spot_img
Homeຂ່າວຕ່າງປະເທດຊິມບັບເວອະນຸຍາດເປີດຟາມກັນຊາແຫ່ງທຳອິດໃນປະເທດ

ຊິມບັບເວອະນຸຍາດເປີດຟາມກັນຊາແຫ່ງທຳອິດໃນປະເທດ

Published on

ລັດຖະບານຊິມບັບເວອະນຸມັດໃຫ້ບໍລິສັດເອກະຊົນ Ivory Medical ໃນນະຄອນຮາຣາເຣເປີດຟາມປູກ ແລະ ຜະລິດກັນຊາເປັນແຫ່ງທຳອິດໃນປະເທດ ພາຍຫຼັງທີ່ມີການອະນຸມັດໃຫ້ນຳໃຊ້ກັນຊາເພື່ອການແພດ ແລະ ວິທະຍາສາດຢ່າງຖືກຕ້ອງຕາມກົດໝາຍເມື່ອປີຜ່ານມາເພື່ອນຳລາຍໄດ້ເຂົ້າປະເທດ.

ຟາມກັນຊາແຫ່ງນີ້ຕັ້ງຢູ່ເທິງພື້ນທີ່ກວ້າງໃຫຍ່ໃນເຂດເຮືອນຈຳໃນແຂວງມາສວິງໂກ ທາງຕາເວັນອອກສຽງໃຕ້ ທັງນີ້ ຕ້ອງໄດ້ປູກຢູ່ພາຍໃນເຮືອນຈຳເນື່ອງຈາກເປັນພື້ນທີ່ຊຶ່ງມີການຮັກສາຄວາມປອດໄພທີ່ເຂັ້ມງວດ ທັງປ້ອງກັນຄົນພາຍນອກມາລັກກັນຊາອີກດ້ວຍ.

ກ່ອນໜ້ານີ້ການໃຊ້ກັນຊາໃນຊິມບັບເວຖືເປັນເລື່ອງທີ່ຜິດກົດໝາຍ ໂດຍຜູ້ຜະລິດ ຫຼື ມີໄວ້ໃນຄອບຄອງອາດໄດຮັບໂທດຕິດຄຸກສູງສຸດ 12 ປີ ແຕ່ເມື່ອວັນທີ 27 ເມສາ 2018 ລັດຖະບານໄດ້ອະນຸຍາດໃຫ້ນຳໃຊ້ກັນຊາເພື່ອການແພດ ແລະ ວິທະຍາສາດໄດ້ຖືກຕ້ອງຕາມກົດໝາຍ (Production of Cannabis for Medicinal and Scientific Use Regulations) ແຕ່ວ່າການໃຊ້ກັນຊານອກເໜືອຈາກນີ້ຍັງຖືເປັນເລື່ອງທີ່ຜິດກົດໝາຍ.

ຂະນະທີ່ກົດໝາຍສະບັບດັ່ງກ່າວໄດ້ກຳນົດວ່າ ຜູ້ຜະລິດຕ້ອງຂໍອະນຸຍາດຈາກກະຊວງສາທາລະນະສຸກ ໂດຍມີຂໍ້ກຳນົດ ແລະ ກົດເກນທີ່ເຂັ້ມງວດເຊັ່ນ ຜູ້ຂໍອະນຸຍາດບຸກຄົນຕ້ອງເປັນພົນລະເມືອງຊິມບັບເວ ຫຼື ມີທີ່ຢູ່ຖືກຕ້ອງຊັດເຈນ ສ່ວນຜູ້ຂໍອະນຸຍາດທີ່ເປັນບໍລິ ສັດຕ້ອງຈົດທະບຽນບໍລິສັດໃນຊິມບັບເວ ລວມທັງຕ້ອງເສຍຄ່າທຳນຽມຈຳນວນ 50.000 ຫຼຽນ (ສະກຸນເງິນຊິມບັບເວ) ຫຼື ປະມານ 156 ລ້ານກວ່າກີບ ລວມທັງຕ້ອງແຈ້ງສະຖານທີ່ໆຈະເຮັດການຜະລິດຕິດຂັດພ້ອມ.

ນອກຈາກນີ້ ຜູ້ຜະລິດຕ້ອງແຈ້ງຈຳນວນກັນຊາສົດ ກັນຊາແຫ້ງ ນ້ຳມັນກັນຊາທີ່ຜະລິດໄດ້ສູງສຸດ ໂດຍໃຊ້ຫົວໜ່ວຍວັດແທກເປັນກຣາມ ລວມເຖິງໄລຍະເວລາການຜະລິດ ແລະ ຕົ້ນກັນຊາທີ່ຈະຈຳໜ່າຍ ສຳລັບຜູ້ຜະລິດທີ່ຄອບຄອງ ຜະລິດ ຈຳໜ່າຍ ແລະ ຈັດສົ່ງຈາກໂຮງງານຫຼາຍກວ່າ 1 ແຫ່ງຕ້ອງຂໍອະນຸຍາດເທື່ອລະແຫ່ງ ຊຶ່ງໃບອະນຸຍາດມີກຳນົດເວລາ 5 ປີ ແລະ ສາມາດຕໍ່ໄດ້ ທັງນີ້ ຊິມບັບເວຖືເປັນປະເທດທີ 2 ໃນອາຟຣິກາຕໍ່ຈາກປະເທດເລໂຊໂທ ທີ່ລັດຖະບານໄດ້ປະກາດໃຫ້ນຳໃຊ້ກັນຊາເພື່ອການແພດຢ່າງເສລີ ຂະນະທີ່ມາລາວີ ແລະ ການາ ກໍກຳລັງສຶກສາແນວທາງການເປີດໃຊ້ກັນຊາຢ່າງຖືກກົດໝາຍ.

 

 

 

 

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: .posttoday

ບົດຄວາມຫຼ້າສຸດ

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...