ເດີ່ນທາດຫຼວງ ຫຼວງພະບາງ ຈະຖືກພັດທະນາເປັນສວນສາທາລະນະ

 

ບໍ­ລິ­ສັດ ​ດວງ​ປະ­ເສີດ​ກໍ່­ສ້າງ​ຂົວທາງ ຈຳ­ກັດ ໄດ້​ເຊັນ​ສັນ­ຍາ​ສຳ​ປະ­ທານທີ່​ດິນ​ເດີ່ນ​ທາດ­ຫຼວງ​ ຢູ່​ບ້ານ​ທາດ­ຫຼວງ ເມືອງ

​ ຫຼວງ​ພະ​ບາງ ແຂວງ​ຫຼວງ​ພະ​ບາງ ເພື່ອ​ພັດ­ທະ­ນາ​ເປັນ​ສວນ​ສາ­ທາ­ລະ­ນະ ຮັບ​ໃຊ້​ກິດ­ຈະ­ກຳ​ຕ່າງໆ ຄາດ​ໃຊ້​ເວ­ລາ​ກໍ່ສ້າງ

2 ປີ​ໃຫ້​ສຳ­ເລັດ, ຊຶ່ງ​ມີ​ມູນ​ຄ່າ​ການກໍ່­ສ້າງ​ທັງ​ໝົດ 3 ລ້ານ​ໂດ​ລາ​ສະ­ຫະ­ລັດ, ໃນ​ໄລ­ຍະ​ສຳ​ປະ­ທານ 30 ປີ.

ທ່ານ ນາງ ສີ​ລິ​ພອນ ສຸ­ພັນ​ທອງ ຮອງ​ຫົວ­ຫນ້າ​ແຜນ­ການ ແລະ ການ​ລົງທຶນ ແຂວງ​ຫຼວງ​ພະ​ບາງ​ໄດ້​ໃຫ້​ຮູ້ວ່າ: ເພື່ອ​ແນ

­ໃສ່​ແຜນ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ​ຂອງ​ແຂວງ​ຫຼວງ​ພະ​ບາງ ​ເພີ່ມ ສິ່ງຮອງ​ຮັບ ແລະ ອຳ­ນວຍ​ຄວາມ​ສະ­ດວກໃນ​

ການ​ບໍ­ລິ­ການ​ໃຫ້​ແກ່​ສັງ­ຄົມ ​ກໍ​ຄື​ຂະແໜງ​ການ­ທ່ອງ­ທ່ຽວ ທັງ​ເປັນ​ການ​ພັດທະ​ນາ​ທີ່​ດິນ​ຂອງ​ລັດ​ກໍ​ຄື​ເດີ່ນ​ທາດ­ຫຼວງໃຫ້​

ເກີດ​ປະ­ໂຫຍດ​ສູງ​ສຸດ ສະ­ນັ້ນທາງພະ​ແນກ​ແຜນ­ການ ແລະ ການ​ລົງ­ທຶນແຂວງ​ຫຼວງ​ພະ​ບາງ​ຈິ່ງ​ໄດ້​ໃຫ້​ ບໍ­ລິ­ສັດ ດວງ​ປະ­

ເສີດ ​ເຊັນ​ສັນ­ຍາ​ສຳ​ປະ­ທານ ເປັນ​ເວ­ລາ 30 ປີ ນັບ​ແຕ່​ວັນ​ທີ 6 ຕຸ­ລາ 2014 ຫາ ວັນ​ທີ 5 ຕຸ­ລາ 2044, ມີ​ເນື້ອ­ທີ່​ທັງ​ຫມົດ

48.620 ຕາແມັດ, ລວມ​ມູນ​ຄ່າ​ການ​ລົງ­ທຶນ​ແມ່ນ 3 ລ້ານໂດ​ລາ​ສະ­ຫະ­ລັດ, ເປັນ​ການ​ລົງ­ທຶນ​ພາຍໃນ 100%, ຄາດ​ໃຊ້​ເວ

­ລາ​ກໍ່­ສ້າງ 2 ປີ​ໃຫ້​ສຳ­ເລັດ.

