ສອງນັກວິໄຈຈາກມະຫາວິທະຍາໄລໂທຣອນໂຕ ປະເທດການາດາ Paul Frankland ແລະ Blake Richards ໄດ້ລະບຸວ່າ ຄົນທີ່ມີນິດໄສຫຼົງໆລືມໆບໍ່ແມ່ນຄົນໂງ່ ແຕ່ຄົນປະເພດນີ້ແມ່ນເປັນຄົນທີ່ສະຫຼາດ ໂດຍທັງສອງໄດ້ສຶກສາຄົ້ນຄວ້າກ່ຽວກັບເລື່ອງກົນໄກການເຮັດວຽກຂອງສະໝອງໃນສ່ວນທີ່ກ່ຽວພັນກັບຄວາມຈື່ຈຳຊຶ່ງພົບວ່າ ອາການຂີ້ລືມບໍ່ໄດ້ເກີດຈາກປະສິດທິພາບໃນການເອີ້ນຄືນຂໍ້ມູນທີ່ຫຼົ້ມແຫຼວ ແຕ່ມັນເປັນຂະບວນການທີ່ຈະຊ່ວຍໃຫ້ສະໝອງສາມາດຕັດສິນໃຈໄດ້ຢ່າງລະອຽດຮອບຄອບ ແລະ ມີປະສິດ ທິພາບກວ່າເກົ່າ.
ທັງນີ້ ເລື່ອງທີ່ສຳຄັນທີ່ສຸດກໍຄື ສະໝອງຂອງມະນຸດຄວນລືມ ຫຼື ຕັດລາຍລະອຽດເລັກໆນ້ອຍໆທີ່ບໍ່ຈຳເປັນອອກໄປຈາກສະໝອງ ແລະ ໃຫ້ຄວາມສົນໃຈ ຫຼື ໃຫ້ຄວາມສຳຄັນກັບເລື່ອງທີ່ຈຳເປັນ ຫຼື ເລື່ອງທີ່ຕ້ອງຕັດສິນໃຈໃນຊ່ວງເວລາຂະນະນັ້ນແທນ ຈາກຜົນການວິໄຈດັ່ງກ່າວສະແດງໃຫ້ເຫັນວ່າ ສະໝອງຂອງເຮົາໆທ່ານໆມີກົນໄກບາງຢ່າງທີ່ສະໜັບສະໜູນໃຫ້ເກີດອາການຫຼົງໆລືມໆ ຊຶ່ງມັນມີຄວາມແຕກຕ່າງຈາກກົນໄກຂອງສະໝອງທີ່ກ່ຽວຂ້ອງກັບການບັນທຶກຂໍ້ມູນຕ່າງໆ ແລະ ປະໂຫຍດຂອງກົນໄກຊະນິດນີ້ກໍຄື ເຮັດໃຫ້ຄົນທີ່ຂີ້ລືມມີຄວາມຄິດທີ່ສະຫຼາດນັ້ນເອງ.
ຢ່າງາໃດກໍຕາມ ສອງນັກວິໄຈໄດ້ກ່າວຕື່ມວ່າ ຜົນງານວິໄຈຂອງເຂົາເຈົ້າແມ່ນໝາຍເຖິງຄົນທີ່ມີນິດໄສຂີ້ລືກເລັກນ້ອຍເທົ່ານັ້ນ ບໍ່ໄດ້ໝາຍເຖິງຄົນທີ່ມີອາການຫຼົງໆລືມໆຢ່າງໜັກ ເພາະອາການດັ່ງກ່າວຖືເປັນອາການປ່ວຍ ຫຼື ເປັນອາການຂອງພະຍາດຄວາມຈຳເສື່ອມຊຶ່ງບໍ່ກ່ຽວຂ້ອງກັບຜົນວິໄຈ ແຕ່ກໍຄວນໄດ້ຮັບການປິ່ນປົວຢ່າງຖືກວິທີກໍຈະຊ່ວຍໃຫ້ອາການຄ່ອຍໆດີຂຶ້ນ.
ຮຽບຮຽງ: ສະຫະລັດ ວອນທິວົງໄຊ
ຮູບພາບ: postjung