spot_img
Homeຂ່າວຕ່າງປະເທດຈີນ-ສະຫະລັດເຈລະຈາເລື່ອງການຄ້າຮ່ວມກັນ! ສະຫະລັດຈະຂະຫຍາຍເວລາຂຶ້ນພາສີສິນຄ້າຈີນອອກໄປ

ຈີນ-ສະຫະລັດເຈລະຈາເລື່ອງການຄ້າຮ່ວມກັນ! ສະຫະລັດຈະຂະຫຍາຍເວລາຂຶ້ນພາສີສິນຄ້າຈີນອອກໄປ

Published on

ການເຈລະຈາດ້ານການຄ້າລະຫວ່າງສອງປະເທດມະຫາອຳນາດຈີນ-ສະຫະລັດ ໄດ້ຈັດຂຶ້ນລະຫວ່າງວັນທີ 11-15 ກຸມພາ 2019 ທີ່ນະຄອນຫຼວງປັກກິ່ງ ປະເທດຈີນ, ເຊິ່ງໃນມື້ທຳອິດຂອງການເຈລະຈາສະຫະລັດໄດ້ສົ່ງຄະນະເຈລະຈານຳໂດຍທ່ານ ເຈຟຟຣີ ເກີຣິຊ ຮອງຜູ້ແທນການຄ້າສະຫະລັດເຂົ້າຮ່ວມ ແລະ ໃນວັນທີ 14-15 ກຸມພາ 2019 ຈະມີການເຈລະຈາລະດັບສູງ ໂດຍມີທ່ານ ໂຣເບີດ ໄລທິເຊີ ຜູ້ແທນການຄ້າ ແລະ ທ່ານ ສຕີເວນ ມະນູຊິນ ລັດຖະມົນຕີກະຊວງການເງິນສະຫະລັດເຂົ້າຮ່ວມ.

ທ່ານນາງ ຊຸນຫຍິງ ໂຄສົກກະຊວງການຕ່າງປະເທດຈີນ ຖະແຫຼງຕໍ່ສື່ມວນຊົນວ່າ ຈີນຫວັງວ່າການເຈລະຈາໃນນະຄອນຫຼວງປັກກິ່ງຄັ້ງນີ້ ຈະມີຜົນດີ. ການເຈລະຈາການຄ້າຄັ້ງນີ້ເປັນຄວາມພະຍາຍາມຢັບຢັ້ງບໍ່ໃຫ້ສະຫະລັດຂຶ້ນພາສີສິນຄ້ານຳເຂົ້າຈາກຈີນ ຈາກ 10% ເປັນ 25% ເຊິ່ງກ່ອນໜ້ານີ້ທັງສອງຝ່າຍໄດ້ຢັບຢັ້ງການຂຶ້ນພາສີຮອບນີ້ໄວ້ ໂດຍກຳນົດເສັ້ນຕາຍໃນວັນທີ 1 ມີນາ 2019.

ປະທານາທິບໍດີ ໂດນັລ ທຣໍ້າ ຜູ້ນຳສະຫະລັດຍອມຮັບວ່າມີຄວາມເປັນໄປໄດ້ທີ່ການເຈລະຈາການຄ້າລະຫວ່າງຈີນ-ສະຫະລັດຈະຂະຫຍາຍເວລາອອກໄປ ຈາກກຳນົດເກົ່າວ່າທັງສອງປະເທດຈະເຮັດຂໍ້ຕົກລົງພາຍໃນວັນທີ 1 ມີນາ 2019 ເຊິ່ງເປັນວັນທີ່ສະຫະລັດຈະບັງຄັບໃຊ້ມາດຕະການປັບຂຶ້ນພາສີເປັນ 25% ແລະ ມີແນວໂນ້ມວ່າທັງ 2 ຝ່າຍ ທີ່ກຳລັງເຈລະຈາກັນໃນຮອບທີ 3 ນີ້ ໃກ້ຈະບັນລຸຂໍ້ຕົກລົງການຄ້າ ໂດຍ ທຣໍ້າ ຢ້ຳວ່າ ປະທານາທິບໍດີ ສີ ຈິນຜິງ ຕ້ອງການບັນລຸຂໍ້ຕົກລົງທີ່ສຸດ ແລະ ມີການລົມກັນດ້ວຍດີ  ເຊິ່ງ ທຣໍ້າ ເຊື່ອວ່າຈະພົບກັບຜູ້ນຳຈີນອີກຄັ້ງ.

 

 

 

ຮຽບຮຽງຂ່າວ:​ ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: msn, news.mthai.

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...