 

ເມື່ອ​ສ້າງ​ສຳ­ເລັດ​ຈະ​ກາຍ­ເປັນ​ສະຖານ​ທີ່​ຮອງ​ຮັບ ​ກາ­ນວາງ­ສະ­ແດງ​ສິ­ລະປະ​ວັດ­ທະ­ນະ­ທຳ​ລາວ, ຮ້ານ​ອາ­ຫານ, ບ່ອນ​ຈັດ​

ງານ​ລ້ຽງ​ຕ່າງໆ, ຕະ­ຫຼາດ​ກາງຄືນ, ສວນ​ສາ­ທາ­ລະ­ນະ, ມີ​ສວນ​ຫຍ້າ ແລະ ຜາມ­ໄຊ​ເພື່ອ​ຈັດ​ກິດ­ຈະ­ກຳ​ຕ່າງໆ ຊຶ່ງ​ຄ່າ​ສຳ​ປະ­

ທານ​ທຸກໆ 5 ປີ​ໃດ​ຈະເພີ່ມ​ຂຶ້ນ 5% ລວມ 30 ປີ ຜູ້​ລົງ­ທຶນ​ຈະ ໄດ້​ຈ່າຍ​ໃຫ້​ທາງ​ແຂວງ​ແມ່ນ 447.650 ໂດ​ລາ​ສະ­ຫະ­ລັດ​ຕໍ່​ປີ,

ພ້ອມ​ນັ້ນ​ຍັງ​ຈະ​ໄດ້ສະ­ໜັບ­ສະ­ໜູນ​ທາງ​ພາກ​ລັດ ​ກ່ຽວ​ກັບ​ການ​ຈັດ​ງານ​ບຸນ​ຕ່າງໆ​ເປັນ­ຕົ້ນ​ແມ່ນ​ບຸນ­ປີ­ໃໝ່​ລາວ, ບຸນ­

ຊ່ວງ­ເຮືອ​ປະ­ຈຳ​ປີ ແລະ ບຸ​ນອອກ​ພັນ​ສາ​ ທາງ​ຜູ້​ລົງ­ທຶນ​ຈະ​ໄດ້ຈ່າຍ​ແມ່ນ 740 ລ້ານ​ກີບ​ຕໍ່​ປີ (ເງິນ​ຈຳນວນ​ດັ່ງ­ກ່າວ​ແມ່ນ

​ຈະ​ມອບ​ກ່ອນ​ງານບຸນ​ຢ່າງ​ນ້ອຍ 15 ວັນ) ພ້ອມ​ນັ້ນ​ຍັງ​ມີ​ນະ­ໂຍ­ບາຍ​ການ​ລົງ­ທຶນ ​ຍົກ­ເວັ້ນ​ອາ­ກອນ​ກຳ­ໄລ​ເປັນ​ເວ­ລາ 2 ປີ.

 

ພິ­ທີ​ເຊັນ​ສັນ­ຍາ​ແມ່ນ​ໄດ້​ຈັດ​ຂຶ້ນ​ໃນວັນ​ທີ 6 ຕຸ­ລາ​ຜ່ານ​ມາ​ນີ້ ຢູ່​ທີ່​ຫ້ອງ​ປະ­ຊຸມຂອງ​ໂຮງ­ແຮມ​ຫຼວງ​ພະ​ບາງ​ວິວ ຕາງໜ້າ

​ຝ່າຍ​ອຳ­ນາດ​ການ​ປົກ­ຄອງ​ແຂວງ ເຊັນ​ແມ່ນ ທ່ານ ນາງ ສີ​ລິ​ພອນ ສຸ­ພັນ​ທອງ ຮອງ​ຫົວ­ຫນ້າ​ພະ​ແນກ​ແຜນ­ການ ແລະ

ການ​ລົງ­ທຶນ ແຂວງ​ຫຼວງ​ພະ​ບາງ ກັບ ທ່ານ ບຸນ​ທ່ຽງ ດວງ​ປະ­ເສີດ ປະ­ທານ​ບໍລິ​ສັດ​ດວງ​ປະ­ເສີດ ກໍ່­ສ້າງ​ຂົວ​ທາງ ຈຳກັດ,

ໃຫ້​ກຽດ​ເຂົ້າ​ຮ່ວມ​ເປັນ​ສັກ­ຂີ​ພິ­ຍານຂອງ ທ່ານ ດຣ. ຄຳ​ແພງ ໄຊ​ສົມ​ແພງ ເຈົ້າ­ແຂວງໆ​ຫຼວງ​ພະ​ບາງ, ມີ​ບັນ­ດາ​ຫົວ­ໜ້າ​

ພະ­ແນກ­ການ​ທີ່​ກ່ຽວ­ຂ້ອງ​ພ້ອມ​ດ້ວຍ​ນັກ­ວິ­ຊາ­ການ​ຂອງ​ບໍ­ລິ­ສັດ​ເຂົ້າ​ຮ່ວມ.

 

ແຫລ່ງຂ່າວ: ເສດຖະກິດ – ສັງຄົມ