ປີໃໝ່ນະຄອນຫຼວງວຽງຈັນຈັດກິດຈະກຳຫົດສົງພຣະເຈົ້າອົງຄຳແທນການແຫ່ນາງສັງຂານ ແລະ ຕົບພະຊາຍ

ບຸນປີໃໝ່ລາວ 2019 ທີ່ນະຄອນຫຼວງວຽງຈັນ ປີນີ້ຄ່ອນຂ້າງແຕກຕ່າງຈາກປີທີ່ຜ່ານມາ ເນື່ອງຈາກໄດ້ຕັດຫຼາຍກິດຈະກຳອອກ ໂດຍສະເພາະແມ່ນການແຫ່ນາງສັງຂານ ແລະ ຕົບພະທາດຊາຍ ເຖິງວ່າຈະມີການຈັດພິທີຄັດເລືອກນາງສາວນະຄອນຫຼວງ ປະຈຳ ພ.ສ 2562 ກໍ່ຕາມ. ແຕ່ໄດ້ຈັດກິດຈະກຳຫົດສົງພຣະເຈົ້າອົງຄຳແທນ ທີ່ພະທາດຫຼວງວຽງຈັນ.

ນາງ ເກດມະນີ ວົງປະສິດ ນາງສາວນະຄອນຫຼວງ 2019 ໃຫ້ສຳພາດວ່າ ປີນີ້ຕ່າງຈາກປີທີ່ຜ່ານມາ ເພາະບໍ່ໄດ້ມີການແຫ່ນາງສັງຂານແຕ່ປ່ຽນມາເປັນການຫົດສົງພຣະເຈົ້າອົງຄຳ ທີ່ພະທາດຫຼວງ ຖືເປັນບຸນຕາທີ່ໄດ້ເຫັນ ແລະ ຖືເປັນກິດຈະກຳໃໝ່ໆທີ່ບໍ່ເຄີຍມີມາກ່ອນ ພ້ອມທັງສະແດງໃຫ້ເຫັນວັດທະນະທຳຂອງລາວເຮົາ, ເປັນການເປີດໂອກາດໃຫ້ນັກທ່ອງທ່ຽວຊາວລາວ ແລະ ຕ່າງປະເທດໄດ້ຮູ້ເຖິງວັດທະນະທຳອັນໃໝ່ນີ້.

ໃນມື້ສັງຂານລ່ວງ, ກົງກັບວັນທີ 14 ເມສາ 2019 ໄດ້ປ່ຽນຈາກການແຫ່ນາງສາວນະຄອນຫຼວງ ມາຫົດສົງ  ພຣະສຸວັນນະສາທານ (ພຣະເຈົ້າອົງຄຳ) ທີ່ພະທາດຫຼວງ ເຊິ່ງນຳໂດຍທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມຄະນະການນຳ, ບັນດານາງສາວນະຄອນຫຼວງ 2019 ແລະ ມວນຊົນທົ່ວໄປເຂົ້າຮ່ວມ.

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: ເສດຖະກິດ-ການຄ້າ