 ເດືອນ ເລີ່ມມາແຕ່ວັນທີ 6 ທັນວາ 2016 ຫາວັນທີ 30 ມິຖຸນາ 2019.

ຜ່ານການຈັດຕັ້ງປະຕິບັດໂຄງການແມ່ນໄດ້ສໍາເລັດກ່ອນກຳນົດ ຊຶ່ງມີມູນຄ່າການກໍ່ສ້າງທັງໝົດ194 ຕື້ກີບ ໂດຍແມ່ນທຶນຊ່ວຍ ເຫຼືອລ້າຈາກລັດຖະບານຍີ່ປຸ່ນ ແລະ ທຶນຂອງລັດຖະບານລາວປະກອບສ່ວນ 2 ຕື້ 790 ລ້ານກີບ ຈາກນັ້ນຮອງລັດຖະມົນຕີກະ ຊວງຕ່າງປະເທດຍີ່ປຸ່ນກໍໄດ້ກ່າວມອບຂົວທັງ 2 ແຫ່ງໃຫ້ກັບລັດຖະບານລາວ ພ້ອມນີ້ ທ່ານ ວຽງສະຫວັດ ສີພັນດອນ ຮອງລັດຖະ ມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ກໍໄດ້ກ່າວມອບຕໍ່ໃຫ້ກັບແຂວງເປັນຜູ້ຊົມໃຊ້ ທັງນີ້ ທ່ານ ໂພໄຊ ໄຍຍະສອນ ຮອງເຈົ້າແຂວງສະຫວັນນະເຂດກໍໄດ້ກ່າວຮັບ ແລະ ກ່າວຄຳຂອບໃຈຕໍ່ລັດຖະບານຍີ່ປຸ່ນທີ່ເຫັນວ່າໂຄງການກໍ່ສ້າງຂົວເຊກຸມກາມ ແລະ ຂົວເຊທ່າມວກຕາມແລວເສັ້ນທາງເລກ 9 ເປັນໂຄງການທີ່ມີຄວາມສຳຄັນໃນການຂົນສົ່ງທາງບົກ ແລະ ເປັນໂຄງການທີ່ສຳຄັນທາງດ້ານເສດຖະກິດ ແລະ ສັງຄົມ ທັງຍັງປະດອບສ່ວນເຂົ້າໃນການຈັດຕັ້ງຜັນຂະຫຍາຍແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີເທື່ອທີ VIII ຂອງລັດຖະບານເວົ້າລວມ ເວົ້າສະເພາະແມ່ນແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງສະຫວັນນະເຂດ.

ພ້ອມນີ້ ກໍຂໍໃຫ້ຄຳໝັ້ນສັນຍາວ່າຈະຊີ້ນຳພະແນກການ ອຳນາດການປົກຄອງ ແລະ ປະຊາຊົນທີ່ກ່ຽວຂ້ອງຊ່ວຍກັນປົກປັກຮັກສາ ຖະນຸຖະໜອມ ປົວແປງຂົວທັງ 2 ແຫ່ງນີ້ໃຫ້ຮັບປະກັນທາງເຕັກນິກ ໃຫ້ສາມາດນຳໃຊ້ໄດ້ຢ່າງຍາວນານ ຮັບໃຊ້ການຄົມມະນາຄົມຂົນສົ່ງ ປະກອບສ່ວນເຂົ້າໃນການພັດທະນາເສະຖະກິດ-ສັງຄົມໃຫ້ສົມກັບການສະໜັບສະໜູນຊ່ວຍເຫຼືອລ້າຈາກລັດຖະບານຍີ່ປຸ່ນແລະ ຫວັງຢ່າງຍິ່ງວ່າຈະໄດ້ຮັບການສະໜັບສະໜູນຊ່ວຍເຫຼືອໂຄງການອື່ນໆທີ່ສຳຄັນ ແລະ ມີຄວາມໝາຍຕື່ມອີກຈາກລັດຖະບານ ແລະ ປະຊາຊົນຍີ່ປຸ່ນ.

