spot_img
Homeຂ່າວພາຍ​ໃນເຂື່ອນໄຟຟ້ານ້ຳສະນາຕອນລຸ່ມບໍ່ມີຄວາມຄືບຫນ້າ ອາດມີການລົບລ້າງ MOU

ເຂື່ອນໄຟຟ້ານ້ຳສະນາຕອນລຸ່ມບໍ່ມີຄວາມຄືບຫນ້າ ອາດມີການລົບລ້າງ MOU

Published on

 

ການ​ສຶກສາ​ຄວາມ​ເປັນ​ໄປ​ໄດ້​ ​ເພື່ອ​ສ້າງ​ເຂື່ອນ​ໄຟຟ້າ​ນ້ຳຕົກ​ຂະຫນາດ​ນ້ອຍ​ 15 ​ເມ​ກາ​ວັດ ລົງ​ມາ​ໃສ່​ນ້ຳ​ສະ​ນາ​ຕອນ​ລຸ່ມ

​ ທີ່​ບ້ານ​ນ້ຳ​ພົດ​ເມືອງ​ກາ​ສີ ​ຍັງ​ບໍ່​ມີ​ຄວາມ​ຄືບ​ຫນ້າ​ເທົ່າ​ທີ່​ຄວນ​, ຂະນະ​ທີ່​ໄລຍະ​ຂອງ​ການ​ສຶກສາ​ຄວາມ​ເປັນ​ໄປ​ໄດ້​ເລີຍ​ໄປ

​ທຸກ​ຂະນະ​; ດ້ານ​ພາກສ່ວນ​ກ່ຽວຂ້ອງ​ຊີ້​ ຫາກ​​ໂຄງການ​ນີ້​ຍັງ​ສືບ​ຕໍ່​ບໍ່​ມີ​ຂໍ້​ມູນ​ທາງດ້ານ​ວິຊາ​ການ​ ທີ່​ສາມາດ​ນຳ​ໃຊ້​ໄດ້​ອາດ​

ມີ​ການ​ລົບ​ລ້າງ MOU​ ເພື່ອ​ເປີດ​ທາງ​ໃຫ້​ບໍລິສັດ​ໃຫມ່​ເຂົ້າ​ໄປ​ສຶກສາ​ຕໍ່.

 

ການ​ສຶກສາ​ຄວາມ​ເປັນ​ໄປ​ໄດ້​ເພື່ອ​ສ້າງ​ເຂື່ອນ​ໄຟຟ້າ​ນ້ຳຕົກ​ຂະຫນາດ​ນ້ອຍ​ ໃສ່​ນ້ຳ​ສະນາຕອນ​ລຸ່ມ​ທີ່​ເມືອງ​ກາ​ສີ​,​ອົງການ

​ປົກຄອງ​ແຂວງ​ໄດ້​ອະນຸຍາດ​ ໃຫ້​ບໍລິສັດ​ກາສີ​ຮຸ່ງ​ເຮືອງ​ຊັບ​ກໍ່ສ້າງ​ເຄຫາ​ສະຖານ,​ ຂົວ-ທາງ​ ຈຳກັດ​ຜູ້ດຽວ​​ ເຊິ່ງ​ເປັນ​ບໍລິສັດ​

ເອກະ​ຊົນ​ລາວ ​ໃຫ້​ລົງ​ສຶກສາ​ຄວາມ​ເປັນ​ໄປ​ໄດ້​ ໃນ​ການ​ສ້າງ​ເຂື່ອນ​ຂະຫນາ​ດ 15 MW (15 ​ເມ​ກາ​ວັດ) ລົງ​ມາ​ແຕ່​ວັນ​ທີ 25

ພຶດສະພາ 2013 ມາ​ຮອດ​ຕົ້ນເດືອນ​ຕຸລາ​ນີ້​ເປັນ​ເດືອນ​ທີ 16 ​ແລ້ວ​ ແລະ ​​ເວລາ​ສອງ​ເດືອນ​ທີ່​ຍັງ​ເຫລືອ​ອາຍຸ​ຂອງ​ການ​

ສຶກສາ​ຄວາມ​ເປັນ​ໄປ​ໄດ້​ສຳລັບ ​ໂຄງການ​ນີ້​ ຍັງ​ບໍ່​ກະ​ເຕື້ອງ ແລະ​ ຫາກ​ຍັງ​ບໍ່​ທັນ​ມີ​ຂໍ້​ມູນ​ທາງ​ດ້ານ​ທໍລະນີ​ສາດ, ຂໍ້​ມູນ​ກ່ຽວ​

