spot_img
Home​ຂ່າວບັນເທິງນາງງາມ 3 ຊາດຖືກວິຈານໜັກ! ຫຼັງເຢາະເຢີ້ຍ "ມິສຫວຽດນາມ-ມິສກຳປູເຈຍ" ເວົ້າພາສາອັງກິດບໍ່ໄດ້

ນາງງາມ 3 ຊາດຖືກວິຈານໜັກ! ຫຼັງເຢາະເຢີ້ຍ “ມິສຫວຽດນາມ-ມິສກຳປູເຈຍ” ເວົ້າພາສາອັງກິດບໍ່ໄດ້

Published on

ເວັບໄຊ ເດລີເມລ ຂອງອັງກິດລາຍງານເມື່ອວັນທີ 13 ທັນວາ 2018 ທີ່ຜ່ານມາ ຕໍ່ເວທີ Miss Universe 2018 ໄດ້ເກີດມີສຽງວິພາກວິຈານຢ່າງໜັກຈາກໂລກອອນໄລນ໌ ຫຼັງຈາກທີ່ນາງງາມທັງສາມເຜີຍແຜ່ຄລິບວິດີໂອທີ່ມິສຢູເອສເອກ່າວເຢາະເຢີ້ຍນາງງາມຈາກຫວຽດນາມ ແລະ ກຳປູເຈຍເລື່ອງສື່ສານດ້ານພາສາອັງກິດບໍ່ໄດ້ ໂດຍມີມິສໂຄລຳເບຍ ກັບ ມິສອອສເຕຣເລຍຮ່ວມເສີມ.

ຄລິບວິດີໂອດັ່່ງກ່າວເປັນການໄລນ໌ສົດຜ່ານອິນສະຕຣາແກຣມຂອງມິສໂຄລຳເບຍ ແລະ ມິສຢູເອສເອ ກັບ ມິສອອສເຕຣເລຍເຂົ້າຮ່ວມ, ໂດຍມິສຢູເອສເອເປັນຝ່າຍເປີດຄຳຖາມຂຶ້ນກ່ອນວ່າ “ເຈົ້າເບິ່ງມິສຫວຽດນາມເປັນແນວໃດ?” ແລະ ມິສຢູເອສເອໄດ້ກ່າວຕໍ່ອີກວ່າ (ມິສຫວຽດນາມ) “ນາງເຮັດທຳທ່າວ່າໄດ້ພາສາອັງກິດ ແຕ່ຖ້າເຈົ້າຕັ້ງຄຳຖາມຫຼັງຈາກລົມກັນທັງໝົດ ນາງຈະໄດ້ແຕ່ພະຍັກໜ້າແລ້ວກໍ່ຍິ້ມ” ກ່ອນຈະຫົວຍຸ້ມໆ “ນາງເປັນຕາແພງເນາະ” ນອກຈາກນີ້ຍັງໄດ້ລໍ້ທ່າທາງຂອງມິສຫວຽດນາມອີກດ້ວຍ ກ່ອນທີ່ນາງຈະປ່ຽນໄປນິນທາມິສກຳປູເຈຍ.

https://youtu.be/6u4PEQ7XLZQ

ມິສຢູເອສເອກ່າວ: “ມິສກຳປູເຈຍມາບ່ອນນີ້ແລ້ວບໍ່ເວົ້າພາສາອັງກິດເລີຍ ແລ້ວກໍ່ບໍ່ມີໃຜເວົ້າພາສານາງໄດ້ເລີຍ ຈິນຕະນາການບໍ່ອອກເລີຍເນາະ”

ດ້ານມິສອອສເຕຣເລຍເວົ້າເສີມວ່າ “ແມ່ນ! ຂ້ອຍໝາຍຄວາມວ່າຄົງຈະມີມຶນງົງຕະຫຼອດເວລາ ສຳລັບຄົນທີ່ເວົ້າພາສາອັງກິດບໍ່ໄດ້ ຕ້ອງອາໄສກູເກີແປໃຫ້ ຫຼື ຖ້າລ່າມມາຊ່ວຍແປພາສາໃຫ້”

ຈາກນັ້ນ ມິສຢູເອສເອໄດ້ກ່າວເສີມວ່າ “ໜ້າສົງສານມິສກຳປູເຈຍແທ້ໆ” ກ່ອນຫັນໄປຍ້ອງມິສໂຄລຳເບຍວ່າ “ຢ່າງໜ້ອຍເຈົ້າກໍ່ເວົ້າພາສາອັງກິດໄດ້ດີ” ສ່ວນນາງງາມອອສເຕຣເລຍກ່າວເສີມວ່າ “ແລ້ວເຈົ້າກໍ່ຍັງເວົ້າພາສາສະເປນໄດ້ອີກດ້ວຍ”

ມິສໂຄລຳເບຍກ່າວເຖິງມິສບຣາຊິລທີ່ເວົ້າພາສາອັງກິດບໍ່ໄດ້ຄືກັນ ແຕ່ນາງງາມສະຫະລັດໃຫ້ຄວາມເຫັນວ່າ ຢ່າງໜ້ອຍຍັງມີນາງງາມຊາດອື່ນທີ່ໃຊ້ພາສາໂປຣຕຸເກສໄດ້ (ເປັນພາສາທີ່ບຣາຊິລໃຊ້)

ແຫຼ່ງຂ່າວເຜີຍວ່າ ກ່ອນໜ້ານີ້ມິສກຳປູເຈຍກັບມິສອອສເຕຣເລຍເບິ່ງຄືເປັນໝູ່ກັນ ແຕ່ເມື່ອມີຂ່າວແບບນີ້ອອກມາມິສກຳປູເຈຍກໍ່ເສຍໃຈຫຼາຍ.

ຕໍ່ມາຫຼັງຈາກປະເດັນນີ້ຮ້ອນແຮງຂຶ້ນ ນາງງາມສະຫະລັດຈິ່ງໄດ້ໂພສຮູບທີ່ໄປຂໍໂທດນາງງາມຊາດເອເຊຍທັງສອງແລ້ວ ຕາມດ້ວຍຮູບທີ່ທັງ 5 ຄົນ ກອດກັນ.

 

ຮຽງຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: khaosod.co.th
ຮູບປະກອບ: filipinotimes.net

ບົດຄວາມຫຼ້າສຸດ

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...