spot_img
Homeຂ່າວຕ່າງປະເທດສະຫະລັດຈຳໜ່າຍອາໄຫຼ່ເຮືອບິນຮົບໃຫ້ໄຕ້ຫວັນ ມູນຄ່າກວ່າ 330 ລ້ານໂດລາສະຫະລັດ

ສະຫະລັດຈຳໜ່າຍອາໄຫຼ່ເຮືອບິນຮົບໃຫ້ໄຕ້ຫວັນ ມູນຄ່າກວ່າ 330 ລ້ານໂດລາສະຫະລັດ

Published on

ກະຊວງປ້ອງກັນປະເທດຂອງສະຫະລັດລາຍງານວ່າ ສະຫະລັດຈະຈຳໜ່າຍອາໄຫຼ່ເຮືອບິນຮົບ F-16 ແລະ ອຸປະກອນອື່ນໆຂອງເຮືອບິນທະຫານໃຫ້ກັບໄຕ້ຫວັນ ຄິດເປັນມູນຄ່າແລ້ວປະມານ 330 ລ້ານໂດລາສະຫະລັດ.

ຕໍ່ການລາຍງານຈາກສຳນັກງານການຮ່ວມມືດ້ານຄວາມໝັ້ນຄົງ ແລະ ຄວາມສະຫງົບຂອງກະຊວງປ້ອງກັນປະເທດແຫ່ງສະຫະລັດ ກ່າວໃນຖະແຫຼງການວ່າ ການສະເໜີຈຳໜ່າຍອຸປະກອນອາໄຫຼ່ເຮືອບິນໃຫ້ກັບໄຕ້ຫວັນໃນຄັ້ງນີ້ ເປັນສ່ວນໜື່ງໃນການສະໜັບສະໜຸນນະໂຍບາຍການຕ່າງປະເທດ ແລະ ຄວາມໝັ້ນຄົງແຫ່ງຊາດຂອງສະຫະລັດ ດ້ວຍການຊ່ວຍປັບປຸງຄວາມສາມາດທາງດ້ານຄວາມໝັ້ນຄົງ ພ້ອມທັງ ຍັງປະກອບສ່ວນໃນການປ້ອງກັນປະເທດຂອງປະເທດຜູ້ຊື້ ໃຫ້ມີຄວາມໝັ້ນຄົງທາງການເມືອງ  ແລະ ຄວາມກ້າວໜ້າທາງດ້ານເສດຖະກິດໃນພື້ນທີ່.

ມູນຄ່າໃນການຕົກລົງຊື້ແມ່ນ 330 ລ້ານໂດລາສະຫະລັດ, ຄອບຄຸມເຖີງອຸປະກອນອາໄຫຼ່ຂອງເຮືອບີນ F-16, C-130, F5 ເຮືອບິນຮົບທີ່ໄຕ້ຫວັນຜະລິດຂື້ນມາເອງນໍາ ແລະ ລະບົບກົນໄກອື່ນໆ. ທາງກະຊວງປ້ອງກັນປະເທດສະຫະລັດກ່າວວ່າ ໄດ້ແຈ້ງຕໍ່ປະເທດຕົນເອງໃຫ້ຮັບຮູ້ເຖີງຂໍ້ສະເໜີໃນການຈຳໜ່າຍອາໄຫຼ່ເຮືອຮົບໃຫ້ໄຕ້ຫວັນໃນຄັ້ງນີ້ແລ້ວ ຕໍ່ຈາກນີ້ພາຍໃນ 30 ວັນ ແມ່ນທາງລັດຖະສະພາສາມາດຄັດຄ້ານຕໍ່ການຈໍາໜ່າຍໄດ້ ແຕ່ຖ້າກາຍກຳນົດການທີ່ວາງໄວ້ແລ້ວ ທາງປະເທດຂອງຕົນແມ່ນບໍ່ສາມາດປ່ຽນແປງຕໍ່ທຸລະກຳນີ້ໄດ້.

ການເຄື່ອນໄຫວຄັ້ງນີ້ສະທ້ອນໃຫ້ເຫັນເຖີງການບໍ່ລົງຮອຍກັນໃນຄວາມສຳພັນລະຫວ່າງສະຫະລັດກັບຈີນ ສອງມະຫາອຳນາດເສດຖະກິດຂອງໂລກ ເພາະສຳລັບຈີນແລ້ວ ໄຕ້ຫວັນ ແມ່ນດິນແດນສ່ວນໜື່ງຂອງຈີນ ເຖີງແມ່ນວ່າໄຕ້ຫວັນເອງຈະບໍ່ຍອມຮັບກໍຕາມ. ດ້ານປະທານາທິບໍດີ ສີ ຈີ້ນຜິງ ເຄີຍກ່າວກັບ ລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງສະຫະລັດວ່າ: ແມ່ນວ່າລັດຖະບານຈີນຈະໃຫ້ຄວາມສຳຄັນກັບສັນຕິພາບ ແຕ່ກໍຈະບໍ່ຍອມໃຫ້ໃຜມາແຊກແຊງດິນແດນຂອງປະເທດເດັດຂາດ.

ຢ່າງໃດກໍຕາມ ກະຊວງປ້ອງກັນປະເທດຂອງສະຫະລັດກ່າວວ່າ ການຊື້-ຂາຍ ອາວຸດຄັ້ງນີ້ ແມ່ນເພື່ອສັກກະຍາພາບໃນການປ້ອງກັນດິນແດນຂອງທາງໄຕ້ຫວັນເອງ ບໍ່ໄດ້ມີເປົ້າໝາຍເພື່ອປ່ຽນແປງສົມດຸນທາງການທະຫານໃນພາກພື້ນແຕ່ຢ່າງໃດ.

 

 

 

ຮຽບຮຽງໂດຍ: ບຸນມີ ຄຳມີໄຊ

ແຫຼ່ງຂ່າວຕ່າງປະເທດ: Thai News Agency

ບົດຄວາມຫຼ້າສຸດ

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...