ກັບ​ຜົນ​ກະທົບ​ດ້ານ​ສິ່ງ​ແວດ​ລ້ອມ​ມາສະ​ແດງ​ໃຫ້​ເຫັນ​ແລ້ວ​ ທາງ​ພະ​ແນ​ກ​ເຈົ້າພາບ​ທີ່​​ເປັນ​ເສນາ​ທິການ​ໃຫ້​ແກ່​ອົງການ​

ປົກຄອງ​ແຂວງ​ໃນ​ເລື່ອງ​ນີ້ ​ຄື​ພະ​ແນ​ກພະລັງງານ-ບໍ່​ແຮ່​ແຂວງ​ ຮ່ວມ​ກັບ​ພະ​ແນ​ການ​ທີ່​ກ່ຽວຂ້ອງ​ອາດສະ​ເຫ​ນີ​ໃຫ້​ອົງ

ການ​ປົກຄອງ​ແຂວງ​ລົບ​ລ້າງ MOU ​ເພື່ອ​ເປີດ​ທາງ​ໃຫ້​ບໍລິສັດ​ອື່ນ​ທີ່​ມີ​ຄວາມ​ພ້ອມ​ເຂົ້າ​ມາ​ສຶກສາ​ຕໍ່​ໄປ.

 

ການ​ເຄື່ອນ​ໄຫວ​ຫລ້າ​ສຸດ​ກ່ຽວ​ກັບ​ເລື່ອງ​ນີ້​ມີ​ຂຶ້ນ​ໃນ​ວັນ​ທີ 1 ຕຸລາ​ທີ່​ຜ່ານ​ມາ ທີ່​ພະ​ແນ​ກພະລັງງານ-​ບໍ່​ແຮ່​ແຂວງ​ວຽງ​ຈັນ ​

ເຊິ່ງບໍລິສັດ​ກາສີ​ຮຸ່ງ​ເຮືອງ​ຊັບ​ກໍ່ສ້າງ​ເຄຫາ​ສະຖານ, ຂົວ​ທາງ ​ຈຳກັດ​ຜູ້​ດຽວ ​ໄດ້​ເຂົ້າ​ລາຍ​ງານຄວາມ​ຄືບ​ຫນ້າ​ຂອງ​ໂຄງການ

​ນີ້ ​ຕາມ​ການ​ເຊີນ​ຂອງ​ພະ​ແນ​ກພະລັງງານ-​ບໍ່​ແຮ່​ແຂວງ, ຜ່ານ​​ການ​ລາຍ​ງານ​ຂອງ​ວິຊາ​ການ​ຈາກ​ບໍລິສັດ​ດັ່ງກ່າວ​ແມ່ນ​

ຍັງ​ເປັນ​ຂໍ້​ມູນ​​ແບບລວມໆ​ດ້ານ​ພູສາ​ດ​​ທີ່​ສະ​ແດງ​ໃຫ້​ເຫັນ​ພຽງ​ຈຸດ​ທີ່​ຕັ້ງ​ຂອງ​ ເຂື່ອນ ​ແລະ​ ລະບົບ​ສາຍ​ສົ່ງ​ຕາ​ຂ່າຍ​ໄຟຟ້າ​​

ເທົ່າ​ນັ້ນ.

 

ດ້ານ​ທ່ານ ​ຄຳ​ບົງ ​ຄອນ​ສະຫວັນ ຫົວຫນ້າ​ພະ​ແນ​ກພະລັງງານ-ບໍ່​ແຮ່​ແຂວງ ​​ແລະ ​ບັນດາ​ວິຊາ​ການ​ທີ່​ກ່ຽວຂ້ອງ​​ຊີ້​ວ່າ: ​ພະ​

ແນ​ກພະລັງງານ-ບໍ່​ແຮ່​ແຂວງ ມີ​ຄວາມ​ຈຳ​ເປັນຕ້ອງການ​ຂໍ້​ມູນ​ທາງ​ດ້ານ​ວິຊາ​ການ​ທີ່​ລະອຽດ​​ໄປ​ກວ່າ​ນີ້​ ເປັນ​ຕົ້ນ​ແມ່ນ​ຂໍ້​

ມູນ​ທາງ​ດ້ານ​ທໍລະນີ​ສາດ​ເຊັ່ນ​ ການຂຸດ​ຊັ້ນ​ດິນ​, ຊັ້ນ​ຫີນ​ເປັນ​ແນວ​ໃດ ​ສາມາດ​ກໍ່ສ້າງ​ເຂື່ອນ​ໄດ້​ແນວ​ໃດ, ຂໍ້​ມູນ​​ປະລິມານ​

