spot_img
Homeຂ່າວນໍ້າຖ້ວມຢູເອັນປະເມີນເຂື່ອນແຕກໃນລາວສົ່ງຜົນກະທົບຊາວບ້ານກວ່າ 10.000ຄົນ

ຢູເອັນປະເມີນເຂື່ອນແຕກໃນລາວສົ່ງຜົນກະທົບຊາວບ້ານກວ່າ 10.000ຄົນ

Published on

ສຳນກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງວຽງຈັນ ປະເທດລາວ ເມື່ອວັນທີ 29 ກໍລະກົດ 2018 ວ່າ ສຳນັກງານສະຫະປະຊາຊາດ (ຢູເອັນ) ປະຈຳປະເທດລາວ ອອກລາຍງານເມື່ອວັນເສົາທີ່ຜ່ານມາກ່ຽວກັບສະພາບເຫດການທີ່ເມືອງ ສະໜາມໄຊ ແຂວງ ອັດຕະປື ທາງຕະເວັນອອກສຽງໃຕ້ຂອງປະເທດ ເຊິ່ງເປັນພື້ນທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸ່ດຈາກເຫດນ້ຳຖ້ວມກະທັນຫັນ ເຊິ່ງເປັນຜົນຈາກເຂື່ອນເຊປນ-ເຊນ້ຳນ້ອຍແຕກ ເມື່ອອາທິດທີ່ຜ່ານມາ ວ່າມີຜູ້ປະສົບໄພ 11,034 ຄົນ ໃນຈຳນວນນີ້ມີ 3,060 ຄົນຂຶ້ນມະບຽນຕາມສູກພັກພິງຊົ່ວຄາວຂອງທາງລັດຖະບານ

ຂະນະດຽວກັນລາຍງານລະບຸວ່າ ມີຜູ້ປະສົບໄພ 48 ຄົນຕ້ອງໄດ້ເຂົ້າຮັບການຮັກສາດູແລສະພາບຈິດໃຈ ແລະ ຢູເອັນປະເມີນວ່າຜູ້ປ່ວຍດ້ານຈິດຕະເວດໃນສ່ວນນີ້ມີແນວໂນ້ມເພີ່ມຂຶ້ນເລື້ອຍໆ.

 

ບົດຄວາມຫຼ້າສຸດ

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...