 

 

 

 

ໂດຍ: ສະຫະລັດ ວອນທິວົງໄຊ

ບົດຄວາມຫຼ້າສຸດ

ບໍລິສັດ ສິດທິໂລຈິດສຕິກ ລາວ ຈຳກັດ ຮ່ວມມືກັບ ກຸ່ມບໍລິສັດ YCH ເດີນຫນ້າຮ່ວມມືກັນໃນການຂົນສົ່ງສິນຄ້າກະສິກໍາຂ້າມແດນຫຼາຍຮູບແບບ

ບໍລິສັດ ສິດທິໂລຈິດສຕິກ ລາວ ຈຳກັດ ຮ່ວມມືກັບ ກຸ່ມບໍລິສັດ YCH ເດີນຫນ້າຮ່ວມມືກັນໃນການຂົນສົ່ງສິນຄ້າກະສິກໍາຂ້າມແດນຫຼາຍຮູບແບບ ເພື່ອເສີມສ້າງຄວາມເຊື່ອມໂຍງຂອງພູມິພາກອາຊຽນ ບໍລິສັດ ສິດທິໂລຈິດສຕິກ ລາວ ຈຳກັດ ແລະ ກຸ່ມບໍລິສັດ...

ກຸ່ມບໍລິສັດ ພອນສັກ ລົງທຶນ 4 ຕື້ໂດລາ ສ້າງໂຮງງານໄຟຟ້າພະລັງງານຄວາມຮ້ອນຖ່ານຫີນຂະຫນາດໃຫຍ່ຢູ່ແຂວງເຊກອງ

ກຸ່ມບໍລິສັດ ພອນສັກ ລົງທຶນ 4 ຕື້ໂດລາ ສ້າງໂຮງງານໄຟຟ້າພະລັງງານຄວາມຮ້ອນຖ່ານຫີນຂະຫນາດໃຫຍ່ຢູ່ແຂວງເຊກອງ ສົ່ງອອກກຳປູເຈຍ. ໃນວັນທີ 2 ເມສາ 2025 ໄດ້ຈັດພິທີວາງສິລາລຶກຢ່າງເປັນທາງການ ສຳລັບໂຄງການໄຟຟ້າພະລັງງານຄວາມຮ້ອນຖ່ານຫີນທີ່ເມືອງກະລືມ, ແຂວງເຊກອງ ພາກໃຕ້ຂອງ...

ບໍລິສັດ ເບຍລາວ ໄດ້ຮັບການຮັບຮອງດ້ານຄຸນນະພາບໃນລະດັບສາກົນ ຈັດຂຶ້ນຢູ່ນະຄອນບຣູດເຊວ, ປະເທດເບວຢຽ

ບໍລິສັດ ເບຍລາວ ໄດ້ຮັບການຮັບຮອງດ້ານຄຸນນະພາບໃນລະດັບສາກົນອີກຄັ້ງ ເມື່ອສອງຜະລິດຕະພັນຂອງບໍລິສັດຄື: ເບຍລາວ ແລະ ເບຍລາວກຣີນ ຄວ້າລາງວັນຫຼຽນຄຳດ້ານຄຸນນະພາບໃນງານ Monde Selection ຄັ້ງທີ 64 ເຊິ່ງເປັນງານມອບລາງວັນດ້ານຄຸນນະພາບລະດັບໂລກ ທີ່ໄດ້ຈັດຂຶ້ນຢູ່ນະຄອນບຣູດເຊວ,...

ພາກເໜືອ-ກາງ ກຽມຮັບມືກັບຝົນຕົກໃນໄລຍະວັນທີ 12 ຫາ 17 ເມສາ 2025

ຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ, ຫມາກເຫັບຕົກ ແລະ ລົມພັດແຮງ ໃນໄລະຍະວັນທີ 12 ຫາ 17 ເມສາ 2025 ຄວາມກົດດັນສູງອາກາດເຢັນທີ່ປະເທດຈີນຈະແຜ່ລົງມາປົກຄຸມຢູ່ເຂດພາກເຫນືອ ແລະ ພາກກາງ...