ນ້ຳ​ສະນາ, ຂໍ້​ມູນ​ປະລິມານ​ນ້ຳ​ຝົນ​​ ເຊິ່ງຂໍ້​ມູນ​ນ້ຳ​ເປັນ​ຫມາກ​ຫົວ​ໃຈ​ຂອງ​ການ​ສ້າງ​ຕັ້ງ​ເຂື່ອນ​ໄຟຟ້າ​ພະລັງ​ນ້ຳ ​ເພື່ອ​ເປັນ​ວັດ

ຖຸ​ດິບ​ປ້ອນ​ເຂື່ອນ​, ​ກຳລັງ​ຕິດ​ຕັ້ງ​ມີເທົ່າ​ໃດ​, ນອກຈາກ​ນີ້​ ຍັງ​ມີ​ຄວາມ​ຕ້ອງການ​ຂໍ້​ມູນ​ຜົນ​ກະທົບ​ດ້ານ​ສິ່ງ​ແວດ​ລ້ອມ ​ແລະ

​ສັງ​ຄົມ​ວ່າ​ຈະ​ມີ​ຜົນ​ກະທົບ​ຫນ້ອຍ​ຫລາຍ​ຄື​ແນວ​ໃດ ​ເພື່ອ​​ເປັນ​​ໄມ້​ຫລາ​ວັດ​ແທກ​ ແລະ ​ໄລ່​ລຽງ​ຄວາມ​ກຸ້ມ​ຄ່າ​ທາງ​ດ້ານ​ເສດ

ຖະກິດ​ ກ່ອນການສະ​ເຫ​ນີລາຍ​ງານ​ໃຫ້​ອົງການ​ປົກຄອງ​ແຂວງ​ຕັດສິນ​ໃຈ​ໃຫ້​ລົງມື​ພັດທະນາ​ໂຄງການ​ນີ້​​ໃນ​ຕໍ່ຫນ້າ ​ຫລື ​ບໍ່.

 

ດ້ານ​ທ່ານ ​ຮຸ່ງ​ທອງ ຄຳ​ລາສີ ​ຫົວຫນ້າ​ຂະ​ແຫນງ​ທຸລະ​ກິດ​ພະລັງ​ງານ​ຊີ້​ວ່າ​: ພະ​ແນ​ກພະລັງງານ-ບໍ່​ແຮ່​ແຂວງ ​ແລະ ​ພາກ

ສ່ວນ​ກ່ຽວຂ້ອງ​ຍັງ​ໃຫ້​ໂອ​ກາດ​ແກ່​ ບໍລິສັດ ​ກາສີ​ຮຸ່ງ​ເຮືອງ​ຊັບ​ກໍ່ສ້າງ​ເຄຫາ​, ຂົວ​ທາງ​ ຈຳກັດ​ຜູ້​ດຽວ ​ເຂົ້າ​ຕໍ່MOU ອີກ ​​9

ເດືອນ ພ້ອມ​ທັງ​ສ້າງ​ແຜນການ​ເຄື່ອ​ນ​ໄຫວ​ວຽກ​ຂອງ​ຕົນ​ຢ່າງ​ລະອຽດ ​ຫາກ​ຫມົດ​ເວລາ ​9 ​ເດືອນ​ທີ່​ຕໍ່ໃຫ້​ຍັງ​ບໍ່​ມີ​ຄວາມ​ຄືບ​

ຫນ້າ ​ກໍຈະ​ມີ​ການ​ລົບ​ລ້າງ​ໃນ​ທີ່​ສຸດ ແລະ ​ເງິນ​ມັດ​ຈຳ ຈຳນວນ 15.000 ​ໂດ​ລາ​ກໍຈະ​ຖື​ດຢຶດ​ເປັນ​ຂອງ​ລັດ, ​ແຕ່ຫາກ​ການ​ສຳ​

ຫລວດ​ມີ​ຄວາມ​ຄືບ​ຫນ້າ​ ແລະ ​ກ້າວ​ໄປ​ເຖິງ​ການ​ພັດທະນາ​​ໂຄງການ ​ເງິນ​ມັດ​ຈຳ​ດັ່ງກ່າວ​ກໍ່​ຈະ​ສົ່ງ​ຄືນ​ໃຫ້​ບໍລິສັດ.

 

ແຫລ່ງຂ່າວ: ເສດຖະກິດ – ສັງຄົມ

 

ບົດຄວາມຫຼ້າສຸດ

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...