spot_img
Homeຂ່າວພາຍ​ໃນລັດຖະບານ ສປປ ລາວ ຮ່ວມກັບ ອົງການສາກົນ ສ້າງຄວາມເຂັ້ມແຂງໃນການຟື້ນຟູ ຫຼັງໄພພິບັດ ຢູ່ທ້ອງຖິ່ນ

ລັດຖະບານ ສປປ ລາວ ຮ່ວມກັບ ອົງການສາກົນ ສ້າງຄວາມເຂັ້ມແຂງໃນການຟື້ນຟູ ຫຼັງໄພພິບັດ ຢູ່ທ້ອງຖິ່ນ

Published on

ລັດຖະບານ ສປປ ລາວ ຮ່ວມກັບ ລັດຖະບານລຸກຊຳບວກ ໂດຍຜ່ານ ອົງການ ສະຫະປະຊາຊາດ ເພື່ອການພັດທະນາ ປະຈຳ ສປປ ລາວ (UNDP) ສ້າງຄວາມເຂັ້ມແຂງ ໃນການຟື້ນຟູຫຼັງໄພພິບັດ ໃຫ້ແກ່ຊຸມຊົນໃນການຮັບມືກັບໄພພິບັດ ເຊິ່ງຈັດຕັ້ງປະຕິບັດຢູ່ ສອງແຂວງ ຄື: ແຂວງບໍລິຄຳໄຊ ແລະ ແຂວງສາລະວັນ.

ໂຄງການສ້າງຄວາມເຂັ້ມແຂງ ໃນການຟື້ນຟູຫຼັງໄພພິບັດ ແມ່ນໂຄງການໜຶ່ງທີ່ໄດ້ຮັບການສະໜັນສະໜູນຈາກ ລັດຖະບານລຸກຊຳບວກ ໂດຍຜ່ານ ອົງການສະຫະປະຊາຊາດ ເພື່ອການພັດທະນາ ປະຈຳ ສປປ ລາວ (UNDP) ເຊິ່ງມີງົບປະມານໂຄງການທັງໝົດ ເປັນເງິນ 981,132 ໂດລາສະຫະລັດ (ເກົ້າແສນແປດສິບເອັດພັນ ໜຶ່ງຮ້ອຍສາມສິບສອງ ໂດລາສະຫະລັດ) ໃນນັ້ນ ລັດຖະບານ ສປປ ລາວ ສົມທົບງົບປະມານ ຈຳນວນ 219,928 ໂດລາສະຫະລັດ (ສອງແສນສິບເກົ້າພັນເກົ້າຮ້ອຍຊາວແປດໂດລາສະຫະລັດ) ໃນວັນທີ່ 22 ເມສາ 2019ນີ້, ທີ່ນະຄອນຫຼວງວຽງຈັນ, ໄດ້ມີ ພິທີລົງນາມບົດບັນທຶກຮ່ວມກັນ ຂອງ ໂຄງການສ້າງຄວາມເຂັ້ມແຂງ ໃນການຟື້ນຟູຫຼັງໄພພິບັດ. ຕາງໜ້າລັດຖະບານ ສປປ ລາວ ທ່ານ ນ. ໃບຄຳ ຂັດທິຍະ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທ່ານ ນ. ຄາລີນາ ອິມໂມເນັນ ຜູ້ປະສານງານ ອົງການສະຫະປະຊາຊາດ, ຜູ້ຕາງໜ້າ ອົງການສະຫະປະຊາຊາດ ເພື່ອການພັດທະນາ ປະຈຳ ສປປ ລາວ ແລະ ຕາງໜ້າຜູ້ຈັດຕັ້ງປະຕິບັດ ໂດຍແມ່ນ ທ່ານ ວິໄລພົງ ສີສົມຫວັງ ວ່າການຫົວໜ້າກົມສັງຄົມສົງເຄາະ.

ໂຄງການດັ່ງກ່າວ ແມ່ນເພື່ອສ້າງຄວາມເຂັ້ມແຂງທາງດ້ານນະໂຍບາຍ, ສະຖາບັນ, ຂອບວຽກ, ກົນໄກດ້ານການເງິນ ເພື່ອເຮັດໃຫ້ວຽກງານຟື້ນຟູຫລັງໄພພິບັດມີຄວາມສາມາດຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິພາບ ແລະ ນຳໃຊ້ເຕັກໂນໂລຊີ ເຂົ້າໃນວຽກງານຕ່າງໆ ແລະ ຈະເນັ້ນໜັກໃສ່ ການກຽມຄວາມພ້ອມ ເພື່ອຊ່ວຍເຫຼືອຟື້ນຟູ ໃນຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ ແລະ ເຊິ່ງປະກອບດ້ວຍ 4 ຜົນໄດ້ຮັບຕົ້ນຕໍ ຄື:

1. ສ້າງຄວາມເຂັ້ມແຂງດ້ານນະໂຍບາຍ, ຂອບວຽກສະຖາບັນ ແລະ ຂອບວຽກການເງິນ ເພື່ອວາງແຜນ ແລະ ຈັດຕັ້ງປະຕິບັດ ຂັ້ນຕອນຊ່ວຍເຫຼືອຟື້ນຟູທີ່ຍືນຍົງ.

2. ສົ່ງເສີມຄວາມສາມາດ ໃນການວາງແຜນ ແລະ ຈັດຕັ້ງປະຕິບັດ ການຊ່ວຍເຫຼືອຟື້ນຟູ ເຊິ່ງຮວມທັງ ການດໍາເນີນການປະເມີນຄວາມຕ້ອງການ ພາຍຫຼັງເກີດໄພພິບັດ ແລະ ການສ້າງຂອບວຽກຟື້ນຟູ.

3. ສົ່ງເສີມຄວາມສາມາດ ສໍາລັບການຈັດຕັ້ງປະຕິບັດ ການຊ່ວຍເຫຼືອຟື້ນຟູ ແບບຍືນຍົງ ໃນຂັ້ນຊຸມຊົນ.

4. ຈັດລະບົບໜ່ວຍງານ ຮັບຜິດຊອບດ້ານຄວາມຮູ້ ແລະ ນະວັດຕະກໍາ ເຕັກໂນໂລຢີ ສໍາລັບ ການຄຸ້ມຄອງ ການຊ່ວຍເຫຼືອຟື້ນຟູ.

ໂຄງການນີ້ ຈະຈັດຕັ້ງປະຕິບັດຢູ່ທັງຂັ້ນສູນກາງ ແລະ ທ້ອງຖິ່ນ, ໃນຂັ້ນສູນກາງ ແມ່ນສະໜັບສະໜູນໃນການສ້າງບັນດານິຕິກຳ, ເອກະສານຕ່າງ; ໃນຂັ້ນທ້ອງຖິ່ນ ແມ່ນການສ້າງແຜນຫຼຸດຜ່ອນຄວາມສ່ຽງ, ແຜນການໃນການຟື້ນຟູ ແລະ ການສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນໃນການຮັບມືກັບໄພພິບັດ ເຊິ່ງຈັດຕັ້ງປະຕິບັດຢູ່ສອງເມືອງ ໃນສອງແຂວງ ຄື: ເມືອງປາກຊັນ ແຂວງບໍລິຄຳໄຊ ແລະ ເມືອງ ຄົງເຊໂດນ ແຂວງສາລະວັນ.

ຂຽນໂດຍ: ສະຫະລັດ ວອນທິວົງໄຊ

ບົດຄວາມຫຼ້າສຸດ

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...