ຊິມບັບເວສົ່ງອອກຊ້າງປ່າຫຼາຍກວ່າ 90 ໂຕ ເພື່ອຕໍ່ຍອດອະນຸຮັກສັດປ່າ

ທາງການຊິມບັບເວຂາຍຊ້າງປ່າຫຼາຍກວ່າ 90 ໂຕໃຫ້ກັບຈີນ ແລະ ດູໄບ ມູນຄ່າ 2.700.000 ໂດລາ ເພື່ອນຳເງິນດ່ັ່ງກ່າວໄປຕໍ່ຍອດໃນການອະນຸຮັກສັດປ່າຕໍ່ໄປ.

ຂະນະທີ່ໂຄສົກສຳນັກງານອຸທິຍານແຫ່ງຊາດ ແລະ ສັດຂອງຊິມບັບເວໄດ້ອອມາຊີ້ແຈງວ່າ ໃນຊິມບັບເວມີຈຳນວນຊ້າງປ່າເພີ່ມຂຶ້ນຢ່າງຫຼວງຫຼາຍ ຊຶ່ງມີການປະເມີນວ່າຕົວເລກຊ້າງປ່າອາດມີເຖິງ 85.000 ໂຕ ຊຶ່ງເຈົ້າໜ້າທີ່ສາມາດດູແລໄດ້ພຽງແຕ່ 55.000 ໂຕເທົ່ານັ້ນ.

ເມື່ອລະຫວ່າງປີ 2012-2018 ຊ້າງປ່າຖືກສົ່ງໄປຍັງອຸທິຍານແຫ່ງຊາດຂອງຈີນ ແລະ ດູໄບຫຼາຍກວ່າ 98 ໂຕ ລາຄາ 13.500 ໂດລາເຖິງ 41.500 ໂດລາ ຂະນະທີ່ລັດຖະບານຊິມບັບເວກໍໄດ້ປຸກລະດົມໃຫ້ຍົກເລີກກົດໝາຍຫ້າມຄ້າງາຊ້າງຕາມອະນຸສັນຍາວ່າດ້ວຍການຄ້າລະຫວ່າງປະເທດ ຊຶ່ງຊະນິດສັດປ່າ ແລະ ພືດປ່າທີ່ໃກ້ສູນພັນເພື່ອເປີດຊ່ອງທາງສຳລັບຂາຍງາຊ້າງ.

ດັ່ງນັ້ນ ທາງການຈິ່ງຂາຍຊ້າງບາງສ່ວນເພື່ອຄວບຄຸມຈຳນວນຊ້າງ ຂະນະດຽວກັນກໍຖືເປັນການຊ່ວຍບໍ່ໃຫ້ປະຊາຊົນໄດ້ຮັບອັນຕະລາຍຈາກການທຳຮ້າຍຂອງຊ້າງປ່າອີກດ້ວຍ.

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: Getty Images