4 ​ເດືອນ​ຕົ້ນ​ປີ​ ທົ່ວ ນວ ​­ເປັນ​­ພະ­ຍາດ​ຖອກ­ທ້ອງ 1 ພັນກວ່າກໍ­ລະ­ນີ

​ໃນ​​ໄລຍະ 4 ​ເດືອນ​ຕົ້ນ​ປີ 2019 ທົ່ວ​ນະ­ຄອນ­ຫລວງ​ວຽງ​ຈັນ, ມີ​ຄົນ​ເປັນພະ­ຍາດ​ຖອກ ­ທ້ອງ​ 1.200 ກໍ­ລະນີ, ທຽບ­ໃສ່​ໄລ­ຍະ​ດຽວ​ກັນ​ ຂອງ​ປີ 2018 ເຫັນວ່າເພີ່ມ​ຂຶ້ນ, ​ເນື່ອງ​ຈາກ​ວ່າ ປັດ­ຈຸບັນ ສະ­ພາບ​ອາ­ກາດ​​ຮ້ອນ​​​ຫລາຍ ຈຶ່ງ​ກໍ່­ໃຫ້­ເກີດ​​ພະ­ຍາດ​ດັ່ງ­ກ່າວ.

ທ່ານ​ ນາງ ໄຊ​ພອນ ນັນ­ທະ​ພອນ, ຫົວ­ໜ້າ​ພະ​ແນກ​ ສາ­ທາ­ລະ­ນະ​ສຸກ​ນະ­ຄອນ­ຫລວງ​ວຽງ​ຈັນ ໄດ້​ລາຍ​ງານ​ໃຫ້​ຮູ້​ເມື່ອ​ບໍ່​ດົນມາ​​ນີ້​ວ່າ: ​ສາ­ເຫດ​ທີ່​ກໍ່­ໃຫ້­ເກີດ​ເປັນ​ພະ­ຍາດຖອກ­ທ້ອງ​ ແມ່ນ​ເກີດ​ຈາກ​ສະພາບ​ອາ­ກາດ​ຮ້ອນ​ຫລາຍ ເປັນສາເຫດເຮັດ­ໃຫ້­ເກີດ​ອາ­ຫານ​ບູດ­ເນົ່າ​ໄວ, ການ​ປຸງ​ແຕ່ງ­ອາ­ຫານ​ບໍ່​ຖືກ​ສຸ​ຂະ​ອະ­ນາ­ໄມ ແລະ ມີ​ແມ­ງວັນ​​ຈັບ​ຕອມ​ອາ­ຫານ ສົ່ງ​ຜົນ​ໃຫ້​ອາ­ຫານ​ບໍ່​ສະ­ອາດມີ​ເຊື້ອ​ພະຍາດ. ເພື່ອ​ຫລີກ​ລ່ຽງ​ຈາກ​ພະ­ຍາດ​ດັ່ງ­ກ່າວ, ພະ​ແນກ​ສາ­ທາ­ລະ­ນະ​ສຸກ​ນະ­ຄອນ­ຫລວງ​ວຽງ​ຈັນ ໄດ້​ຈັດ​ທີມ​ງານ​ສຸ​ຂະ​ສຶກ​ສາ​ ສົມ­ທົບ​ກັບ​ທີມ​ງານ​ສຸ​ຂະ​ສຶກ​ສາ ຫ້ອງ­ການ​ສາ­ທາ­ລະ­ນະ​ສຸກ 9 ຕົວເມືອງ​ ລົງ​ໄປ​ໃຫ້​ສຸ​ຂະ​ສຶກ​ສາ ​ແກ່ຜູ້​ປະ­ກອບ​ການ​ຮ້ານ​ອາ­ຫານ ແລະ ຮ້ານ​ຂາຍ​ອາ­ຫານ​ສຸກ, ໂດຍ​ໃຫ້​ເອົາ­ໃຈ­ໃສ່​ໃນ​ການ​ປຸງ​ແຕ່ງ­ອາ­ຫານ​ໃຫ້​ສະ­ອາດ ແລະ ປອດ​ໄພ. ນອກ­ຈາກ​ພະ­ຍາດ​ຖອກ­ທ້ອງ ​ທີ່​ທຸກ​ຄົນ​ຕ້ອງ​ເອົາໃຈ­ໃສ່​ປ້ອງ​ກັນ​ແລ້ວ ຍັງ​ມີ​ອີກ​ພະ­ຍາດ​ໜຶ່ງ​ທີ່​ຕ້ອງ​ເອົາ­ໃຈ­ໃສ່​ປ້ອງ​ກັນ ຄື ພະ­ຍາດ​ຄວາມ­ດັນ­ເລືອດສູງ ແລະ ອາການ​ວິນ​ຫົວ ​ຕ້ອງ​ໄດ້ເອົາ­ໃຈ­ໃສ່​ບໍ່​ຢູ່​ສະຖານ​ທີ່​ແອ​ອັດ​ອາ­ກາດ​ຮ້ອນ ຕ້ອງ​ຢູ່​ສະຖານ​ທີ່​ໂລ່ງ​ແຈ້ງ ອາ­ກາດ​ປອດ­ໂປ່ງ ເພື່ອ​ຫລີກ​ລ່ຽງ ແລະ ປ້ອງ​ກັນ​ພະ­ຍາດ​ດັ່ງ­ກ່າວ.

ຢ່າງ​ໃດ​ກໍ່ຕາມ ພະ​ແນກ​ສາ­ທາ­ລະ­ນະ​ສຸກ​ນະ­ຄອນ­ຫລວງ​ວຽງ​ຈັນ ກໍໄດ້​ຮຽກ­ຮ້ອງ​ໃຫ້​ປະ­ຊາ­ຊົນ ​ເອົາ­ໃຈ­ໃສ່ ​ໃນ​ການ​ຮັກ­ສາ​ສຸ­ຂະ­ພາບ ໂດຍ​ປະ­ຕິ­ບັດ​ຕາມ​ຫລັກ​ອະ­ນາ­ໄມ 3 ສະ­ອາດ ຄື: ກິນ​ສະ­ອາດ, ປຸງ​ແຕ່ງ​ສະ­ອາດ ແລະ ບໍ­ລິ­ໂພກ​ອາ­ຫານ​ສະ­ອາດ ດ້ວຍ​ການ​ປຸງ​ແຕ່ງ​ໃໝ່ ແລະ ສຸກ​ດີ ໄປ​ພ້ອມ​ກັບ​ດື່ມ­ ນ້ຳ​ສະ­ອາດ ແລະ ດື່ມ­ນ້ຳ​ຕົ້ມ​ທີ່​ສຸກ​ດີ, ປົກ​ປິດ​ອາ­ຫານ​ບໍ່​ໃຫ້​ແມ­ງວັນ​ໄປ​ຕອມ ເພື່ອ​ຫລີກ​ລ່ຽງບໍ່​ໃຫ້​ເກີດ​ເປັນ​ພະ­ຍາດ​ຖອກ­ທ້ອງ​ໄດ້.

 

 

 

 

ຂຽນໂດຍ: ສະຫະລັດ ວອນທິວົງໄຊ