spot_img
Homeຂ່າວພາຍ​ໃນສິມເກົ່າຈະບໍ່ຖືກທຸບ

ສິມເກົ່າຈະບໍ່ຖືກທຸບ

Published on

ພາຍຫຼັງທີ່ມີຂ່າວກະຈາຍທາງສື່ສັງຄົມອອນລາຍນ໌ວ່າ ສິມວັດບ້ານສີໄຄ ເມືອງໄຊບູລີ ແຂວງສະຫວັນນະເຂດຈະຖືກທຸບນັ້ນ, ທ່ານ ອາໂນລາດ ພິມໂວຫານ ຜູ້ອຳນວຍການສູນຂໍ້ມູນຂ່າວສານແລະສື່ສານການສຶກສາ-ກິລາ ພະແນກສຶກສາທິການແລະກິລາແຂວງສະຫວັນນະເຂດ ໄດ້ໂທລະສັບສອບຖາມໄປຍັງນາຍບ້ານບ້ານດັ່ງກ່າວ ແລະໄດ້ຮັບຄຳຊີ້ແຈງວ່າ ສິມເກົ່າຂອງວັດໄຕຣພູມ ບ້ານສີໄຄ ເມືອງໄຊບູລີ ແຂວງສະຫວັນນະເຂດຈະຍັງຖືກຮັກສາໄວ້ ໂດຍການກໍ່ອຸໂມງກວມເອົາໄວ້ ເພື່ອປ້ອງກັນອັນຕະລາຍຈາກໄພທຳມະຊາດ.

ທ່ານກ່າວວ່າ: ທາງການຈັດຕັ້ງບ້ານ ເຖົ້າແນວແນວໂຮມບ້ານສີໄຄ ສີຊຽງໃຫມ່ແມ່ນມີຄວາມເລື່ອມໃສສັດທາຕໍ່ມູນມັງມໍລະດົກນີ້ຫລາຍ ແລະມັນກໍ່ບໍ່ເປັນການງ່າຍປານໃດທີ່ຈະທຸບທຳລາຍໄດ້ລົງດອກ ເພາະອະດີດຜ່ານມາທັງດົນນານແລະມໍ່ມານີ້ ສິມດັ່ງກ່າວກໍ່ຍັງເປັນບ່ອນຕ້ອນຮັບຜູ້ນຳສູງສຸດລະດັບປະມຸກລັດ ແລ້ວຊາວບ້ານຊາວເມືອງໄຊບູລີກໍ່ມີຈິດສຳນຶກໃນພຸດທະສາສນາດີພໍ ເຊິ່ງບໍ່ມີວັນທີ່ຈະກະທຳການນັ້ນໄດ້ດອກ ເຊິ່ງທ່ານຜູ້ອ່ານຈະເຫັນຮູບທີ່ເຂົາກໍ່ຂ້າງນອກນັ້ນ ເຊິ່ງແມ່ນການທີ່ຊາວບ້ານພະຍາຍາມທີ່ຈະກໍ່ສ້າງເປັນກວມເອົາໄວ້ເພື່ອບໍ່ໃຫ້ສິມດັ່ງກ່າວຖືກຜົນກະທົບຈາກແດດ ແລະຝົນ ແຕ່ບໍ່ແມ່ນເພື່ອສ້າງອັນໃຫມ່ ແລ້ວຈະຮື້ອັນເກົ່າຖິ້ມ.

ແນວໃດກໍຕາມ ຂ່າວວ່າການຈະທຸບສິມເກົ່າຖິ້ມຄັ້ງນີ້ ເຖິງມັນຈະບໍ່ຖືກທຸບກໍຖືເປັນເລື່ອງດີທີ່ຄົນທັງຫຼາຍປາຖະໜາ ແລະຂ່າວກໍຍັງໄດ້ກະຕຸ້ນໃຫ້ຜູ້ອ່ານຮູ້ສຶກຮັກ ແລະຫວງແຫນມູນມໍລະດົກຂອງຊາດໄວ້ໄດ້. ແລະແຜນການກໍ່ອຸໂມງກວມເພື່ອອະນຸລັກໄວ້ຂອງປະຊາຊົນບ້ານສີໄຄ ເມືອງໄຊບູລີ ແຂວງສະຫວັນນະເຂດ ຍັງເປັນຕົວຢ່າງທີ່ດີ ທີ່ເຂດອື່ນໆ ຄວນເອົາເປັນແບບຢ່າງ.

10494756_546967162071430_8353793775867129738_n

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...